ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VIII ໄດ້ສໍາເລັດຢ່າງຈົບງາມ, ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 25-26 ກັນຍາ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ.ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທາປະເທດແຫ່ງ ສປປລາວ.
ໃນກອງປະຊຸມ ໄດ້ພ້ອມກັນຄົ້ນ ຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງ, ແຜນ ພັດທະນາເສດຖະກິດ-ສັງຄົມ ທັງສອງພາກ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ສະໄໝທີ VII; ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນ ໃນການ ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ສະໄໝທີ VII ຂອງອົງຄະນະພັກ ນວໄລຍະ 5 ປີຜ່ານມາ.
ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2026-2030) ໂດຍຕັ້ງໜ້າປະຕິບັດອັດຕາການເຕີບໂຕທາງເສດຖະກິດ ໃນລະດັບ 8%, ລວມຍອດຜະລິດຕະພັນ ຮອດປີ 2030 ໃຫ້ບັນລຸ 153,292ຕື້ກວ່າກີບ ສະເລ່ຍຕໍ່ຫົວຄົນ 134.24 ລ້ານກີບ.
ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ຊຸດໃໝ່ ຊຶ່ງມີຜູ້ອອກສະໝັກ 46 ສະຫາຍ, ເລືອກເອົາ 41 ສະຫາຍ ຍິງ 8 ສະຫາຍ.
ກອງປະຊຸມໄດ້ເລືອກຕັ້ງເອົາ ຄະນະປະຈຳພັກປະກອບມີ 13 ສະຫາຍ ຍິງ 2 ສະຫາຍ ປະກອບມີ:
1. ສະຫາຍ ອານຸພາບ ຕຸນາລົມ
2. ສະຫາຍ ອາດສະພັງທອງ ສີພັນດອນ
3. ສະຫາຍ ສີລິລາດທົງສິນ ທອງເພັງ
4. ສະຫາຍ ພົຈວ.ບົວພັນ ຟອງມະນີ
5. ສະຫາຍ ໂພຄໍາ ໄຊຍະສອນ
6. ສະຫາຍ ນາງ ວິໄລວອນ ຈັນທະລາຕີ
7. ສະຫາຍ ທະນົງໄຊ ຄຸດໄພທູນ
8. ສະຫາຍ ພູທອນ ແກ້ວດວງມະນີ
9. ສະຫາຍ ບຸນເພັງ ສີນະວົງພອນ
10. ສະຫາຍ ທະວີໄຊ ເໝົາຊົມພູ
11. ສະຫາຍ ພົຈວ. ໂສພາວັນ ທໍາມະເທວາ
12. ສະຫາຍ ພົງສະຫວັນ ສີລິພັນ
13. ສະຫາຍ ນາງ ສຸມາລີ ທໍາມະວົງ
ກອງປະຊຸມຄັ້ງປະຖົມມະລຶກ ຕົກລົງຢ່າງເປັນເອກະສັນ ເລືອກເອົາສະຫາຍ ອານຸພາບ ຕຸນາລົມ ເປັນເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ແລະ ສະຫາຍ ສີລິລາດທົງສິນ ທອງເພັງ ເປັນຮອງເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ.
ກອງປະຊຸມໄດ້ເລືອກເອົາ ສະຫາຍ ບຸນເພັງ ສີນະວົງພອນ ເປັນປະທານຄະນະກວດກພັກ, ສະຫາຍ ບຸນວັນ ຈະສົ໋ວເກົ້າ, ສະຫາຍ ວັນນະສອນ ກຸມພົນ, ສະຫາຍ ນາງ ບົວລະພັນ ທິລະສັກ ແລະ ສະຫາຍ ສົມມິດ ສີບຸນມີ ເປັນຮອງປະທານຄະນະກວດກາພັກ.
ໃນພິທີ ສະຫາຍ ທອງລຸນ ສີສຸລິດ ຕາງໜ້າໃຫ້ພັກ-ລັດ ສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ຜົນງານອັນ ໃຫຍ່ຫຼວງ ທີ່ຄະນະພັກ-ຄະນະນໍາ ນວ ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ ແລະ ຍັງຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງສືບຕໍ່ເອົາໃຈໃສ່ປັບປຸງ, ກໍ່ສ້າງພັກ, ກໍ່ສ້າງຮາກຖານການເມືອງ ໃຫ້ເຂັ້ມແຂງຮອບດ້ານ ເພື່ອປະຕິບັດສອງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ພັດທະນາ ນວ, ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງບໍ່ຫວັ່ນໄຫວ. ສະນັ້ນ ການກຳນົດທິດທາງ, ໜ້າທີ່ລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ ແຕ່ລະດ້ານ, ໃນອີກ 5 ປີຕໍ່ໜ້າ ແມ່ນມີຄວາມສໍາຄັນທີ່ສຸດ ມີບາງຄໍາເຫັນເນັ້ນໜັກຕື່ມ ຄື: ໃຫ້ບັດດາສະຫາຍ ສືບຕໍ່ເອົາໃຈໃສ່ ດ້ານການເມືອງແນວຄິດ, ໃຫ້ຖືເອົາການສຶກສາອົບຮົມ ການເມືອງ-ແນວຄິດ ເປັນກົກ, ຕ້ອງເຮັດໃຫ້ເລິກເຊິ່ງກວ່າເກົ່າ ທັງເຮັດໃຫ້ຖືກກັບເປົ້າໝາຍ ທີ່ຢາກແກ້ໄຂ ດ້ວຍຫຼາຍວິທີການ ແລະ ຫຼາຍມາດຕະການ, ສັງຄົມທົ່ວປວງຊົນ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ແຜນພັດທະນາ ແລະ ກົດໝາຍຂອງລັດ ຢ່າງເປັນຂະບວນກວ້າງຂວາງກວ່າເກົ່າ, ພັດທະນາເສດຖະກິດ ນະຄອນຫຼວງ ວຽງຈັນ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຂັ້ມແຂງ ແລະ ເປັນເອກະລາດ ເປັນເຈົ້າຕົນເອງ, ຕ້ອງສືບຕໍ່ຕັ້ງໜ້າ ເຝິກຝົນຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ ເປັນແບບຢ່າງນໍາໜ້າ ດ້ານຄວາມຈົງຮັກພັກດີ ແລະ ຄວາມຊື່ສັດບໍລິສຸດ ຕໍ່ອຸດົມການຂອງພັກ ແລະ ຜົນປະໂຫຍດຂອງປະເທດຊາດ, ມີ ຄວາມສາມັກຄີຮັກແພງ ແລະ ມີ ຄວາມຈິງໃຈຕໍ່ໝູ່ຄະນະ ແລະ ຊ່ວຍເຫຼືອກໍ່ສ້າງໝູ່ຄະນະ ໃຫ້ມີຄວາມເຂັ້ມແຂງ; ດໍາລົງຊີວິດແບບປອດໃສ ຂາວສະອາດ, ດຸໝັ່ນ ຊື່ສັດ, ຕັ້ງໜ້າຄົ້ນ ຄວ້າຮໍ່າຮຽນ ເພື່ອຍົກລະດັບດ້ານຕ່າງໆ ຂອງຕົນໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.