ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບ ໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 8 ໄລຍະ ທີ 1 ແຕ່ບ້ານ ວຽງຄໍາ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ກມ 0+000 ຫາ ກມ 42+800 ກມ ໃນຮູບແບບປະສົມປະສານ ລະຫວ່າງ ແຂວງ ບໍລິຄໍາໄຊ ຕາງໜ້າ ພະແນກ ຍທຂ ແລະ ບໍລິສັດ ກວາງຕຸງ ວິສະວະກໍາກໍ່ສ້າງໄຟຟ້ານໍ້າຕົກເລກ 3 ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 30 ກັນຍາ 2025.
ເສັ້ນທາງຫຼວງແຫ່ງຊາດເລກທີ 8 ເປັນເສັ້ນທາງບູລິມະສິດອັນດັບໜຶ່ງ ນອນໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເວົ້າລວມ; ເວົ້າສະເພາະ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງບໍລິຄຳໄຊ ເຊິ່ງເປັນເສັ້ນທາງສາຍຫຼັກເພື່ອເຊື່ອມໂຍງກັບອະນຸພາກພື້ນຂອງລາວ ແລະ ເປັນເສັ້ນທາງຂົນສົ່ງສິນຄ້າອອກສູ່ທະເລນ້ຳເລິກ ທີ່ໃກ້ທີ່ສຸດ (ທ່າເຮືອຫວຸງອາງ).
ເສັ້ນທາງຫຼວງແຫ່ງຊາດເລກ 8 ໄດ້ຮັບການກໍ່ສ້າງ ແລະ ປັບປຸງຄືນໃໝ່ ໃນໄລຍະທ້າຍ ຊຸມປີ 1980 ໂດຍແມ່ນບໍລິສັດ ກໍ່ສ້າງຂົວທາງເລກ 8 ເປັນຜູ້ກໍ່ສ້າງ, ເລີ່ມແຕ່ແຍກທາງ 13 ໃຕ້ ທາງແບ່ງບ້ານວຽງຄໍາ ເມືອງປາກກະດິງ ຫາ ຊາຍແດນຫວຽດນາມ ດ່ານນໍ້າພາວ ເມືອງຄຳເກີດ ລວງຍາວ 132 ກິໂລແມັດ.
ການກໍ່ສ້າງໃນເບື້ອງຕົ້ນເປັນເສັ້ນທາງປະເພດ V ຄວາມໄວອອກ ແບບ 60 ກມ/ຊມ, ຮັບນໍ້າໜັກໄດ້ 8.2 ໂຕນ/ເພົາ. ມາຮອດປະຈຸບັນນີ້ເຫັນວ່າຄວາມຮຽກຮ້ອງຕ້ອງການນໍາໃຊ້ເສັ້ນທາງດັ່ງກ່າວແມ່ນມີສູງ, ປະລິມານການສັນຈອນຂອງລົດບັນທຸກຂົນສົ່ງສິນຄ້າ ປະເພດລົດລາກ 22 ລໍ້ ແລະ ລົດພ່ວງ ມີຈໍານວນເພີ່ມຂຶ້ນຫຼາຍ, ແຕ່ເສັ້ນທາງດັ່ງກ່າວສະພາບແມ່ນຄັບແຄບ, ຄວາມອາດສາມາດ ຮັບນໍ້າໜັກບໍ່ໄດ້ຕາມມາດຕະຖານຂອງທາງຫຼວງອາຊຽນ ຄື11 ໂຕນ/ເພົາ. ດັ່ງນັ້ນ ຈັດພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ເພື່ອສຶກສາສໍາຫຼວດອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງເສັ້ນດັ່ງກ່າວ ລະຫວ່າງ ທ່ານ ວິໄຊ ພູມີ ຫົວໜ້າພະແນກ ຍທຂ ກັບ ທ່ານ ເຊີນ ຕິງຈົງ ຮອງອໍານວຍການບໍລິສັດ ກວາງຕຸງ ວິສະວະກໍາກໍ່ສ້າງໄຟຟ້ານໍ້າຕົກເລກ 3 ຈໍາກັດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຄໍາແຫວນ ປັນຍານຸງວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຕາງໜ້າສະພາປະຊາຊົນແຂວງ ຫົວໜ້າພະແນກການ, ບໍລິສັດ ຕາງໜ້າການນໍາຂັ້ນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.