ນະຄອນຫຼວງວຽງຈັນ, ເດືອນກັນຍາ 2025 ໃນສະພາບແຫ່ງຍຸກສະໄໝ ຫັນເປັນດິຈິຕອລ ແລະ ພັດທະນາຢ່າງແຂງແຮງຂອງປັນຍາປະດິດ AI ບັນດາຜູ້ຊ່ຽວຊານດ້ານການຕະຫຼາດ Marketing ຂອງ FoxAI ລາວ ໃຫ້ຮູ້ວ່າ ການສ້າງ ແລະ ເຮັດໃຫ້ເນື້ອໃນຂອງເວບໄຊອຸດົມສົມບູນ ກຳລັງກາຍເປັນຍຸດທະສາດທີ່ສຳຄັນ ສາມາດຊ່ວຍໃຫ້ບັນດາວິສາຫະກິດ ຢູ່ລາວ ສາມາດຮັບປະກັນໄດ້ການປະເຊີນໜ້າໂດຍກົງ ຍົກສູງຄວາມເຊື່ອຖືຂອງແບຣນສີນຄ້າ ຊຸກຍູ້ການເຕີບໂຕຍອດຂາຍຢ່າງໝັ້ນຄົງ.

+ ເນື້ອໃນຂອງດິຈິຕອລ – “ຊັບສິນ” ຍຸດທະສາດຂອງວິສາຫະກິດ
ຕາມການວິໄຈ, ບັນດາບົດຂຽນຢູ່ໃນເວບໄຊ ບໍ່ພຽງແຕ່ແມ່ນການເຄື່ອນໄຫວທາງດ້ານຂໍ້ມູນຂ່າວສານ ແຕ່ຍັງເປັນລັກສະນະເອກະສານສຳຄັນດ້ານຍຸດທະສາດ ຂອງວິສາຫະກິດ. ບັນດາເຄື່ອງມືຊອກຄົ້ນລະດັບສາກົນຄື: Google ຈະຮອງຮັບ, ເກັບສໍາເນົາ ແລະ ສະແດງໃຫ້ເຫັນບັນດາຂໍ້ມູນເຫຼົ່ານັ້ນ ໃນເມື່ອຜູ້ຊົມໃຊ້ຊອກຄົ້ນບັນດາຜະລິດຕະພັນ,ການບໍລິການ ຢູ່ເທິງເວບໄຊ.
ບັນຫາດັ່ງກ່າວ ສຸດທີ່ມີຄວາມສຳຄັນ ໃນສະພາບແວດລ້ອມທີ່ລາວ ຍັງຄຸ້ນເຄີຍກັບການຊອກຄົ້ນບັນດາຂໍ້ມູນ ແລະ ການບໍລິການຢູ່ເທິງ Google ແຕ່ຍັງບໍ່ທັນແຜ່ຂະຫຍາຍຢ່າງກວ້າງຂວາງ ແຕ່ກະຍັງໄດ້ຂະຫຍາຍຕົວຢ່າງໄວວາ. ວິສາຫະກິດສາມາດເປັນເຈົ້າການໃນການສ້າງເນື້ອໃນແຕ່ດຽວນີ້ ເພື່ອຈະມີຂໍ້ໄດ້ປຽບການແຂ່ງຂັນ ຢ່າງເຫັນໄດ້ຊັດ ໃນໜ້າວຽກເຂົ້າຫາລູກຄ້າ AI Chatbot – ຊ່ອງແນະນຳຜະລິດຕະພັນໃໝ່
ບໍ່ພຽງແຕ່ຢຸດຢູ່ທີ່ Google ບັນດາພື້ນຖານ ປັນຍາປະດິດ AI Chatbot, ChatGPT, Gemini ກຳລັງເປີດໂອກາດເຂົ້າຫາລູກຄ້າ ຕາມວິທີການໃໝ່ ບັນດາລະບົບເຫຼົ່ານັ້ນມີຄວາມສາມາດສັງລວມຂໍ້ມູນຈາກຫຼາຍແຫຼ່ງ ໃນນັ້ນມີຂໍ້ມູນທີ່ມາຈາກເວບໄຊຂອງບັນດາວິສາຫະກິດ ໂດຍກົງ.
ຍ້ອນແນວນັ້ນ, ໃນເມື່ອລູກຄ້າຕັ້ງບັນຫາ ກ່ຽວກັບຜະລິຕະພັນ ແລະ ບໍລິການ ChatGPT ແລະ Gemini
ສາມາດແນະນຳບັນດາຂໍ້ມູນຂອງວິສາຫະກິດລາວ ໃຫ້ລູກຄ້າໄດ້ຢ່າງຊັດເຈນ. ຖ້າພື້ນຖານຂໍ້ມູນໄດ້ຮັບການສ້າງຂຶ້ນເວບໄຊຢ່າງຄົບຖ້ວນ. ສາມາດຕີລາຄາໄດ້ວ່າ ເປັນບາດກ້າວທີ່ສຳຄັນ ຊ່ວຍໃຫ້ວິສາຫະກິດ ປະຍັດງົບປະມານໃຫ້ແກ່ວຽກໂຄສະນາ ແຕ່ສາມາດເປີດກວ້າງຂໍ້ມູນໃຫ້ກັບລູກຄ້າ.
ບັນດານັກຊ່ຽວຊານ Digital Marketing ຂອງ FoxAI Lao ໄດ້ໃຫ້ຮູ້ວ່າ ຖ້າບັນດາວິສາຫະກິດຍັງບໍ່ທັນລິເລີ່ມລົງມືແຕ່ດຽວນີ້ ອີກບໍ່ພໍທເທົ່າໃດປີຂ້າງໜ້າ ເມື່ອ AI ກາຍເປັນຊ່ອງທາງຊອກຄົ້ນຂໍ້ມູນທີ່ກວ້າງຂວາງ ລູກຄ້າອາດຈະຊອກເຫັນຄູ່ແຂ່ງ ແທນການຊອກເຫັນຜະລິດຕະພັນຂອງຕົນ. ກົງກັນຂ້າມຖ້າຂໍ້ມູນທີ່ອຸດົມສົມບູນໄດ້ອັບລົງ website, Google ແລະ ບັນດາ Chatbot AI ຈະກາຍເປັນຜູ້ຂາຍສີນຄ້າຢ່າງມິດງຽບ ເຮັດໃຫ້ແບຣນ ແລະ ຜະລິດຕະພັນຂອງ ທ່ານ ເຂົ້າເຖີງລູກຄ້າໄດ້ທຸກທີ່ ທຸກເວລາ.

+ ການພັດທະນາແບບຍືນຍົງ, ຫຼຸດຜ່ອນການໂຄສະນາແບບບັງຄັບ.
ໃນສະພາບຕົວຈິງ ໃຫ້ເຫັນວ່າການໂຄສະນາໂດຍກົງ ຜ່ານ Facebook ຫຼື TikTok ໄດ້ຮັບຜົນໃນໄລຍະສັ້ນ, ແຕ່ເສຍງົບປະມານຫຼາຍ, ຕ່າງຈາກເນື້ອໃນດິຈິຕອລໃນເວບໄຊ ພັດເປັນຂໍ້ມູນຍາວນານ ເປັນການປັບ ແລະ ຮັກສາຂໍ້ມູນ ເປັນຍ່າງດີ ເນື້ອໃນອາດຈະມີຄຸນຄ່າຫຼາຍປີ ເຮັດໃຫ້ວິສາຫະກິດສາມາດເຂົ້າເຖີງລູກຄ້າໄດ້ຢ່າງໝັ້ນຄົງ ຖາວອນ.
ນອກຈາກນັ້ນ, ການພັດທະນາລະບົບເນື້ອໃນ, ຄຸນນະພາບ ຍັງເປັນການຮັກສາຄວາມເຊື່ອໝັ້ນຂອງແບຣນເຫັນໄດ້ຊັດ ຄວາມເປັນມືອາຊີບ ແລະ ການພົວພັນຍາວນານ ກັບລູກຄ້າ-ປັດໄຈສໍາຄັນໃຫ້ບັນດາວິສາຫະກິດລາວ ຍົກສູງບົດບາດໃນການແຂ່ງຂັນພາຍໃນພາກພື້ນ ແລະ ສາກົນ.
+ ບາງຄຳແນະນຳສໍາລັບວິສາຫະກິດຢູ່ລາວ.
ບັນດານັກຊ່ຽວຊານຂອງຟອກເອໄອລາວໃຫ້ຄຳຢັ້ງຢືນວ່າ, ຖ້າຢາກໃຫ້ທ່ວງທັນກັບສະພາບການແຫ່ງຢຸກສະ ໄໝຂອງ AI. ບັນດາວິສາຫະກິດຢູ່ລາວຕ້ອງສ້າງເນື້ອໃນຂອງຕົນໃຫ້ອຸດົມສົມບູນເພື່ອອັບຂື້ນເວບໄຊແຕ່ດຽວນີ້ເປັນຕົ້ນໄປ. ທຸກເນື້ອໃນບົດຄວາມທີ່ຂຽນຕ້ອງປິ່ນອ້ອມຜະລິດຕະພັນ, ການບໍລິການ ແລະ ຂະແໜງຂອງຕົນ. ມັນບໍ່ພຽງແຕ່ຊ່ວຍໃຫ້ Google ຮອງຮູ້ຢ່າງງ່າຍດາຍ ມັນຍັງອະນຸຍາດໃຫ້ Chat GPT, Gemini ແລະ ບັນດາເຄື່ອງມືຂອງ AI ອື່ນໆສາມາດແນະນຳຜະລິດຕະພັນ, ການບໍລິການຂອງວິສາຫະກິດເຂົ້າເຖິງລູກຄ້າໄດ້ຢ່າງງ່າຍດາຍ.
ນີ້ມັນບໍ່ພຽງແຕ່ແມ່ນຍຸດທະສາດຂອງການຕະຫຼາດ ທີ່ມີໝາກຜົນ ມັນຍັງເປັນບາດກ້າວການຂະຫຍາຍຕົວຢ່າງພາວະວິໃສ ຂອງວິສາຫະກິດລາວ ສາມາດເປັນເຈົ້າການກ້າວເຂົ້າຍຸກສະໄໝແຫ່ງ ປັນຍາປະດິດ AI ເປີດກວ້າງການຕະຫຼາດ ແລະ ຊຸກຍູ້ການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.www.fox.ai.vnwww.homelao.lawww.joblao.la