ດັດແກ້ ຮື້ຖອນບາງສະຖານີ ແລະ ຄູກັ້ນຂອບທາງລົດເມດ່ວນ BRT

03 Oct 2025

ຄລິກແຊຣ໌ 0 Facebook WhatsApp

ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ອອກແຈ້ງການດັດປັບແບບກໍ່ສ້າງບາງຈຸດບາງບ່ອນໂຄງການກໍ່ສ້າງທາງລົດເມ BRT ທັງນີ້ກໍເພື່ອແກ້ໄຂບັນຫາການຈະລາ ຈອນມີການຕິດຂັດໃນຕົວເມືອງທີ່ຕິດຂັດເພີ່ມຂຶ້ນ, ມີຫາງສຽງຈົ່ມວ່າຈາກສັງຄົມ

ອີງຕາມ ແຈ້ງການຂອງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຫນັງສືສະເໜີຂອງ ນະຄອນຫຼວງ ວຽງຈັນ ແລະ ຕາມການຕົກລົງເຫັນດີເປັນເອກະພາບຂອງ ຄະນະນໍາກະຊວງ ໂຍທາທິການ ແລະ ຂົນສົ່ງ

ວັນທີ 26 ກັນຍາ 2025 ນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກແຈ້ງການ ກ່ຽວກັບທິດຊີ້ນຳການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງທາງລົດເມ BRT ຢູ່ ນະຄອນຫລວງວຽງຈັນ ເພື່ອແກ້ໄຂບັນຫາການຈະລາຈອນມີການຕິດຂັດໃນຕົວເມືອງ ໂດຍມອບໃຫ້ໂຄງການ ດັດປັບແບບກໍ່ສ້າງບາງຈຸດບາງບ່ອນ ຄື:

1.ໃຫ້ຮີບຮ້ອນຮື້ຖອນສະຖານີ ທີ່ຕັ້ງຢູ່ກາງທາງ 2 ສະຖານີ ຕາມຖະໜົນເສດຖະທິລາດ ແຕ່ເຂດວັດອົງຕື້ລົງມາຫາ ຫໍຄຳ ຈົນຮອດແລວເສັ້ນທາງໜ້າສະຖານທູດຝຣັ່ງ ແລະ ໃຫ້ຄົ້ນຄວ້າສ້າງສະຖານີໃໝ່ ປ່ຽນແທນຢູ່ແຄມທາງຕາມຄວາມເໝາະສົມ;

2. ໃຫ້ຮີບຮ້ອນຮື້ຖອນຄູກັນຂອບທາງລົດເມ ຫລື ເຄີຍແບ່ງເລນສະເພາະຂອງ BRT ທີ່ກໍ່ສ້າງແລ້ວ ຢູ່ເສັ້ນທາງແຕ່ໄຟແດງຖະໜົນ ໄກສອນ ພົມວິຫານ ຫາ ເສັ້ນທາງ 450 ປີ ເຂົ້າຫາມະຫາໄລແຫ່ງຊາດ (ດົງໂດກ) ແລະ ຫັນມາເປັນການແຕ້ມເສັ້ນຈະລາຈອນປ່ຽນແທນ (ລວມທັງບັນດາເສັ້ນທາງທີ່ກຳລັງຈະກໍ່ສ້າງຕື່ມ).

ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫລວງວຽງຈັນ ເປັນໂຄງການບຸລິມະສິດຂອງລັດຖະບານ ກໍຄື ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອນະຄອນຫລວງວຽງຈັນ.

ສະນັ້ນ, ບັນດາຂະແໜງການທີ່ກ່ຽວຂ້ອງ ຕ້ອງເພີ່ມທະວີການຄຸ້ມຄອງຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ໃຫ້ສໍາເລັດໂດຍໄວ. ແຕ່ເຫັນວ່າ ມາຮອດປັດຈຸບັນ ການກໍ່ສ້າງເຮັດໃຫ້ການຈະລາຈອນໃນຕົວເມືອງ ມີຄວາມຕິດຂັດເພີ່ມຂຶ້ນ, ມີຫາງສຽງຈົ່ມວ່າຈາກສັງຄົມ ເປັນຈຳນວນຫລວງຫລາຍ.

ເພື່ອແກ້ໄຂບັນຫາສະເພາະໜ້າກໍຄື ແກ້ໄຂຫາງສຽງຈົ່ມວ່າຈາກສັງຄົມ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີຄວາມເປັນເອກະພາບສູງກັບ ນະຄອນຫລວງວຽງຈັນ ໃຫ້ໂຄງການ ດັດປັບແບບກໍ່ສ້າງບາງຈຸດບາງບ່ອນ ຄືດັ່ງກ່າວ.

ຫຼ້າສຸດໃນວັນທີ 30 ກັນຍາ, ທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງສ, ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາ, ພ້ອມດ້ວຍຜູ້ຮັບຜິດຊອບຈັດຕັ້ງປະຕິບັດໂຄງການ ລວມເຖິງພະແນກການອ້ອມຂ້າງ. ໄດ້ລົງຕິດຕາມການຮື້ຖອນ 2 ສະຖານີ ຢູ່ຖະໜົນເສດຖາທິລາດຄື: ສະຖານີໜ້າວັດອົງຕື້ ແລະ ສະຖານີສວນນໍ້າພຸ ເຊິ່ງການຮື້ຖອນກໍມີ ຄວາມຄືບໜ້າເກືອບ 100%. ພ້ອມດຽວກັນນີ້ ກໍໄດ້ມີການພົບປະກັບ ບັນດານາຍບ້ານ, ພໍ່ແມ່ປະຊາຊົນ ແລະ ຕາງໜ້າຈາກຫ້າງຮ້ານ ແລະ ຫົວໜ່ວຍຜູ້ປະກອບການທີ່ອາໄສລຽບຕາມເສັ້ນທາງດັ່ງກ່າວ. ເພື່ອຮັບຟັງຄວາມຄິດເຫັນ ແລະບັນຫາ ທີ່ເຂົາເຈົ້າພົບພໍ້ຈາກການກໍ່ສ້າງໂຄງການລົດເມດ່ວນ BRT ເພື່ອທາງໂຄງການຈະນຳໄປປັບປຸງແກ້ໄຂໃຫ້ປະຊາຊົນໄດ້ຮັບຄວາມສະດວກ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ