ແຂວງຈຳປາສັກ ສໍາເລັດກອງປະຊຸມ ໃຫຍ່ ຜູ້ແທນອົງຄະນະພັກ ຄັ້ງທີ IX, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ຮັບຄວາມໄວ້ວາງໃຈ ເລືອກເປັນເລຂາຄະນະບໍລິການພັກແຂວງ,ສະຫາຍ ສຸພາບ ທຳມະຮັກສາ ແລະ ສະຫາຍ ສຸກສະຫວັນ ວິໄລວົງເປັນຮອງເລຂາ.
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຈຳປາສັກ ຄັ້ງທີ IX ໄດ້ໄຂຂຶ້ນ ໃນວັນທີ 24 – 25 ກັນຍາ 2025 ໂດຍການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈໍາປາສັກ.
ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ພ້ອມຂະແໜງການຕ່າງໆທັງສູນກາງແລະທ້ອງຖິ່ນ ແລະ ຜູ້ແທນສົມບູນໃນທົ່ວແຂວງຈໍາປາສັກ ເຂົ້າຮ່ວມ 439 ສະຫາຍ, ຍິງ 65 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ບັນດາສະຫາຍສະມາຊິກພັກທັງໝົດ 31,547 ສະຫາຍ ຍິງ 8,953 ສະຫາຍ.
ຜູ້ແທນກອງປະຊຸມ ໄດ້ພ້ອມກັນຍົກສູງ ຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາໃສ່ການຄົ້ນຄວ້າ, ປະກອບຄຳເຫັນຢ່າງເລິກເຊິ່ງ ເຮັດໃຫ້ກອງປະຊຸມໃຫຍ່ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ສຳເລັດລົງຕາມຈຸດປະສົງ ແລະ ລະດັບຄາດ ໝາຍອັນຈົບງາມ.
ກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ໄດ້ກໍານົດໄວ້ ເຊິ່ງປະກອບດ້ວຍຜູ້ເກົ່າ ແລະ ຜູ້ໃໝ່, ຜູ້ອາວຸໂສ, ຜູ້ກາງ ແລະ ຜູ້ໜຸ່ມແໜ້ນ, ມີທັງເພດຍິງ ແລະ ຊົນເຜົ່າ ເຊິ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 46 ສະຫາຍ ຍິງ 6 ສະຫາຍ, ເລືອກໄດ້ 41 ສະຫາຍ ຍິງ 5 ສະຫາຍ ຄື:
1. ສະຫາຍ ອາລຸນໄຊ ສູນນະລາດ
2. ສະຫາຍ ແກ້ວລັດຕະນະ ສີຫາວົງ
3. ສະຫາຍ ປະດິດ ວັນນະລັດສະໝີ
4. ສະຫາຍ ສົມບູນ ເຮືອງວົງສາ
5. ສະຫາຍ ນາງ ວາດສະໜາ ສີລິມາ
6. ສະຫາຍ ສຸກສະຫວັນ ວິໄລວົງ
7. ສະຫາຍ ສົມສີ ມະນີນິນ
8. ສະຫາຍ ອຸດົມສັກ ດີວິໄຊ
9. ສະຫາຍ ວັນນະໄຊ ຊາດຕະກຸນ
10. ສະຫາຍ ສອນສະຫວັນ ສີວິໄລ
11. ສະຫາຍ ພິມພອນ ພັນດານຸວົງ
12. ສະຫາຍ ແກ້ວ ສີລິສະຫັວດ
13. ສະຫາຍ ສຸພາບ ທໍາມະຮັກສາ
14. ສະຫາຍ ນາງ ບົວລຽນ ມະນີວົງ
15. ສະຫາຍ ຈັນທະບູນ ສີປະເສີດ
16. ສະຫາຍ ບຸນຄົງ ພັນວົງສາ
17. ສະຫາຍ ສຸກກະເສີມ ສີຫານຸວົງ
18. ສະຫາຍ ບຸນຍະເດດ ທອງສະຫວັນ
19. ສະຫາຍ ນາງ ເຕດາວັນ ແກ້ວພິລາວັນ
20. ສະຫາຍ ວັນນະສັກ ຊາດຕະກຸນ
21. ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ
22. ສະຫາຍ ພັນເອກ ບຸນອ່ຽງ ພັນວົງສາ
23. ສະຫາຍ ນາງ ພູໄພທອງ ພິມມະວົງສາ
24. ສະຫາຍ ສິດທິພອນ ບຸດຕິວົງ
25. ສະຫາຍ ຄຳໄຕ ແກ້ວປະເສີດ
26. ສະຫາຍ ອໍານວຍ ເຮືອງວົງສາ
27. ສະຫາຍ ບຸນທັນ ໄຊຍະແສງ
28. ສະຫາຍ ບຸນລິດ ເທບບຸນສູງ
29. ສະຫາຍ ວິໄລສັກ ສູນທອນ
30. ສະຫາຍ ສົມຈິດ ແພງສະຫວັດ
31. ສະຫາຍ ຄໍາ ນິລະວົງ
32. ສະຫາຍ ດຣ.ນັນທະສານ ວັນນະວົງ
33. ສະຫາຍ ສຸວັນນະລາດ ສີຫານົນ
34. ສະຫາຍ ສົມສັກ ເສົາວະລັດ
35. ສະຫາຍ ທອງຄູນ ເຮືອງວົງສາ
36. ສະຫາຍ ພູວົງ ອາໄພ
37. ສະຫາຍ ນາງ ໄຊຍະລິດ ວົງສາລະວັນ
38. ສະຫາຍ ສາທິດ ປັດສາພັນ
39. ສະຫາຍ ສະໜັ່ນ ສີດາວົງ
40. ສະຫາຍ ອະນຸສັກ ຈັນທະປະເສີດ
41. ສະຫາຍ ຄຳສີ ຫຼິນສະຫວາດ
ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ IX ໄດ້ພ້ອມກັນໃຊ້ສິດເລືອກເອົາຄະນະປະຈໍາພັກແຂວງ ດ້ວຍການປ່ອນບັດໂດຍກົງ ມີຜູ້ອອກສະໝັກເລືອກຕັ້ງ 16 ສະຫາຍ, ຍິງ 1 ສະຫາຍ, ເລືອກໄດ້ 13 ສະຫາຍ, ຍິງ 1 ສະຫາຍ, ຄື:
1. ສະຫາຍ ອາລຸນໄຊ ສູນນະລາດ
2. ສະຫາຍ ແກ້ວລັດຕະນະ ສີຫາວົງ
3. ສະຫາຍ ປະດິດ ວັນນະລັດສະໝີ
4. ສະຫາຍ ສົມບູນ ເຮືອງວົງສາ
5. ສະຫາຍ ນາງ ວາດສະໜາ ສີລິມາ
6. ສະຫາຍ ສຸກສະຫັວນ ວິໄລວົງ
7. ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ
8. ສະຫາຍ ພັນເອກ ບຸນອ່ຽງ ພັນວົງສາ
9. ສະຫາຍ ສົມສີ ມະນີນິນ
10. ສະຫາຍ ວັນນະໄຊ ຊາດຕະກຸນ
11. ສະຫາຍ ພິມພອນ ພັນດານຸວົງ
12. ສະຫາຍ ສຸພາບ ທໍາມະຮັກສາ
13. ສະຫາຍ ບຸນຄົງ ພັນວົງສາ
ກອງປະຊຸມ ໄດ້ເປັນເອກະພາບສົມບູນເລືອກຕັ້ງ ເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກແຂວງ ຄື: ສະຫາຍ ອາລຸນໄຊ ສູນນະລາດ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ສຸພາບ ທຳມະຮັກສາ ແລະ ສະຫາຍ ສຸກສະຫວັນ ວິໄລວົງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ.
ກອງປະຊຸມໄດ້ເລືອກເອົາປະທານກວດກາ ແລະ ຮອງປະທານກວດກາຄະນະພັກແຂວງ ຄື: ສະຫາຍ ບຸນຄົງ ພັນວົງສາ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ສີສຸກ ພົງພິຈິດ, ສະຫາຍ ຈິດສະໝອນ ບຸດຕິວົງ ແລະ ສະຫາຍ ບົວສອນ ວົງຫາຈັກ ເປັນຮອງປະທານຄະນະກວດກາພັກແຂວງ.
ຕອນທ້າຍກອງປະຊຸມໃຫຍ່ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ. ຂ່າວ-ຮູບ: ທູນທອງໃຈ, ໜັງສືພິມ ຈຳປາໃໝ່