ຄວາມໝາຍຂອງບຸນອອກພັນສາ ປະວໍລະນາ

06 Oct 2025

ຄລິກແຊຣ໌ 0 Facebook WhatsApp

ບຸນອອກພັນສາປະວໍລະນາ ຖືເປັນ 1 ໃນຮີດ 12 ຂອງຊາວພຸດກໍ່ຄືປະຊາຊົນລາວທີ່ໄດ້ປະຕິບັດສືບທອດມາແຕ່ບູຮານ ຈົນຮອດປະຈຸບັນ ໃນມື້ວັນເພັງ 15 ຄໍ່າເດືອນ11ລາວ ເຊິ່ງປີນີ້ກົງກັບວັນທີ 7 ຕຸລາ
ກ່ອນຈະຮອດວັນອອກພັນສາ ມື້ນີ້ພວກເຮົາພາມາຮູ້ຈັກຄວາມໝາຍຄວາມສໍາຄັນຂອງການອອກພັນສານໍາກັນ.
ໃນຄຳວ່າ: ພັນສາ ໄດ້ແກ່ປີ ຫຼືື ລະດູຝົນ ແຕ່ລະປີຈະໃຫ້ພະສົງສາມະເນນ ຈຳພັນສາເປັນເວລາ 3 ເດືອນຄື: ເລີ່ມແຕ່ແຮມ 1 ຄໍ່າເດືອນ 8 ລາວ ເຖິງມື້ຂຶ້ນ 15 ຄໍ່າເດືອນ 11 ລາວ, ຄຳວ່າອອກ ໄດ້ແກ່ການອອກຈາກເຂດຈຳກັດ ຫຼື ອອກຈາກເຂດວັດໄປພັກແຮມບ່ອນອື່ນໄດ້ ຈຶ່ງເອີ້ນວ່າ: ບຸນອອກພັນສາ ເປັນບຸນປາງໜຶ່ງໃນຮີດ 12 ຂອງລາວເຮົາ ເພື່ອເປີດໂອກາດໃຫ້ແກ່ພະສົງສາມະເນນ ໄດ້ກະທຳກິດຂອງພະສາສະໜາເຊັ່ນ: ໄປເທດສະໜາ ໄປສັ່ງສອນທາງທຳປະຊາຊົນ ໄປບວດລູກຫຼານເພື່ອສືບຕໍ່ອາຍຸພຸດທະສາສະໜາ ແລະ ໄປຢ້ຽມຢາມຍາດຕິພີ່ນ້ອງອຸປະຊາອາຈານຕ່າງໆຕາມຈຸດປະສົງ ແຕ່ກ່ອນຈະອອກພັນສາພະສົງຕ້ອງປະວໍຣະນາຕົວກ່ອນ.

ສ່ວນຄຳວ່າ: ປະວໍຣະນາ ແປວ່າ: ການເປີດໂອກາດໃຫ້ພະສົງວ່າກ່າວຕັກເຕືອນກັນໄດ້ ເພາະວ່າເມື່ອອອກພັນສາແລ້ວຕ່າງຄົນຕ່າງໄປ ບາງເທື່ອອາດຈະມີຜູ້ເຮັດຜິດລະບຽບ, ວິໄນ ພະສົງ ກໍຈະສາມາດຕັກເຕືອນຊຶ່ງກັນ ແລະ ກັນໄດ້ ຂອບເຂດການປະວໍຣະນາ ກຳນົດ9 ເດືອນ ເລີ່ມແຕ່ແຮມ 1 ຄໍ່າເດືອນ 11 ຮອດມື້ຂຶ້ນ 15 ຄ່ຳເດືອນ8.

ສຳລັບການເຮັດບຸນແມ່ນພະສົງສາມະເນນຈະຕື່ນແຕ່ເຊົ້າ ຕີກອງເດິກ ຕີຄ້ອງ ຕີລະຄັງ ໄຫວ້ພະ ສູດມົນພ້ອມກັນ ແລ້ວກ່າວຄໍາປະວໍຣະນາອອກພັນສາໃນມື້ງານ ສ່ວນຝ່າຍຄະລືຫັດ (ຊາວບ້ານ) ສັດທາຊາວບ້ານກໍກຽມຕົວມາເຮັດບຸນກຸສົນ ກຽມອາຫານຫວານ, ຄາວ ມາໃຫ້ທານ ຮັກສາສິນ ຟັງທຳມະເທດສະໜາ ຮ່ວມກັນທີ່ວັດໄຕ້ປະທີບໄຫຼເຮືອໄຟທາງນໍ້າ, ທາງບົກ, ບູຊາຂັ້ນໄດແກ້ວຈູດບັ້ງໄຟດອກ.
ພໍຮອດມື້ກໍານົດອອກພັນສາ ໃນມື້ເດືອນສິບເອັດເພັງສັດທາຊາວບ້ານ ແລະ ພະສົງສາມະເນນກໍຈະຮ່ວມກັນສ້າງເຮືອໄຟຂຶ້ນ ໃນເຂດວັດບ່ອນທີ່ເໝາະສົມ ຮອດຕອນຄ່ຳມາ ກໍນຳປະທີບ ດອກໄມ້ ທູບທຽນມາຈູດໄຕ້ບູຊາພຣະຣັດຕະນະໄຕ ບາງບ່ອນຢູ່ໃກ້ແມ່ນ້ຳກໍເຮັດເຮືອໄຟແລ້ວນຳໄປໄຫຼນ້ຳ ຖືວ່າການຈຸດປະທີບບູຊາພຣະຣັຕນະໄຕ ນັ້ນມີອານິສົງຫຼາຍ ເຊັ່ນ: ພະອານຸຣຸດທະເຖຣະ ເປັນພະສາວົກ ທີ່ໄດ້ຍົກຍ້ອງວ່າເປັນພະອໍຣະຫັນຜູ້ມີຕາທິບ ເບິ່ງກວ້າງເຫັນໄກໄດ້ ເພາະອານິສົງຖວາຍປະທີບໃນເມື່ອກ່ອນຈຶ່ງນິຍົມກັນມາຮອດປັດຈຸບັນ.
ພໍຮອດມື້ຕໍ່ມາ ຄືມື້ແຮມ 1 ຄ່ຳເດືອນ11 ກໍມີການຈັດຊ່ວງເຮືອ ລະຫວ່າງຊຸມຊົນຕ່າງໆ ເຮືອຊ່ວງມາໂຮມກັນ ແຕ່ລະລຳປະດັບຕົກແຕ່ງໃຫ້ງາມສະດຸດຕາ ສີພາຍແຕ່ລະລຳ ໂຫ່ຮ້ອງເຊີ້ງເຮືອຍາວກັນຢ່າງ ມ່ວນຊື່ນ

ສຳລັບໃຜທີ່ຢາກຮ່ວມລອຍກະໂທງ ສາມາດກົດລິ້ງນີ້ໄດ້ເລີຍ https://lanxangmedia.com/campaign-oct/

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ