ເຮັດໃນສິ່ງທີ່ບອກໃຫ້ຄົນອື່ນເຮັດ

25 Sep 2025

ຄລິກແຊຣ໌ 0 Facebook WhatsApp

ທ່ານຈະຮູ້ສຶກແນວໃດ ຖ້າຜູ້ບໍລິຫານບອກວ່າ: “ສະພາບຕົວຈິງຂອງທຸລະກິດແມ່ນຍ້ອນສະພາບການປ່ຽນແປງທີ່ອົງກອນກຳລັງພົບພໍ້ຢູ່ນັ້ນ” ການສື່ສານຈຶ່ງມີຄວາມສໍາຄັນໃນລະດັບຕົ້ນໆ. ແຕ່ບາງຄັ້ງບໍ່ມີໃຜຮູ້ວ່າ ຜູ້ບໍລິຫານຢູ່ບ່ອນໃດໃນເວລາທີ່ຄົນຕ້ອງການ ໂດຍສະເພາະໃນກໍລະນີທີ່ຜູ້ບໍລິຫານ ຈະເວົ້າກັນກ່ຽວກັບລະບົບຄ່າຈ້າງ ແລະ ນະໂຍບາຍຜົນຕອບແທນໃໝ່ແບບເປີດເຜີຍ ແລະ ກົງໄປກົງມາ. ແຕ່ວ່າເມື່ອມີການເວົ້າກັນແທ້ໆແລ້ວ ພັດບໍ່ຍອມຮັບ ຄວາມຄິດເຫັນທີ່ເປັນດ້ານລົບຂອງສະມາຊິກໃນທີມ ຫຼື ຜູ້ບໍລິຫານ. ຜູ້ທີ່ບອກວ່າໂປຼແກຼມການບໍລິຫານຄວາມສຳພັນອັນໃໝ່ ເຊິ່ງເປັນແນວຄິດໃນການຈະແລກປ່ຽນຂໍ້ມູນຂອງລູກຄ້າ ທີ່ເປັນຄວາມຄິດທີ່ດີ ແຕ່ຂໍ້ມູນລູກຄ້າຂອງຕົນພັດສັງລວມໄວ້ບໍ່ຄົບຖ້ວນ ຖ້າເປັນແນວນັ້ນແລ້ວ ສິ່ງທີ່ເຮັດນັ້ນຈະຊ່ວຍຫຍັງໄດ້ແດ່ໃນການປ່ຽນແປງ.

ການເປັນແບບຢ່າງ ຫຼື ເຮັດໃຫ້ເບິ່ງເປັນຕົວຢ່າງ ເປັນແນວຄວາມຄິດພາວະຜູ້ນຳຂັ້ນພື້ນຖານ ເມື່ອຜູ້ຈັດການພະຍາຍາມທີ່ຈະມີການປ່ຽນແປງໃນອົງກອນ ຜູ້ຈັດການເອງ ກໍຈະກາຍເປັນຈຸດສົນໃຈຂອງພະນັກງານ, ທັດສະນະພຶດຕິກຳຂອງຜູ້ຈັດການ ກໍຈະກາຍເປັນແບບຢ່າງສຳລັບບຸກຄົນອື່ນໃນອົງກອນ ໃຫ້ເອົາເປັນແບບຢ່າງ ແລະ ທຸກຄົນ ແມ່ນຕິດຕາມເບິ່ງສິ່ງທີ່ຜູ້ຈັດການເຮັດ ໃນສິ່ງທີ່ຈະເກີດການປ່ຽນແປງໃໝ່.

ຄຳຖາມສ່ວນຫຼາຍແລ້ວ ສະມາຊິກໃນທີມກຳລັງຕິດຕາມເລື່ອງຫຍັງ? ຄຳຕອບຄື: ພວກເຂົາກຳລັງສັງເກດວ່າຜູ້ບໍລິຫານ ຈະເຮັດໃນສິ່ງທີ່ຜູ້ບໍລິຫານບອກໃຫ້ຄົນອື່ນເຮັດ ຫຼື ບໍ່? ແລະ ທັດສະນະຄະຕິຂອງຜູ້ບໍລິຫານເປັນແນວ ໃດໃນເລື່ອງນັ້ນ? ແລະ ພະນັກງານກຳລັງຖາມດ້ວຍສາຍຕາວ່າ ທ່ານສັ່ງໃຫ້ເຮົາປ່ຽນແປງ ແລ້ວໂຕທ່ານເອງຈະປ່ຽນແປງ ຫຼື ບໍ່?. ຕົວຢ່າງ: ຜູ້ບໍລິຫານຄົນໜຶ່ງ ເຊິ່ງຍົກຍ້າຍໄປພ້ອມກັບທີມງານໃນສູນການກະຈາຍສິນຄ້າແຫ່ງໜຶ່ງໃນເມືອງໃໝ່ ໄດ້ແນະນຳສະມາຊິກໃນທີມໃຫ້ຊອກຫາສາຍພົວພັນກັບທ້ອງຖິ່ນ ແລະ ພາຍໃນອາທິດຜ່ານມານີ້ ຜູ້ຈັດການຄົນນັ້ນ ກໍເຂົ້າໄປຮ່ວມໃນສະໂມສອນຂອງທ້ອງຖິ່ນໃນແຖວນັ້ນ ເປັນອາສາສະໝັກເປັນຕົວແທນບໍລິສັດເຂົ້າຮ່ວມການປະຊຸມທຸລະກິດຂອງທ້ອງຖິ່ນ ແລະ ຈັດງານສັງສັນ ເພື່ອໃຫ້ຕົວແທນປະຊາຊົນໄດ້ພົບກັນ ເຊິ່ງຜູ້ຈັດການຜູ້ນັ້ນ ກຳລັງຢູ່ໃນໄລຍະທີ່ມີການສັບຊ້ອນຍົກຍ້າຍ ຄືກັບບຸກຄົນອື່ນໆ ແຕ່ວ່າລາວໄດ້ລຸກຂຶ້ນມາເຮັດຕົນເອງໃຫ້ເປັນຕົວຢ່າງ ຕາມສິ່ງທີ່ຕົນເອງໄດ້ເວົ້າໄປນັ້ນຄື: ການເຂົ້າໄປມີສ່ວນຮ່ວມໃນທ້ອງຖິ່ນ ເພື່ອທີ່ຈະເຮັດໃຫ້ການຍົກຍ້າຍນັ້ນ ເປັນໄປໄດ້ງ່າຍສະດວກຂຶ້ນ ແລະ ຍັງມີຜູ້ຈັດການອີກຄົນໜຶ່ງ ໄດ້ບອກຄົນອື່ນວ່າ: ການທີ່ຈະມີການປະຊຸມໃນຕອນເຊົ້າຢູ່ເລື້ອຍໆ ຈະເປັນປັດໄຈທີ່ສຳຄັນໃນການທີ່ຈະເຮັດໃຫ້ການສື່ສານປະສົບຜົນສຳເລັດໃນຊ່ວງການປ່ຽນແປງ ເຊິ່ງບໍ່ພຽງແຕ່ຜູ້ຈັດການຄົນນັ້ນເປັນຄົນທຳອິດ ທີ່ມາປະຊຸມ ແຕ່ຍັງເອົາອາຫານເຊົ້າ ແລະ ເອົາກາເຟມາເພື່ອຜູ້ທີ່ເຂົ້າປະຊຸມອີກ.

ເຖິງຢ່າງໃດກໍຕາມ ຜູ້ຈັດການຂອງກຸ່ມຄືກົນໄກໃນການປ່ຽນແປງພາຍໃນອົງກອນ, ຖ້າຜູ້ຈັດການມີພຶດຕິກຳ ເຮັດຕາມສິ່ງທີ່ບອກໃຫ້ຄົນອື່ນເຮັດ, ຍຶດຖືຕາມສິ່ງທີ່ເວົ້າເປັນຮູບປະທຳ ແລະ ສິ່ງທີ່ໃຫ້ສັນຍາໄວ້ ສະແດງອຳນາດ-ຄວາມອາດສາມາດ ແລະ ຄວາມກະຕືລືລົ້ນກັບສິ່ງທີ່ເກີດຂຶ້ນແລ້ວ ສະມາຊິກໃນທີມ ກໍຈະຮູ້ສຶກເກີດການມີສ່ວນຮ່ວມ ແລະ ຍຶດໝັ້ນກັບການປ່ຽນແປງນັ້ນ. ສະນັ້ນ ຈຳເປັນຕ້ອງໄດ້ລົງເລິກພິຈາລະນາຕື່ມບາງດ້ານ ດັ່ງນີ້:

1. ລະວັງສິ່ງທີ່ທ່ານເຮັດ: ຜູ້ບໍລິຫານ ເປັນເປົ້າໝາຍທີ່ຫຼາຍຄົນຕິດຕາມ, ແນມເບິ່ງ ໃນຊ່ວງທີ່ມີການປ່ຽນແປງ ໃຫ້ລະວັງໃນສິ່ງທີ່ທ່ານເວົ້າ ແລະ ສິ່ງທີ່ເຮັດ. ສິ່ງທີ່ທ່ານເວົ້າ ຫຼື ເຮັດ ສາມາດທີ່ຈະຫຼຸດຄວາມສຳຄັນຂອງຂໍ້ ຄວາມທີ່ທ່ານສົ່ງອອກໄປກ່ຽວກັບການປ່ຽນແປງໄດ້ແບບບໍ່ຕັ້ງໃຈ.

2. ສະແດງອຳນາດ-ຄວາມອາດສາມາດ ແລະ ຄວາມກະຕືລືລົ້ນ: ການມຸ່ງໝັ້ນເອົາໃຈໃສ່ຕໍ່ການປ່ຽນແປງທີ່ຈະເກີດຂຶ້ນຕໍ່ບຸກຄົນອື່ນ ໄດ້ຈາກຄຳເວົ້າ ແລະ ສິ່ງທີ່ເຮັດແທ້ຈິງ ແມ່ນບໍ່ຄວນອາຍທີ່ຈະຕ້ອງເປັນຜູ້ສະແດງສຳລັບຂະບວນການໃນການປ່ຽນແປງ.

3. ເຮັດເປັນຜູ້ທຳອິດ ແລະ ເຮັດໃຫ້ແທ້ທຳຈິງສຸດຄວາມສາມາດ: ມີວິໄນ, ເຂົ້າປະຊຸມກ່ອນຄົນອື່ນ, ເຮັດຫຼາຍກວ່າຄົນອື່ນ ແລ້ວກໍເວົ້າເຖິງປະໂຫຍດຂອງການປ່ຽນແປງຢູ່ສະເໝີ ເມື່ອຕ້ອງຕັດສິນໃຈອັນໃດອັນໜຶ່ງ ກໍເຮັດໃນລັກສະນະທີ່ດີທີ່ສຸດ ເຊິ່ງຈະເປັນແບບຢ່າງຂອງການປ່ຽນແປງທີ່ດີຂຶ້ນໄດ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ