ອິນໂດເນເຊຍ ອອກມາດຕະການກະຕຸ້ນເສດຖະກິດ ເກືອບ 1 ພັນລ້ານໂດລາ

19 Sep 2025

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ແອລັງກາ ຮາຕາໂຕ ລັດຖະມົນຕີກະຊວງເສດຖະກິດອິນໂດເນເຊຍ ກ່າວເມື່ອວັນຈັນ 15 ກັນຍາ 2025 ເຖິງມາດຕະການກະຕຸ້ນເສດຖະກິດມູນຄ່າ 16.23 ລ້ານລ້ານຣູເປຍ ຫຼື 989.33 ລ້ານໂດລາ ທີ່ຈະນໍາມາໃຊ້ໃນໄຕມາດ 4 ຂອງປີ ໂດຍບາງມາດຕະການຂະຫຍາຍໄປຈົນເຖິງປີ 2026.

ດ້ວຍຊຸດມາດຕະການດັ່ງກ່າວ ເຮົາຫວັງວ່າການເຕີບໂຕຂອງເສດຖະກິດ ຈະທະລຸເປົ້າ 5.2% ໃນປີນີ້, ທ່ານ ແອລັງກາ ກ່າວ.

ອິນໂດເນເຊຍ ເຊິ່ງມີເສດຖະກິດໃຫຍ່ສຸດຂອງອາຊີຕາເວັນອອກສ່ຽງໃຕ້ ຈະຫຍາຍໂຕ 5.12% ໃນໄຕມາດ2 ດີທີ່ສຸດໃນຮອບ 2 ປີ ແຕ່ຜູ້ກຳນົດນະໂຍບາຍຈຳນວນໜຶ່ງເຜີຍວ່າ ມີສັນຍານເສດຖະກິດຊະລໍຕົວໃນໄຕມາດຕໍ່ມາ.

ລັດຖະບານ ຈະແຈກເຂົ້າໃຫ້ 18.3 ຄົວເຮືອນ ເຮືອນລະ 10 ກິໂລກຣາມ ໃນໄຕມາດ4. ພ້ອມນັ້ນກໍຍົກເລີກພາສີເງິນໄດ້ສ່ວນບຸກຄົນແຮງງານພາກການທ່ອງທ່ຽວ; ຈັດສັນງົບປະມານ 5.3 ລ້ານລ້ານຣູເປຍ ຈ້າງປະຊາຊົນກວ່າ 6 ແສນຄົນ ຕາມໂຄງການ ເງິນເພື່ອງານ ລະຫວ່າງເດືອນກັນຍາ ຫາ ເດືອນທັນວາ; ບັນດິດຈົບໃໝ່ 20,000 ຄົນ ຝຶກງານໂດຍມີລາຍໄດ້.

ສ່ວນຫຼຸດ 50% ສຳລັບການຊຳລະເງິນ ອີງຕາມນະໂຍບາຍປະກັນໄພການບາດເຈັບຈາກການເຮັດວຽກທີ່ລັດຈັດໃຫ້ ສຳລັບຄົນຂັບລົດຈັກຮັບຈ້າງ ແລະ ຄົນຂັບລົດບັນທຸກ.

ນອກນັ້ນ ຍັງມີມາດຕະການຍົກເລີກພາສີລາຍໄດ້ສ່ວນບຸກຄົນທຳມະດາ ສຳລັບບາງພາກສ່ວນ ແລະ ໂຄງການປະກັນໄພຈະຂະຫຍາຍໄປຈົນເຖິງປີ 2026. ອັດຕາພາສີລາຍໄດ້ທຸລະກິດຂະໜາດນ້ອຍຍັງຄົງຢູ່ທີ່ 0.5% ໄປຈົນເຖິງປີ 2029 ຈາກແຜນເດີມທີ່ຈະຂຶ້ນເປັນ 1% ຂອງລາຍໄດ້ປີໜ້າ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ