ສະຫາຍ ບຸນເລື່ອມ ມະນີວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ

03 Oct 2025

ຄລິກແຊຣ໌ 0 Facebook WhatsApp

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ໄດ້ສຳເລັດໃນຕອນເຊົ້າວັນທີ 30 ກັນຍາ 2025 ພາຍຫຼັງດຳເນີນມາເປັນເວລາ ໜຶ່ງວັນເຄິ່ງ ພາຍໃຕ້ຄຳຂວັນ ” ຍົກສູງຄວາມສາມາດນໍາພາ ແລະຄວາມເປັນແບບຢ່າງນໍາໜ້າ ຂອງອົງຄະນະພັກ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະທ່າແຮງ ຂອງເມືອງມໍລະດົກໂລກ ເຂົ້າໃນການພັດທະນາແຂວງຫຼວງພະບາງ ຕາມທິດເປັນເຈົ້າຕົນເອງ, ສີຂຽວ, ຍືນຍົງ ແລະຄົງຄຸນຄ່າ “.

ຜູ້ແທນສົມບູນກອງປະຊຸມໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ສະໄໝທີ IX ຈຳນວນ 39 ສະຫາຍ, ຍິງ 5 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນຢ່າງສົມບູນ ເລືອກຕັ້ງເອົາຄະນະປະຈຳພັກແຂວງ ຈຳນວນ 13 ສະຫາຍ, ຍິງ 1 ສະຫາຍ. ໃນນັ້ນ ໄດ້ເລືອກເອົາ ສະຫາຍ ບຸນເລື່ອມ ມະນີວົງ ເປັນເລຂາ ຄະນະບໍລິຫານງານພັກແຂວງ, ສະຫາຍ ບຸນເຫຼືອ ສີນໄຊວໍຣະວົງ ແລະສະຫາຍ ຄຳຫຼ້າ ລຽນປະດິດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ.

ເລືອກເອົາ ສະຫາຍ ຊົມຊື່ນ ໄຊເກີຢາຈົງຕົວ ເປັນປະທານຄະນະກວດກາພັກ, ສະຫາຍ ທອງຈັນ ລັດຕະນະປະດິດ, ສະຫາຍ ຄຳພວງ ດວງມະນີ ແລະສະຫາຍ ນາງ ສົມໝາຍ ວິນາກອນ ເປັນຮອງປະທານຄະນະກວດກາພັກ.

ພ້ອມນີ້ ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ຈຳນວນ 34 ສະຫາຍ, ສໍາຮອງ 6 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ຕອນທ້າຍ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ໂອ້ລົມ ເນັ້ນໜັກໃຫ້ຄະນະບໍລິຫານງານພັກແຂວງຫຼວງພະບາງ ຊຸດໃໝ່ ສຸມໃສ່ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ອັນໄດ້ເປັນທິດຊີ້ນຳແກ່ຄະນະພັກ, ສະມາຊິກພັກ, ພະນັກງານ, ທະຫານ-ຕຳຫຼວດ ຕະຫຼອດເຖິງປະຊາຊົນບັນດາເຜົ່າ ໃນການຜັນຂະຫຍາຍ, ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປາກົດຜົນເປັນຈິງ ໃນຕໍ່ໜ້າ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ