ຫວຽດນາມ ສົ່ງອອກຜະລິດຕະພັນກະສິກຳ – ເຄື່ອງປ່າຂອງດົງ ບັນລຸ 39 ຕື້ກວ່າໂດລາ

29 Aug 2025

ຄລິກແຊຣ໌ 0 Facebook WhatsApp

ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ໄລຍະ 7 ເດືອນຜ່ານມາ ວົງເງິນສົ່ງອອກຜະລິດຕະພັນກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ບັນລຸເກືອບ 39.7 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 14.7%. ໂດຍມູນຄ່າສົ່ງອອກເກີນດຸນຂອງຜະລິດຕະພັນດັ່ງກ່າວ ບັນລຸຫຼາຍກວ່າ 11.5 ຕື້ໂດລາສະຫະລັດ ເພີ່ມຂຶ້ນເກືອບ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຜະລິດຕະພັນກະສິກຳ ສືບຕໍ່ນຳໜ້າດ້ວຍມູນຄ່າສົ່ງອອກ ຄາດວ່າບັນລຸເກືອບ 21.5 ຕື້ໂດລາສະຫະລັດ ( ເພີ່ມຂຶ້ນ 17% ), ຖັດມາແມ່ນຜະລິດຕະພັນເຄື່ອງປ່າຂອງດົງ ບັນລຸເກືອບ 10.4 ຕື້ໂດລາສະຫະລັດ ( ເພີ່ມຂຶ້ນ 8.6% ), ສິນໃນນ້ຳ ບັນລຸຫຼາຍກວ່າ 6 ຕື້ໂດລາສະຫະລັດ ( ເພີ່ມຂຶ້ນ 13.8% ).

ອາຊີ ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງ ສສ ຫວຽດນາມ ເຊິ່ງກວມເອົາ 42.6% ມູນຄ່າທັງໝົດ, ຖັດມາ ແມ່ນບັນດາຕະຫຼາດທະວີບ ອາເມຣິກາ ແລະ ເອີຣົບ.

ສິ່ງທີ່ໜ້າສົນໃຈແມ່ນມູນຄ່າສົ່ງອອກໄປຍັງຕະຫຼາດ ເອີຣົບ ເພີ່ມຂຶ້ນເຖິງ 43.1% ເມື່ອທຽບໃສ່ໄລຍະດຽວກັນ. ກ່ຽວກັບຕະຫຼາດ ມີ 3 ຄູ່ຮ່ວມມືໃຫຍ່ສຸດ ແມ່ນສະຫະລັດອາເມຣິກາ ກວມເອົາ 21%, ຖັດມາແມ່ນ ຈີນ ແລະ ຍີ່ປຸ່ນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ