ເງິນຣູເປຍ ອ່ອນຄ່າຫຼາຍ ຍັງອີກພຽງ 1% ໃກ້ທຸບສະຖິຕິໃໝ່ ທະນາຄານກາງອິນໂດເນເຊຍ ເລັ່ງໃຊ້ທຸກເຄື່ອງມືແຊກແຊງ. ດ້ານນັກວິເຄາະຊີ້ ແຊກແຊງຄ່າເງິນອາດບໍ່ມີຜົນປະໂຫຍດ ໂດຍສະເພາະຖ້ານັກລົງທຶນຫັນໄປສູ່ຕະຫຼາດພັນທະບັດ – ຄ່າເງິນ ຕະຫຼາດເກີດໃໝ່ທີ່ກຳລັງມາແຮງ.
ທະນາຄານກາງອິນໂດເນເຊຍ ເປີດເຜີຍວ່າ: ກຳລັງເຂົ້າແຊກແຊງຄ່າເງິນຣູເປຍ ໃນຕະຫຼາດການເງິນຢ່າງເຕັມທີ່ ເພື່ອຮັກສາສະຖຽນລະພາບຄ່າເງິນ ຫຼັງຈາກເງິນຣູເປຍອ່ອນຄ່າແຮງໃກ້ຈຸລະດັບຕໍ່າສຸດເປັນປະຫວັດສາດ.
ຄ່າເງິນຮູເປຍອ່ອນຄ່າລົງແຮງມາຢູ່ທີ່ 16,788 ຣູເປຍຕໍ່1ໂດລາສະຫະລັດ ໃນຕອນເຊົ້າວັນທີ 26 ກັນຍາ ຫ່າງຈາກລະດັບຕໍ່າສຸດທີ່ເຄີຍລົງໃນເດືອນເມສາປີນີ້ ພຽງ 1% ເທົ່ານັ້ນ.
ທ່ານ ເພີຣີ ວາຈິໂຢ ຜູ້ວ່າການທະນາຄານກາງອິນໂດເນເຊຍ ລະບຸໃນຖະແຫຼງການວ່າ: ທາງທະນາຄານກາງ ມຸ່ງໝັ້ນທີ່ຈະຮັກສາສະຖຽນລະພາບຂອງຄ່າເງິນຣູເປຍ ໂດຍໃຊ້ເຄື່ອງມືທາງການເງິນທັງໝົດທີ່ມີຢູ່ຢ່າງເຕັມທີ່ ແລະ ຮຽກຮ້ອງໃຫ້ຜູ້ມີສ່ວນຮ່ວມໃນຕະຫຼາດຮັກສາສະພາບແວດລ້ອມຂອງຕະຫຼາດການເງິນທີ່ເອື້ອອຳນວຍ.
ຢ່າງໃດກໍຕາມ, ທ່ານ ຣາຈີຟ ເດິ ເມລໂລ ຜູ້ຈັດການພໍໂຟລິໂອ ມະຫາພາກລະດັບໂລກຂອງ Gama Asset Management ກ່າວວ່າ: ການແຊກແຊງຄ່າເງິນໃນຕອນນີ້ອາດບໍ່ມີຜົນປະໂຫຍດ ແລະ ຕ້ອງຈ່າຍແພງຫຼາຍ.