ມອບ-ຮັບ ໜ້າທີ່ ຫົວໜ້າພະແນກສຶກສາທິການ-ກິລາ ນະຄອນຫລວງວຽງຈັນ

29 Aug 2025

ຄລິກແຊຣ໌ 0 Facebook WhatsApp


ໃນວັນທີ 29 ສິງຫາ 2025 ທີ່ໂຮງຮຽນ ມສ ວຽງຈັນ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າພະແນກສຶກສາທິການ-ກິລາ ນະຄອນຫລວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່ໂດຍການເຂົ້າຮ່ວມຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຜູ້ຕາງໜ້າຈາກພະແນກ ຫ້ອງການ ໂຮງຮຽນ ແລະ ພະນັກງານຄູອາຈານທີ່ກ່ຽວຂ້ອງ.


ໃນພິທີທ່ານ ວິລະພົງ ອິນທິລາດ ຮອງກົມຄະນະຈັດຕັ້ງນະຄອນຫຼວງວຽງຈັນ ໄດ້ຜ່ານມະຕິຂໍ້ຕົກລົງມະຕິວ່າດ້ວຍການອະນຸມັດໃຫ້ພະນັກງານ ລັດຖະກອນຮັບອຸດໜູນບຳນານ ແລະ ຂໍ້ຕົກລົງການແຕ່ງຕັ້ງ ແລະ ຂໍ້ຕົກລົງວ່າດ້ວຍການຍົກຍ້າຍພະນັກງານ-ລັດຖະກອນ ໂດຍອີງຕາມ ມາດຕາ ມະຕິ ແຈ້ງການ ແລະ ສະເໜີຂອງແຕ່ລະຂັ້ນ ໄດ້ຕົກລົງໃຫ້ ຫົວໜ້າພະແນກສືກສາທິການ ແລະ ກິລານະຄອນຫລວງວຽງຈັນ ເຈົ້າຄອງນະຄອນຫຼວງວຽງຈັນ ໂດຍເຫັນດີ ໃຫ້ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສືກສາທີ່ການ ແລະ ກິລາ ນະຄອນຫຼວງວຽງຈັນ ຮັບອຸດໜູນບຳນານ ໃນວັນທີ 1 ກັນຍາ 2025 ພ້ອມແຕ່ງຕັ້ງໃຫ້ ທ່ານ ນາງ ລີປາເອ້ຍ ລີບົວປາວ ເປັນຫົວໜ້າພະແນກສືກສາທິການ ແລະ ກິລາ ນະຄອນຫລວງວຽງຈັນຜູ້ໃໝ່.

ພ້ອມດຽວກັນນີ້ ໃນພິທີ ຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ພະນັກງານ ລັດຖະກອນ ໂດຍໄດ້ຍົກຍ້າຍ ທ່ານ ສົມລີ ຫຼວງພະຈັນ ເຊີ່ງເປັນຮອງຫົວໜ້າພະແນກພາຍໃນ ນະຄອນຫລວງວຽງຈັນ ໄປປະຈຳການ ເປັນຮອງຫົວໜ້າພະແນກສືກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ