ຕອນບ່າຍວັນທີ 27 ສິງຫາ, ໃນກອງປະຊຸມຖະແຫຼງຂ່າວ ກ່ຽວກັບການຮ່ວມມືເສດຖະກິດການຄ້າຂອງອົງການຮ່ວມມືຊຽງໄຮ້ ທີ່ຈັດຂຶ້ນໂດຍກະຊວງການຄ້າຈີນ, ທ່ານ ຫຼິງຈີ່ ຮອງລັດຖະມົນຕີກະຊວງການຄ້າຈີນ ໃຫ້ຮູ້ວ່າ: ມູນຄ່າການຄ້າລະຫວ່າງ ຈີນ ກັບປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ ຄືປີ 2024 ມີມູນຄ່າປະມານ 512.4 ຕື້ໂດລາ ເພີ່ມຂຶ້ນ 2,7% ເມື່ອທຽບໃສ່ປີ 2023.

ນັບມາຮອດເດືອນກໍລະກົດປີ 2025, ມູນຄ່າການລົງທຶນຂອງ ຈີນ ຢູ່ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ມີຫຼາຍກວ່າ 84 ຕື້ໂດລາ. ຂົງເຂດການຮ່ວມມືໄດ້ເປີດກວ້າງຈາກນ້ຳມັນ ແລະ ອາຍແກ໊ສ, ບໍ່ແຮ່, ອຸດສາຫະກຳຜະລິດ ແລະ ປຸງແຕ່ງເຄື່ອງຈັກ, ການກໍ່ສ້າງພື້ນຖານໂຄງລ່າງ ໄປສູ່ຂົງເຂດໃໝ່ ເຊັ່ນ: ເສດຖະກິດດີຈີຕອນ, ການພັດທະນາສີຂຽວ ແລະ ອື່ນໆ.
ປີ 2024, ມູນຄ່າຕະຫຼາດຂາຍຍ່ອຍຜ່ານທາງອິນເຕີເນັດຂອງປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ຫຼາຍກວ່າ 3,200 ຕື້ໂດລາ, ສິນຄ້າທີ່ຈີນນຳເຂົ້າຈາກປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຜ່ານການຄ້າເອເລັກໂຕຣນິກ ໄດ້ເພີ່ມຂຶ້ນ 34% ເມື່ອທຽບໃສ່ປີ 2023.