ໃນລະຫວ່າງວັນທີ 3-17 ກັນຍາ 2025 ໂຄງການຊຸເປີວີ ໂດຍການສະໜັບສະໜູນຂອງອົງການແຄຣ໌ນາໆຊາດ ປະຈໍາລາວ ຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງເຊກອງ ໄດ້ຈັດກິດຈະກໍາເສີມສ້າງການປະກອບການ ໃຫ້ຊາວກະສິກອນຜູ້ຜະລິດກາເຟ ໂດຍສະເພາະແມ່ນຊາວກະສິກອນເພດຍິງ.
ກິດຈະກໍາໃນຄັ້ງນີ້, ມີຊາວກະສິກອນຜູ້ຜະລິດກາເຟເຂົ້າຮ່ວມ 8 ຄົນ ທີ່ມາຈາກ 8 ບ້ານເປົ້າໝາຍໂຄງການ (ບ້ານດາກກັງ, ດາກເອີຍ, ຄູນໄຊ, ຕົງສຽງ, ດາກມັນ, ດາກຣາຍ, ດາກຢອຍ ແລະ ບ້ານກອນຢົງ) ຢູ່ເມືອງດາກຈຶງ ແຂວງເຊກອງ.
ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ການລົງມືປະຕິບັດຕົວຈິງ ກ່ຽວກັບການປຸງແຕ່ງກາເຟ ຢູ່ຮ້ານກາເຟສະຕາດາກຈຶງ, ຮ້ານປຸງແຕ່ງກາເຟທ່າແຕງປ້າໜູ ແລະ ຮ້ານປຸງແຕ່ງກາເຟແມ່ສີ. ທັງນີ້ ກໍເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນເພດຍິງ ຈາກການຜະລິດດ້ວຍເຫື່ອແຮງ ຫັນມາເຮັດອາຊີບການຜະລິດປຸງແຕ່ງຫຼຸດຜ່ອນການໃຊ້ແຮງງານ, ສ້າງມູນຄ່າເພິ່ມໃຫ້ຜົນຜະລິດ ເຮັດໃຫ້ຄອບຄົວມີລາຍຮັບສູງຂຶ້ນ.
ໃນໂອກາດນີ້, ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງເຊກອງ ກໍໄດ້ກ່າວສະແດງຄວາມຂອບໃຈໂຄງການຊຸເປີວີ ກໍຄື ອົງການ ແຄຣ໌ນາໆຊາດ ປະຈໍາລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຈັດກິດຈະກໍານີ້ຂຶ້ນ ຊຶ່ງເປັນການຍົກລະດັບຄວາມຮູ້, ທັກສະການເປັນຜູ້ປະກອບການ ໃຫ້ແກ່ຊາວກະສິກອນຜູ້ຜະລິດກາເຟ.
ພ້ອມນີ້, ທ່ານຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ກໍໄດ້ເນັ້ນໃຫ້ຜູ້ທີ່ເຂົ້າຮ່ວມກິດຈະກໍາ ຈົ່ງນໍາເອົາບົດຮຽນທີ່ຕົນໄດ້ຮຽນຮູ້ຕະຫຼອດໄລຍະ 14 ວັນ ໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ ເພື່ອເຮັດໃຫ້ການຈັດການທຸລະກິດ, ການບໍລິຫານຕົ້ນທຶນ, ການສ້າງມູນຄ່າເພີ່ມ ຂອງຜະລິດຕະພັນກາເຟ ແລະ ອື່ນໆຂອງຕົນມີຄວາມເຂັ້ມແຂງ ແລະ ຍືນຍົງ.