ສະຫະພັນກີລາກ໊ອຟ ເລືອກສະໜາມກ໊ອຟ ລາວຄັນທຣີ ຄລັບ  ຫຼັກ 14 ຈັດການແຂ່ງຂັນໃນງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 12

02 Oct 2025

ຄລິກແຊຣ໌ 0 Facebook WhatsApp

  ສະຫະພັນກີລາກ໊ອຟແຫ່ງຊາດລາວ ເລືອກສະໜາມກ໊ອຟ ລາວຄັນທຣີ ຄລັບ  ຫຼັກ 14 ຈັດການແຂ່ງຂັນກີລາກ໊ອຟ ໃນງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 12 ທີ່ ນະຄອນຫຼວງວຽງຈັນ ເປັນເຈົ້າພາບລະຫວ່າງວັນທີ 15-25 ພະຈິກ 2025 ໂດຍຈະມີການຊີງໄຊເຖິງ 8 ຫຼຽນຄໍາ.

   ພິທີຖະແຫຼງຂ່າວ ການແຂ່ງຂັນກີລາກ໊ອຟ ໃນງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 12 ຈັດຂຶ້ນໃນວັນທີ 2 ຕຸລາ 2025 ທີ່ສະໜາມ ກ໊ອຟ ລາວຄັນທຣີ ຄລັບ ຫຼັກ 14 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ, ທ່ານ ຮສ ປອ ກອງສີ ແສງມະນີ ປະທານສະຫະພັນກີລາກ໊ອຟແຫ່ງຊາດລາວ ແລະ ທ່ານ ສະເຫຼີມໄຊ ທ່ຽງທໍາ ອໍານວຍການ ສະໜາມກ໊ອຟ ລາວຄັນທຣີ ຄລັບ ຫຼັກ 14 ພ້ອມດ້ວຍຄະນະ, ຄູຝຶກ ແລະ ນັກກີລາ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

   ໂອກາດດັ່ງກ່າວ ທ່ານ ພົງໄຊໄຊຊະນະ ໄຊຍະເສນາ, ຮອງປະທານສະຫະພັນກີລາກ໊ອຟແຫ່ງຊາດ ກ່າວວ່າ: ມາດຕະຖານການບໍລິຫານຈັດການແຂ່ງຂັນກີລາກ໊ອຟຢູ່ປະເທດເຮົາ ໄດ້ຖືກຮັບການຍົກລະດັບເທົ່າທຽມກັບລະດັບພາກພື້ນປະຊາຄົມອາຊຽນຢ່າງເປັນຮູບປະທໍາ ຄັ້ງທໍາອິດ ໃນສະໄຫມຈັດງານມະຫາກຳກິລາຊີເກມ ທີ່ ສປປ ລາວ ເປັນເຈົ້າພາບ (ວຽງຈັນເກມ -2009), ແນ່ນອນການແຂ່ງຂັນກິລາກ໊ອຟ ງານມະຫາກໍາກິລາແຫ່ງຊາດຄັ້ງທີ 12 ທີ່ນະຄອນຫລວງ ວຽງຈັນ ເປັນເຈົ້າພາບ ແມ່ນມີຄວາມຫມາຍເລິກເຊິ່ງ, ຕິດພັນກັບງານບຸນປະຫວັດສາດຂອງ ຊາດ ແລະ ມີທັງຄວາມທຳທ້າທາຍຫຼາຍເພີ້ມຂຶ້ນ ເຊິ່ງມີນັກກີລາແຈ້ງເຈດຈໍານົງເຂົ້າຮ່ວມແລ້ວ 120 ທ່ານ (ຄາດຄະເນວ່າຈະມີຜູ້ເຂົ້າຮ່ວມ 160-180 ທ່ານ ມີທັງເພດຍິງ ແລະ ເພດຊາຍ ).

   “ ເພື່ອໃຫ້ບັນລຸຄາດຫມາຍສູ້ຊົນທີ່ກ່າວມາຂ້າງເທິງນີ້ ຜ່ານມາ ພວກເຮົາໄດ້ດໍາເນີນງານດ້ານຕ່າງໆຫຼາຍດ້ານເປັນຕົ້ນແມ່ນ ສໍາເລັດການຮັບຮອງ ສະໜາມແຂ່ງຂັນຄື ສະໜາມກ໊ອຟ ລາວຄັນທຣີ ຄລັບ ໃຫ້ເປັນສະໜາມແຂ່ງຂັນທາງການ ປະເພດກິລາກ໊ອຟ ໃນງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 12 ເພາະສະໜາມກ໊ອຟແຫ່ງນີ້ ໄດ້ຮັບການອອກແບບ ໂດຍບໍລິສັດສໍາຫລວດອອກແບບກໍ່ສ້າງສະໜາມກ໊ອຟຊັ້ນນໍາ ທີ່ມີຊື່ສຽງຂອງສາກົນ, ໄດ້ມາດຕະຖານການບໍລິການ ແລະ ມາດຕະຖານເຕັກນິກສະໜາມກ໊ອຟແມ່ນຢູ່ໃນລະດັບດີ ໂດຍຜ່ານມາ ສະຫະພັນກີລາກ໊ອຟແຫ່ງຊາດລາວ ກໍເຄີຍຈັດແຂ່ງຂັນກີລາກ໊ອຟລະດັບ ຊາດມາຫລາຍຄັ້ງ, ໂດຍສະເພາະແມ່ນ ງານມະຫະກຳກິລາແຫ່ງຊາດ ອຸດົມໄຊເກມ ກໍໄດ້ມາຈັດຢູ່ສະໜາມແຫ່ງນີ້, ເຊິ່ງພວກເຮົາໄດ້ກຳນົດໃຫ້ຊິງຫລຽນ 8 ຫລຽນຄໍາ, ແບ່ງສາຍການແຂ່ງຂັນອອກເປັນສອງສາຍຄື: ສາຍບໍ່ມີແຕ້ມຕໍ່ (Gross Score) ແລະ ສາຍມີແຕ້ມຕໍ່ (Net Score), ແຕ່ລະສາຍມີທັງ ປະເພດບຸກຄົນຍິງແລະບຸກຄົນຊາຍ; ປະເພດທີມຍິງແລະທີມຊາຍ. ນັກກິລາຜູ້ໜຶ່ງສາມາດ ໄດ້ຮັບຫລຽນບໍ່ເກີນສອງຫລຽນ (ປະເພດທີມແລະປະເພດບຸກຄົນ) ” ທ່ານ ພົງໄຊໄຊຊະນະ ໄຊຍະເສນາ ກ່າວ.

   ຂະນະດຽວກັນ ທ່ານ ສະເຫຼີມໄຊ ທ່ຽງທໍາ ອໍານວຍການ ສະໜາມກ໊ອຟ ລາວຄັນທຣີ ຄລັບ ຫຼັກ 14 ກ່າວວ່າ: ສະໜາມກ໊ອຟ ລາວຄັນທຣີ ຄລັບ ຫຼັກ 14 ຍິນດີ ແລະ ພ້ອມຮັບໃຊ້ໃນການແຂ່ງຂັນກີີລາກ໊ອຟໃນງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 12 ໂດຍພວກເຮົາໄດ້ມີການກຽມພ້ອມດ້ານຄະນະກໍາມະການ ແລະ ບຸກຄະລາກອນ ລວມເຖິງລະບົບການນັບຄະແນນທີ່ມີຄວາມຖືກຕ້ອງ ແລະ ຊັດເຈນຕາມຫຼັກສາກົນ. ນອກນັ້ນ, ໃນການຈັດຄັ້ງ ສະໜາມພວກເຮົາມີຄວາມພ້ອມ ແລະ ໄດ້ຕາມມາດຕະຖານສາກົນ.

   ສໍາລັບ ການແຂ່ງຂັນກີລາກ໊ອຟ ໃນງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 12 ຈະເລີ່ມແຂ່ງຂັນມື້ທໍາອິດໃນວັນທີ 21 ພະຈິກ 2025 ໄປຈົນເຖິງວັນທີ 24 ພະຈິກ 2025 ເປັນມື້ສຸດທ້າຍຂອງການແຂ່ງຂັນ ມີການຊີງໄຊກັນທັງໝົດ 8 ຫຼຽນຄໍາ.

ຂ່າວ-ຮູບ:​ Larh Creators

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ