Fitch Ratings ໄດ້ລາຍງານທ່າອ່ຽງເສດຖະກິດໂລກ ຫລື Global Economic Outlook ໂດຍຄາດການວ່າເສດຖະກິດໂລກໃນປີ 2025 ຈະເຕີບໂຕຊ້າກວ່າປີ 2024 ຢ່າງຊັດເຈນ ໂດຍລະບຸວ່າການເຕີບໂຕຈະຢູ່ທີ່ 2.4% ເຊິ່ງຫຼຸດລົງຈາກ 2.9% ຂອງປີທີ່ຜ່ານມາ ແລະ ຄາດວ່າປີ 2026 ເສດຖະກິດໂລກຈະເຕີບໂຕສູງຂຶ້ນ 0.1% ສູ່ລະດັບ 2.3%.
ເຖິງວ່າຈະມີສັນຍານທີ່ຊັດເຈນວ່າເສດຖະກິດສະຫະລັດອາເມຣິກາ ກໍາລັງຊະລໍຕົວລົງ ແຕ່Fitch Ratings ກໍໄດ້ປັບເພີ່ມທ່າອ່ຽງການເຕີບໂຕລວມຂອງໂລກໃນປີນີ້ ເນື່ອງຈາກປະເມີນວ່າເສດຖະກິດຂອງຈີນ ແລະ ເອີຣົບ ບໍ່ໄດ້ຊັກຊ້າຢ່າງທີ່ຄາດໄວ້ກ່ອນໜ້ານີ້.
ນອກຈາກນີ້ ຍັງໄດ້ປັບເພີ່ມຄາດການເຕີບໂຕຂອງສະຫະລັດໃນປີນີ້ເລັກໜ້ອຍເປັນ 1.6% ຈາກ 1.5% ເຖິງວ່າມີຫຼັກຖານບົ່ງຊີ້ວ່າຂໍ້ມູນເສດຖະກິດທີ່ສຳຄັນຂອງສະຫະລັດຊະລໍຕົວລົງ.
ສຳລັບຜົນກະທົບຕໍ່ເສດຖະກິດໂລກ Fitch Ratingsລະບຸວ່າ ຄວາມບໍ່ແນ່ນອນກ່ຽວກັບນະໂຍບາຍພາສີຂອງສະຫະລັດໄດ້ຫຼຸດລົງ ຫຼັງຈາກທີ່ມີການປະກາດຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ປັດຈຸບັນນີ້ສາມາດປະເມີນອັດຕາພາສີສ່ຽງຂອງສະຫະລັດໄດ້ທີ່ 16% ເຊິ່ງເປັນຕົວເລກທີ່ໃກ້ຄຽງກັບການຄາດການໃນເດືອນມິຖຸນາ.
ຢ່າງໃດກໍຕາມ ທ່ານ ໄບຣອັນ ໂຄຕັນ ຫົວໜ້ານັກເສດຖະສາດຂອງ Fitch Ratingsກ່າວວ່າ ເຖິງຈະມີ ຄວາມຊັດເຈນຫຼາຍຂຶ້ນ ແຕ່ການປັບຂຶ້ນພາສີຄັ້ງນີ້ຈະຍັງສົ່ງຜົນໃຫ້ການເຕີບໂຕຂອງເສດຖະກິດໂລກຊະລໍຕົວລົງ ການຂື້ນພາສີໃນລະດັບສູງນີ້ເປັນປັດໄຈສຳຄັນທີ່ສົ່ງຜົນກະທົບຕໍ່ພາບລວມເສດຖະກິດໂລກຢ່າງຫຼີກລ່ຽງບໍ່ໄດ້. ນອກຈາກນີ້, ຕະຫຼາດແຮງງານທີ່ອ່ອນແອຂອງສະຫະລັດ ເຮັດໃຫ້ຄາດການວ່າ ເຟດ ຈະປັບຫຼຸດອັດຕາດອກເບ້ຍ 2 ຄັ້ງໃນປີນີ້ ໂດຍຫຼຸດ 0.25% ໃນເດືອນກັນຍາ ແລະ ທັນວາ ລວມເຖິງຄາດການວ່າຈະມີການປັບຫຼຸດອັດຕາດອກເບ້ຍອີກ 3 ຄັ້ງໃນປີໜ້າ ເພື່ອກະຕຸ້ນເສດຖະກິດທີ່ກຳລັງຊະລໍຕົວລົງ.