ຄຳສະຫະລັດ ທະລຸ 1 ພັນຕື້ໂດລາ ຈຸດປະເດັນການປັບລາຄາແກ້ຂາດດຸນ

03 Oct 2025

ຄລິກແຊຣ໌ 0 Facebook WhatsApp

ຄຳຂອງສະຫະລັດອາເມຣິກາ ບັນລຸ 1 ພັນຕື້ໂດລາ ຫຼັງຈາກທີ່ເພີ່ມຂຶ້ນ 45% ໃນປີນີ້ ຍູ້ມູນຄ່າຕົວຈິງສູງກວ່າໃນບັນຊີ 90 ເທົ່າ ຈຸດປະເດັນການປັບລາຄາເພື່ອແກ້ໄຂການຂາດດຸນງົບປະມານ.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ມູນຄ່າຂອງຄຳສຳຮອງ ຂອງກະຊວງການເງິນສະຫະລັດ ທະລຸ 1 ພັນຕື້ໂດລາ ເຊິ່ງຫຼາຍກວ່າມູນຄ່າທີ່ລະບຸໄວ້ໃນງົບດຸນຂອງລັດຖະບານເຖິງ 90 ເທົ່າ ຫຼັງຈາກທີ່ລາຄາຄຳພຸງຂຶ້ນສ້າງສະຖິຕິສູງສຸດໃໝ່ຫຼາຍຄັ້ງໃນປີນີ້.

ໃນວັນທີ 29 ກັນຍາ 2025 ລາຄາຄຳພຸ່ງຂຶ້ນເກີນ 3,824ໂດລາຕໍ່ອອນ ໃນປີນີ້ລາຄາຄໍາເພີ່ມຂຶ້ນ 45%.

ເຖິງວ່າລາຄາຕະຫຼາດຈະສູງຂຶ້ນຫຼາຍກວ່ານີ້ ແຕ່ໃນທາງບັນຊີທາງການຂອງລັດຖະບານສະຫະລັດຍັງໃຊ້ລາຄາເກົ່າທີ່ສະພາຄອງເກສ ກຳນົດໄວ້ຕັ້ງແຕ່ປີ 1973 ຄື 42.22 ໂດລາຕໍ່ອອນ ໃນການປະເມີນມູນຄ່າຄຳສຳຮອງ ເຮັດໃຫ້ມູນຄ່າຄຳທີ່ປາກົດໃນບັນຊີຢ່າງເປັນທາງການ ພຽງແຕ່ 11 ຕື້ໂດລາເທົ່ານັ້ນເຊິ່ງຕໍ່າກວ່າມູນຄ່າຕົວຈິງໃນປັດຈຸບັນຫຼາຍ. ກະຊວງການເງິນສະຫະລັດ ລະບຸວ່າ: ປັດຈຸບັນສະຫະລັດ ມີຄຳສຳຮອງຢູ່ໃນຄັງປະມານ 261.5 ລ້ານອອນ ໂດຍຄຳສຳຮອງຂອງສະຫະລັດ ຫຼາຍກວ່າເຄິ່ງຖືກເກັບຮັກສາໄວ້ໃນຫ້ອງນິລະໄພໃຕ້ດິນເລິກທີ່ຖານທັບ ຟອດນ໊ອກ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ