ສະຫະພັນກີລາເທັນນິສແຫ່ງຊາດລາວ ປະກາດການປັບປຸງກົງຈັກການຈັດຕັ້ງຄະນະບໍລິຫານງານ ສົກປີ 2025-2029

12 Sep 2025

ຄລິກແຊຣ໌ 0 Facebook WhatsApp

ສະຫະພັນກີລາເທັນນິສແຫ່ງຊາດລາວ ປະກາດການປັບປຸງກົງຈັກການຈັດຕັ້ງຄະນະບໍລິຫານງານ ສົກປີ 2025-2029, ແຕ່ງຕັ້ງທ່ານ ດາວວອນ ພະຈັນທະວົງ ເປັນປະທານສະຫະພັນກີລາເທັນນິສອຫ່ງຊາດລາວ ອີກໜຶ່ງສະໄໝ.

ເມື່ອຕອນແລງວັນທີ 12 ກັນຍາ 2025 ທີ່ຫ້ອງປະຊຸມໃຫຍ່ ກະຊວງສຶກສາທິການ ແລະ ກີລາ ( ຂ້າງສະໜາມກີລາເຈົ້າອານຸວົງ ) ໄດ້ມີພິທີປະກາດ ຂໍ້ຕົກລົງ ການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຄະນະບໍລິຫານງານ ສະຫະພັນກິລາເທັນນິດແຫ່ງຊາດລາວ ສົກປີ (2025-2029) ໃຫ້ກຽດເປັນປະທານ ແລະ ສັກຂີພິຍານໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍການນໍາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ຕາງໜ້າກົມຈັດຕັ້ງກະຊວງສຶກສາທິການ ແລະ ກີລາ ໄດ້ຂຶ້ນອ່ານຂໍ້ຕົກລົງວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຄະນະບໍລິຫານງານ ສົກປີ 2025-2029 ໂດຍ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຕົກລົງ:

-ມາດຕາ 1

ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ຄະນະບໍລິຫານງານສະຫະພັນກິລາເທັນນິດແຫ່ງຊາດລາວ ສົກປີ (2025-2029) ຊຶ່ງມີບັນດາທ່ານທີ່ມີລາຍຊື່ດັ່ງລຸ່ມນີ້:

1. ຄະນະປະທານກິດຕິມາສັກ:

1. ທ່ານ ກິດສະໜາ ວົງໄຊ, ປະທານສະພາບໍລິຫານ ບໍລິສັດ ເບຍລາວ ຈຳກັດ ເປັນປະທານກິດຕິມາສັກ;

2. ທ່ານ ເຂິງຄໍາ ແກ້ວໜູຈັນ, ຮອງລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ເປັນຮອງປະທານກິດຕິມາສັກ;

3. ທ່ານ ຫຸມພອນ ບຸລິຍະຜົນ, ພະນັກງານບຳນານ ເປັນຮອງປະທານກິດຕິມາສັກ;

4. ທ່ານ ພິສິດ ບັນຍາລິດ, ນັກທຸລະກິດ ກຸ່ມບໍລິສັດ ດາວເຮືອງ ເປັນຮອງປະທານກິດຕິມາສັກ;

5. ທ່ານ ພູໂຂງ ນິລະໄຊ, ພະນັກງານບຳນານ ເປັນຄະນະປະທານກິດຕິມາສັກ;

6. ທ່ານ ຄໍາສອນ ພົງສະຫວັດ, ພະນັກງານບໍານານ ເປັນຄະນະປະທານກິດຕິມາສັກ;

7. ທ່ານ ຊຸມພອນ ມະໂນທໍາ, ພະນັກງານບໍານານ ເປັນຄະນະປະທານກິດຕິມາສັກ;

II. ຄະນະບໍລິຫານງານສະຫະພັນກີລາເທັນນິສແຫ່ງຊາດລາວ:

1. ທ່ານ ດາວວອນ ພະຈັນທະວົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ເປັນປະທານ;

2. ທ່ານ ສີສົມເພັດ ໄຊຍະລາດ, ທີ່ປຶກສາບໍລິສັດເອກະຊົນ ເປັນຮອງປະທານ ແລະ ເລຂາທິການ;

3. ທ່ານ ຕຸ້ຍ ບຸນທະລາ, ປະທານບໍລິສັດ ຕຸ້ຍມໍເຕີ ການຄ້າ ຈຳກັດ ເປັນຮອງປະທານ;

4. ທ່ານ ພອນ ອັກເຊລ, ປະທານສະໂມສອນກີລາເທັນນິສ ອາໂນໄທ ເປັນຮອງປະທານ;

5. ທ່ານ ພອນເພັງ ຈັນທະວົງ, ປະທານບໍລິສັດ ພອນທິບໂຮມເຊັນເຕີ ຈຳກັດ ເປັນຮອງປະທານ;

6. ທ່ານ ນາງ ນີນີ້ ໂພຊະນາລັກ, ຮອງປະທານສະໂມສອນກິລາເທັນນິດ ວາສີ ເປັນນາຍຄັ້ງ,

7. ທ່ານ ອາຄົມ ຈັນທະວີສຸກ, ທີ່ປຶກສາບໍລິສັດ ແອວເຄ ວິສະວະກຳກໍ່ສ້າງ ແລະ ທີ່ປຶກສາ ຈຳກັດ ເປັນກຳມະການ;

8. ທ່ານ ສີທອງ ວອງ, ຜູ້ຈັດການ ໂຮງແຮມອ່າງຄໍາ ເປັນກຳມະການ;

9. ທ່ານ ພຸດທະສັກ ພົມມະຈັກ, ຮອງຜູ້ອຳນວຍການ ລັດວິສາຫະກິດຫວຍພັດທະນາ ເປັນກຳມະການ;

10. ທ່ານ ກິລືໄຊ ຈັນໂທ, ນັກທຸລະກິດ ແຂວງສະຫວັນນະເຂດ ເປັນກຳມະການ;

11. ທ່ານ ອານຸສິດ ຄອນສະຫວັດ, ຜູ້ຈັດການສະໂມສອນກິລາເທັນນິດ ແຂວງຫຼວງພະບາງ ເປັນກຳມະການ;

12. ທ່ານ ອາລິຍາ ຄໍາວົງສາ, ຜູ້ອຳນວຍການ ບໍລິສັດກາເຟເນັກເກັດເອກເປຣດໂຊ້ ເປັນກຳມະການ;

13. ທ່ານ ນາງ ລັດສະໝີ ດວງມາລາ, ປະທານບໍລິສັດ ເອລທີອິ ເອເລວາເຕີ ລາວ ຈຳກັດຜູ້ດຽວ ເປັນກຳມະການ;

14. ທ່ານ ສົມພະໄທ ເພັງລັດຕະນະວົງ, ທີ່ປຶກສາໂຄງການ ເອລຊີຕິ ເປັນກຳມະການ;

15. ທ່ານ ອານຸລັກ ພະຈັນທະວົງ, ຮອງຜູ້ອຳນວຍການ ບໍລິສັດ ເອ ອິ ຊີ ທີ່ປຶກສາ ຈຳກັດຜູ້ດຽວ ເປັນກຳມະການ;

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ