ໝາກຖຸລຽນ ເປັນໝາກໄມ້ເມືອງຮ້ອນທີ່ມີຄວາມຕ້ອງການສະພາບອາກາດສະເພາະຕົວ ບໍ່ສາມາດຊຸ່ມ ຫຼື ມີນໍ້າຂັງໄດ້, ພື້ນທີ່ເຂດທີ່ມີນໍ້າໝອກກ້າມແຂງ ເນື່ອງຈາກການຈະເລີນເຕີບໂຕທາງລຳຕົ້ນຈະຢຸດສະງັກ ໝາກຖຸລຽນ ຕ້ອງການໃຫ້ມີການກະຈາຍຕົວຂອງນໍ້າຝົນດີ ມີຊ່ວງແລ້ງຕໍ່ເນື່ອງໜ້ອຍກວ່າ 3 ເດືອນຕໍ່ປີ ແລະ ມີຄວາມຊຸ່ມຂອງດິນຫຼາຍກວ່າ 30%.

ກ່ອນນຳກິ່ງພັນຖຸລຽນລົງປູກໃນໜານ ຕ້ອງມີການສຶກສາລາຍລະອຽດຂອງພື້ນທີ່, ມີການກຳນົດຜັງປູກ ຕະຫຼອດຮອດໄລຍະການປູກໃຫ້ເໝາະສົມ ສະພາບພື້ນທີ່ເໝາະສົມໃນການປູກໝາກຖຸລຽນ ຄວນເປັນພື້ນທີ່ທີ່ຢູ່ໃກ້ກັບແຫຼ່ງນໍ້າທີ່ພຽງພໍຕະຫຼອດປີ, ແຕ່ເປັນພື້ນທີ່ນໍ້າບໍ່ຖ້ວມຂັງ ມີຄວາມສູງຈາກລະດັບໜ້ານໍ້າທະເລ 0 – 650 ແມັດ ຄວາມລາດອຽງ ( ເປັນພູພຽງທີ່ຊັນໜ້ອຍໜຶ່ງ ) ແລະ ດິນຄວນເປັນດິນຜຸຜຸ່ຍ ຫຼື ຜຸຜຸ່ຍປົນຊາຍ, ດິນໜຽວປົນຊາຍ ມີຄວາມອຸດົມສົມບູນສູງ, ມີການລະບາຍນໍ້າໄດ້ດີ, ມີໜ້າດິນເລິກຫຼາຍກວ່າ 50 ຊັງຕີແມັດ, ລະດັບນໍ້າພື້ນດິນເລິກກວ່າ 75 ຊັງຕີແມັດ ແລະ ມີຄ່າຄວາມດ່າງ 5.5 – 6.5.
ແຫຼ່ງທີ່ຄວນປູກຖຸລຽນ ໃນພື້ນທີ່ມີແຫຼ່ງນໍ້າສະອາດພຽງພໍຕະຫຼອດທັງປີ, ເປັນພື້ນທີ່ບໍ່ມີສານຜິດປົນເປື້ອນ, ຄວາມເປັນກົດ – ດ່າງຂອງນໍ້າຢູ່ທີ່ 6.0 – 7.5 ມີສານລະລາຍເກືອບໍ່ຫຼາຍກວ່າ 1,400 ມິນລິໂມລ.
ອຸດຫະພູມ ແລະ ຄວາມຊຸ່ມ ຖຸລຽນ ເໝາະກັບອາກາດຮ້ອນຊຸ່ມ ລະຫວ່າງ 25 – 30 ອົງສາ ມີຄວາມຊຸ່ມສຳຜັດໃນອາກາດປະມານ 75 – 85% ຫາກປູກໃນພື້ນທີ່ອາກາດແຫ້ງແລ້ງ ຫຼື ພື້ນທີ່ອາກາດຮ້ອນຈັດ ແລະ ມີລົມແຮງ ຈະພົບບັນຫາໃບໄໝ້ ຫຼື ໃບຫຼົ່ນ ເຮັດໃຫ້ຕົ້ນໝາກຖຸລຽນ ບໍ່ຈະເລີນເຕີບໂຕ ຫຼື ເຕີບໂຕຊ້າ, ໃຫ້ຜົນຜະລິດຊ້າ ແລະ ໜ້ອຍ ເຊິ່ງບໍ່ກຸ້ມຄ່າກັບການລົງທຶນ.
▶ ການກຽມພື້ນທີ່ປູກ: ໄຖພວນ ແລະ ປັບພື້ນທີ່ໃຫ້ສະດວກໃນການວາງລະບົບທໍ່ນໍ້າ, ການຈັດການສວນ ລວມທັງການຂຸດຮ່ອງນໍ້າ ລະບາຍນໍ້າພາຍໃນສວນ, ທັງນີ້ການພວນດິນມີຄວາມຈຳເປັນສຳລັບພື້ນທີ່ທີ່ເປັນດິນໜຽວ ໂຄງສ້າງດິນເສຍ ແລະ ການລະບາຍນໍ້າບໍ່ດີ. ສຳລັບພື້ນທີ່ທີ່ເປັນດິນຜົງ ລະບາຍນໍ້າໄດ້ດີ ບໍ່ຈຳເປັນຕ້ອງມີການໄຖພວນດິນກໍໄດ້.

ພື້ນທີ່ ມີນໍ້າຖ້ວມຂັງໃນລະດູຝົນ, ມີນໍ້າຖ້ວມຂັງບໍ່ດົນ, ໄລຍະເວາລານໍ້າຖ້ວມສັ້ນ, ນິຍົມນຳດິນມາເທລົງຕາມຜັງປູກ ສູງປະມານ 0.75 – 1.20 ແມັດ ປະໄວ້ໄລຍະໜຶ່ງ ຫຼັງການເທດິນ ເພື່ອໃຫ້ກອງດິນຄົງຮູບ ແລ້ວປູກຖຸລຽນເທິງສັນຄູກອງດິນ. ຖ້າເປັນພື້ນທີ່ມີນໍ້າຖ້ວມຂັງຫຼາຍ ແລະ ດົນຄວນຍົກຮ່ອງສວນໃຫ້ມີສັນຮ່ອງກວ້າງ ຢ່າງໜ້ອຍ 6 ແມັດ, ຮ່ອງນໍ້າກວ້າງ 1.5 ແມັດ, ເລິກ 1 ແມັດ ມີລະບົບນໍ້າເຂົ້າ – ອອກໄດ້ສະບາຍ ເພື່ອປ້ອງກັນນໍ້າຖ້ວມ ແລະ ສະດວກໃນການລະບາຍນໍ້າ.
▶ ການວາງຜັງປູກ: ເປັນແບບສີ່ຫຼ່ຽມຈະຕຸລັດ ຫຼື ສອງຫຼ່ຽມດ້ານເທົ່າກັນ ໄລຍະປູກ ຫຼື ໄລຍະຫ່າງຂອງຕົ້ນ ປະມານ 8 – 10 ແມັດ ເໝາະກັບພື້ນທີ່ຂ້ອນຂ້າງພຽງ ລະບົບແຖວກວ້າງຕົ້ນໃກ້ ໃນລະບົບນີ້ໄລຍະຫວ່າງຕົ້ນເປັນ 30 – 50% ຂອງໄລຍະຫວ່າງແຖວ ແລະ ມີການວາງແຖວປູກໃນແນວ ເໜືອ – ໃຕ້ ມີດ້ານກວ້າງລະຫວ່າງແຖວຂວາງ ແນວຂຶ້ນລົງຂອງຕາເວັນແຖວມີ ຄວາມກວ້າງພໍທີ່ຈະໃຫ້ເຄື່ອງຈັກ ຫຼື ລົດຜ່ານເຂົ້າ – ອອກໄດ້.