ແຂວງຫຼວງພະບາງ ໄດ້ວາງແຜນສ້າງເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ຍາວ 80 ກິໂລແມັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ ເພື່ອແກ້ໄຂບັນຫາລົດແອອັດຂຶ້ນນັບມື້.
ໃນວັນທີ 9 ກັນຍາຜ່ານມາ ແຂວງຫຼວງພະບາງໄດ້ມີພິທີເຊັນສັນຍາລະຫວ່າງ ທ່ານ ບຼົ່ງວ່າງ ຫວ່າງເຈຍຊາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ໃນນາມເຈົ້າຂອງໂຄງການກັບ ທ່ານ ສາຍສຳພັນ ຈັນມະວົງ ປະທານບໍລິສັດລາວສຳພັນພັດທະນາ ຈຳກັດຜູ້ດຽວ ໃຫ້ດໍາເນີນການສໍາຫຼວດ-ອອກແບບ, ຄິດໄລ່ມູນຄ່າໂຄງການ, ຂຽນບົດວິພາກ ເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງ ວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ.

ກ່ຽວກັບໂຄງການເສັ້ນທາງວົງແຫວນນີ້ມີລວງຍາວ 80 ກິໂລແມັດ ຊຶ່ງກ່ອນມາຮອດຈຸດເຊັນສັນຍາຄັ້ງນີ້ ພະແນກ ໂຍທາທິການ ແລະ ຂົນສົ່ງ ໄດ້ຄົ້ນຄວ້າທາງດ້ານວິຊາການ ເຫັນວ່າ ນະຄອນ ຫຼວງພະບາງ ມີລະບົບຕາໜ່າງເສັ້ນທາງຂັບແຄບຫຼາຍ, ບໍ່ມີທາງວົງ ແຫວນ ມີແຕ່ທາງຜ່ານ, ເມື່ອມີລົດແອອັດ ບໍ່ສາມາດລະບາຍໄປສູ່ອີກຈຸດອື່ນໄດ້, ຫາກບໍ່ວາງແຜນ ແລະກໍ່ສ້າງຂະຫຍາຍເສັ້ນທາງວົງແຫວນໃນໄລຍະນີ້, ໃນອະນາຄົດຕົວເມືອງຫຼວງພະບາງຈະກາຍເປັນເມືອງແອອັດ-ທາງຕັນ.
ສໍາລັບແລວທາງ ຂອງທາງວົງແຫວນໄດ້ສຶກສາແລ້ວ, ເຫັນວ່າມີຄວາມເປັນໄປໄດ້ ເນື່ອງຈາກ ຫຼາຍຈຸດກໍ່ມີທາງເກົ່າແລ້ວ, ຍັງແຕ່ບາງຈຸດໂດຍສະເພາະຈາກເສັ້ນທາງ 2501 ຫຼວງພະບາງ ຫາ ຕາດກວາງຊີ ເພື່ອເຊື່ອມຕໍ່ກັບ ທາງ 13 ເໜືອ ແລະຂົວຂ້າມນໍ້າຂອງ ອີກ 1 ແຫ່ງ, ລວມລວງຍາວຂອງເສັ້ນທາງວົງແຫວນ ນັບທັງເສັ້ນທາງທີ່ມີແລ້ວ ແລະຕ້ອງຕັດໃໝ່ ແມ່ນ 80 ກິໂລແມັດ.
ສໍາລັບໄລຍະການສຳຫຼວດ-ອອກແບບ ແລະ ສຶກສາຄວາມເປັນໄປໄດ້ ແມ່ນມອບໃຫ້ ບໍລິສັດລາວສຳພັນ ພັດທະນາ ຈຳກັດຜູ້ດຽວ ເປັນຜູ້ລົງທືນຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ໃນກໍານົດເວລາ 1 ປີ ພາຍຫຼັງສໍາເລັດການກໍ່ສ້າງເສັ້ນທາງແລ້ວ ອາດຈະນໍາໃຊ້ເຮືອບັກກ່ອນ ຈົນກວ່າຈະຫາທຶນມາສ້າງຂົວຂ້າມນໍ້າຂອງ.