ຍ້ອນເຫັນໄດ້ເຖິງແນວທາງປ່ຽນແປງໃໝ່ຂອງພັກ ແລະ ລັດຖະບານ ກ່ຽວກັບການຊຸກຍູ້ປະຊາຊົນ ບັນດາເຜົ່າ ໃຫ້ຫັນມາເຮັດອາຊີບຄົງທີ່ ສ້າງລາຍຮັບເຂົ້າສູ່ຄອບຄົວໃຫ້ຫຼາຍຂຶ້ນ.
ດ້ວຍການນຳໃຊ້ທ່າແຮງ ທີ່ມີຂອງທ້ອງຖີ່ນ ທ່ານ ຈັນເພັງ ປັນຍາສິດ ອາຍຸ 60 ປີ ຢູ່ບ້ານນ້ຳງາເມືອງນ້ຳບາກ ແຂວງຫຼວງ ພະບາງ ຈຶ່ງນຳໃຊ້ເນື້ອທີ່ສວນຂອງຕົນ ເຂົ້າໃນການປູກຕົ້ນໄມ້ໃຫ້ໝາກ ເຊິ່ງໃຊ້ເວລາພໍສົມຄວນ ແຕ່ສາມາດສ້າງລາຍຮັບໄດ້ບໍ່ຫຼຸດ 300 ລ້ານກີບຕໍ່ປີ.

ທ່ານ ຈັນເພັງ ປັນຍາສິດ ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ເບື້ອງຕົ້ນໄດ້ລົງທຶນຊື້ດິນປະມານ 3 ເຮັກຕ່າ ແລະເບ້ຍໄມ້ໝາກເງາະ ຈຳນວນ 270 ຕົ້ນ ເພື່ອປູກ. ເປົ້າໝາຍກໍເພື່ອຢາກໃຫ້ໄດ້ຮັບໝາກຮັບຜົນຂາຍເປັນສິນຄ້າ ມາຮອດປັດຈຸບັນ ຕົ້ນໝາກເງາະມີອາຍຸ 17 ປີ ແລະໃຫ້ຜົນຜະລິດໃນທຸກປີ, ສ້າງລາຍຮັບ ບໍ່ຫລຸດ 300 ລ້ານກີບຕໍ່ປີ.
ເມື່ອເຫັນໄດ້ລາຍຮັບທີ່ໝັ້ນຄົງ ຈຶ່ງຕັດສິນໃຈກູ້ຢືມເງິນນຳທະນາຄານນະໂຍບາຍ ເພື່ອລົງທືນປູກໝາກ ສົ້ມຂຽວຕື່ມ ຈຳນວນ 200 ຕົ້ນ ພວມເລີ່ມໃຫ້ຜົນຜະລິດ, ພາຍຫຼັງເຫັນຕົ້ນໄມ້ທີ່ປູກມີຄວາມງອກງາມ ແລະໃຫ້ຜົນຜະລິດດີ ຈຶ່ງຕັດສິນໃຈກູ້ຢືມເງິນນຳທະນາຄານນະໂຍບາຍຕື່ມ ຈຳນວນ 100 ລ້ານກີບ ໃນປີ 2023 ເພື່ອລົງທຶນປູກໝາກກ້ຽງສາຍພັນທີ່ຊື້ມາຈາກ ສປ ຈີນ ຈຳນວນ 600 ຕົ້ນ.

ຜ່ານການປູກມາໄດ້ 1 ປີເຫັນວ່າຕົ້ນໝາກກ້ຽງ ມີຄວາມງອກງາມ ແລະ ເລີ່ມໃຫ້ຜົນຜະລິດຕະຫຼອດປີ ຄາດວ່າຫາກຕົ້ນໝາກ ກ້ຽງເຕີບໃຫຍ່ຄົບອາຍຸ 3 ປີໃນປີໜ້າ ຈະໃຫ້ຜົນຜະລິດຫຼາຍຂຶ້ນ, ເບື້ອງການຈໍາໜ່າຍ ສ່ວນໃຫຍ່ ແມ່ນມີພໍ່ຄ້າ-ແມ່ຄ້າ ມາຊື້ກັບສວນ ແລະ ວາງຂາຍຢູ່ໜ້າສວນ ແຄມເສັ້ນທາງເລກທີ 13 ເໜືອ.
ທ່ານ ຈັນເພັງ ປັນຍາສິດ ໃຫ້ຮູ້ຕື່ມວ່າ: ການປູກຕົ້ນໄມ້ໃຫ້ໝາກໃນສວນຂອງຕົນ ໄດ້ຮັບຜົນດີ ຍ້ອນຄວາມ ເອົາໃຈໃສ່ບົວລະບັດໃນທຸກຂັ້ນຕອນ ໝັ່ນສຶກສາຮຽນຮູ້ເຕັກນິກໃໝ່ໆມາປັບໃຊ້ໃຫ້ເກີດ ປະໂຫຍດ ແລະທີ່ສໍາຄັນແມ່ນຕ້ອງມີຄວາມມັກ ດຸໝັ່ນຈຶ່ງຈະເກີດເປັນເງິນເປັນຄໍາໄດ້.