ບໍລິສັດ ເທັກໂນໂລຊີ ຟ໋ອກເອໄອ ລາວ ( FOXAi Lao Technology Co.Ltd ) ແລະ ທະນາຄານຮ່ວມທຶນລາວ–ຫວຽດ (Lao-Viet Bank) ເປີດພິທີດຳເນີນໂຄງການລະບົບບໍລິຫານປະສິດທິພາບ KPI ສໍາລັບທີມງານທຸລະກິດ

17 Sep 2025

ຄລິກແຊຣ໌ 0 Facebook WhatsApp


ທີ່ນະຄອນຫຼວງວຽງຈັນ, ໃນວັນ 15 ກັນຍາ 2025 ບໍລິສັດ ເທັກໂນໂລຊີ ຟ໋ອກເອໄອ ລາວ ຮ່ວມກັບ ທະນາຄານ ຮ່ວມທຶນລາວ–ຫວຽດ (Lao-VietBank) ໄດ້ຈັດພິທີເປີດຕົວໂຄງການສ້າງລະບົບບໍລິຫານປະສິດທິພາບ (KPI) ສໍາລັບພະນັກງານທຸລະກິດ. ນີ້ເປັນໜຶ່ງໃນໂຄງການ IT ທີ່ມີຄວາມສໍາຄັນຍຸດທະສາດ ເພື່ອຍົກລະດັບການບໍລິຫານ, ເພີ່ມປະສິດທິພາບການເຮັດວຽກ ແລະ ປັບປຸງການຈັດການ KPI ໃນການດໍາເນີນງານທະນາຄານໃນລາວ.

ເຂົ້າຮ່ວມພິທີເປີດຕົວໂຄງການດັ່ງກ່າວ ຝ່າຍ ທະນາຄານລາວ-ຫວຽດ ມີທ່ານ ວົງເດືອນ ຢາຍົງໄກ ຮອງຜູ້ອໍານວຍການໃຫຍ່, ທ່ານ ວຽງວິໄລ ແສງຄຳຍອງ ຮອງຜູ້ອໍານວຍການໃຫຍ່, ທ່ານ ສົມມີ ວົງສຸລິນ ຮອງຜູ້ອໍານວຍການໃຫຍ່ ແລະຝ່າຍ ບໍລິສັດ ຟອກເອໄອ ມີທ່ານ: ຮາ ກ໋ວກແທກ (Hà Quốc Thạch) – ປະທານບໍລິສັດ; ທ່ານ ເລ ວຽດເຈືອງ (Lê Viết Trường) ຜູ້ອໍານວຍການໃຫຍ່; ທ່ານ ກະລຸນາ ແກ້ວລະຄອນ – ຜູ້ອໍານວຍການ ຟອກເອໄອລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການສ້າງລະບົບບໍລິຫານປະສິດທິພາບ ສໍາລັບພະນັກງານທຸລະກິດ ແມ່ນຂັ້ນຕອນທີ່ສໍາຄັນຫຼາຍ ຈຸດປະສົງ ກໍ່ເພື່ອຍົກລະດັບຄວາມສາມາດໃນການບໍລິຫານ, ຊ່ວຍໃຫ້ຄະນະນໍາສາມາດຕິດຕາມກວດກາໄດ້ງ່າຍ ແລະ ສາມາດຕີລາຄາ ແລະ ຕັດສິນໃຈໄດ້ຢ່າງຊັດເຈນ ໂດຍອີງໃສ່ຂໍ້ມູນຂອງລະບົບ KPI
ລະບົບນີ້ຍັງຊ່ວຍຄຸ້ມຄອງຄວາມສ່ຽງ, ຮັບປະກັນຄວາມໂປ່ງໃສ, ຫຼຸດຜ່ອນຂໍ້ຜິດພາດ ແລະ ແກ້ໄຂບັນຫາໄດ້ທັນເວລາ.ລະບົບຈະຊ່ວຍກໍານົດຍຸດທະສາດການພັດທະນາທຸລະກິດ ອີງໃສ່ຂໍ້ມູນປະສິດທິພາບຕົວຈິງ ເພື່ອກໍານົດເປົ້າໝາຍ KPI ໃຫ້ສອດຄ່ອງກັບທິດທາງລວມຂອງທະນາຄານ.ຫຼັງຈາກການຕີລາຄາປະເມີນຢ່າງລະອຽດຂອງຜູ້ຮັບເໝົາກ່ຽວກັບລະບົບບໍລິຫານທະນາຄານ ແລະ ລະບົບ KPI ໃນຂອບເຂດ ແລະ ພາກພື້ນ, Lao VietBank ໄດ້ຕັດສິນໃຈເລືອກ FOXAi ເປັນຜູ້ຈັດຫາລະບົບ KPI ດ້ວຍເຫດຜົນວ່າ:
FOXAi ມີປະສົບການຫຼາຍໃນການຕິດຕັ້ງ ERP, SAP, ການຈັດການ ແລະ ການວິເຄາະຂໍ້ມູນໃນຂະແໜງ ການທາງການເງິນ – ທະນາຄານ. ເທັກໂນໂລຊີຂອງ FOXAi ຖືກປະເມີນວ່າ ເຊື່ອຖືໄດ້, ຂະຫຍາຍໄດ້ ແລະ ຕອບສະໜອງຄວາມຕ້ອງການຂອງ LaovietBank ທັງປະຈຸບັນ ແລະ ໃນອະນາຄົດ.


FOXAi ບໍ່ພຽງແຕ່ສະໜອງເທັກໂນໂລຊີ, ແຕ່ຍັງຊ່ວຍໃນການວາງນະໂຍບາຍ KPI ແລະ ຂະບວນການບໍລິຫານພາຍໃນ ເພື່ອສ້າງພື້ນຖານການພັດທະນາຢ່າງຍືນຍົງ.
ເມື່ອໂຄງການນີ້ສໍາເລັດ, ຈະມີຜົນປະໂຫຍດທີ່ຊັດເຈນດັ່ງນີ້:
1.ປັບປຸງປະສິດທິພາບທຸລະກິດ: ພະນັກງານທຸລະກິດຈະມີຕົວຊີ້ວັດ KPI ຊັດເຈນ ແລະ ຕິດຕາມໄດ້ຕະຫຼອດເວລາ.
2.ຍົກລະດັບການບໍລິຫານ: ຄະນະບໍລິຫານມີເຄື່ອງມືຕິດຕາມ ແລະ ວິເຄາະຜົນການດໍາເນີນງານ ເພື່ອຕັດສິນໃຈໄດ້ຖືກຕ້ອງ.
3.ຄຸ້ມຄອງຄວາມສ່ຽງ: ການຕິດຕາມ KPI ຊ່ວຍຄົ້ນພົບຈຸດອ່ອນ ແລະ ຫຼຸດຜ່ອນຄວາມສ່ຽງດ້ານການດໍາເນີນງານ ແລະ ຕະຫຼາດ.
4.ຍຸດທະສາດລະຍະຍາວ: ລະບົບ KPI ຈະເປັນພື້ນຖານໃຫ້ LaovietBank ກໍານົດເປົ້າໝາຍ ແລະ ຂະຫຍາຍຕະຫຼາດ.

ໃນພິທີເປີດຕົວໂຄງການ, ທ່ານ ເລ ວຽດເຈືອງ – ຜູ້ອໍານວຍການໃຫຍ່ FoxAI ໄດ້ໃຫ້ຄໍາໝັ້ນສັນຍາວ່າ: ນີ້ແມ່ນໂຄງການທີ່ຟອກເອໄດ້ໄດ້ໃຊ້ ລະບົບຕົວຊ່ວຍໂຄງການ AI ຂອງຜະລິດຕະພັນ FOXAi Native ເຂົ້າໃນການສຳຫຼວດ ໂຄງການໂດຍໃຫ້ສັນຍາຈະນຳເອົາບໍລິການທີ່ມີຄຸນນະພາບສູງສຸດ ແລະ ການຮ່ວມມືໄລຍະຍາວ ກັບທະນາຄານລາວ-ຫວຽດ ໂຄງການວາງລະບົບ KPI ນີ້ບໍ່ແມ່ນພຽງແຕ່ການຕິດຕັ້ງລະບົບເທັກໂນໂລຊີ, ແຕ່ຍັງເປັນໂຄງການທີ່ປຶກສາດ້ານການສ້າງພື້ນຖານນະໂຍບາຍຄຸ້ມຄອງພາຍໃນທີ່ໝັ້ນຄົງ ເພື່ອຊ່ວຍໃຫ້ Lao-Viet Bank ກາຍເປັນທະນາຄານທີ່ມີປະສິດທິພາບ ມາດຕະຖານລະດັບສາກົນ.

ສາມາດຕິດຕາມຂໍ້ມູນເພີ່ມຕື່ມໄດ້ທີ່ເວັບໄຊ https://fox.ai.vn/ ແລະ ເຟດບຸກ https://www.facebook.com/fox.ai.vn


ຂໍ້ສະຫຼຸບ: ການຮ່ວມມືລະຫວ່າງ ບໍລິສັດ ເທັກໂນໂລຊີ ຟ໋ອກເອໄອ ລາວ ແລະ ທະນາຄານ ລາວ-ຫວຽດ ໃນໂຄງການບໍລິຫານ KPI ແມ່ນບາດກ້າວທີ່ສຳຄັນໃນຂະແໜງທະນາຄານຢູ່ລາວ ໃນສະພາບການປະຈຸບັນ ໂຄງການຈະບໍ່ພຽງປັບປຸງລະບົບທຸລະກິດໃນສະເພາະໜ້າ ແຕ່ຍັງຈະເປັນການສ້າງພື້ນຖານການການຄຸ້ມຄອງບໍລິການທຸລະກິດທີ່ຢາວນານ ເພື່ອໃຫ້ການພັດທະນາທີ່ຢັ້ງຢືນ ເພີ່ມກຳລັງທຸລະກິດທີ່ເຂັ້ມແຂງໃນອະນະຄົດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ