ຂໍສະແດງຄວາມຍິນດີກັບ ນັກສຶກສາ ວິທະຍາໄລເຕັກນິກລາວ-ເຢຍລະມັນ ເກືອບ 500 ນ້ອງໄດ້ຮັບໃບປະກາດ

29 Aug 2025

ຄລິກແຊຣ໌ 0 Facebook WhatsApp

ພິທີປິດສົກຮຽນ 2024-2025 ແລະ ເປີດສົກຮຽນ 2025-2026 ຂອງວິທະຍາໄລເຕັກນິກລາວ-ເຢຍລະມັນ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ສິງຫາ 2025 ທີ່ ສະໂມສອນໃຫຍ່ ວິທະຍາໄລເຕັກນິກລາວ-ເຢຍລະມັນ ໂດຍໃນວັນດັ່ງກ່າວ ມີການມອບໃບປະກາດໃຫ້ກັບ ….

ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮອງສາດສະດາຈານ ປະລິນຍາເອກ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະ ນະພັກກະຊວງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ແລະ ທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ຄູອາຈານ, ນັກສຶກສາ ແລະ ພໍ່ແມ່ອ້າຍນ້ອງທີ່ມາສະແດງຄວາມຍິນດີ ຢ່າງຫຼວງຫຼາຍ.

ໂອກາດດັ່ງກ່າວ ທ່ານ ນາງ ເບ ແພງສຸພີ ຮອງຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ ກ່າວວ່າ: ມື້ນີ້ເປັນວັນທີ່ສຳຄັນຍິ່ງສຳລັບວິທະຍາໄລຂອງພວກເຮົາ, ເຊິ່ງເປັນການສະຫຼຸບຜົນສຳເລັດຂອງ ການຈັດຕັ້ງ ການຮຽນ-ການສອນ ສົກຮຽນ 2024-2025 ພ້ອມທັງມອບ-ຮັບໃບປະກາສະນິຍະບັດໃຫ້ຜູ້ທີ່ສຳເລັດການ ສຶກສາ ແລະ ເປັນການເປີດປະຕູສູ່ສົກຮຽນໃໝ່ 2025-2026. ພິທີໃນຄັ້ງນີ້ບໍ່ພຽງແຕ່ເປັນການສະຫຼູບຜົນສຳເ ລັດຂອງ ການຮຽນ-ການສອນ ເທົ່ານັ້ນ ແຕ່ຍັງເປັນການຢືນຢັນເຖິງ ຄວາມມຸ່ງໝັ້ນຂອງວິທະຍາໄລຂອງ ພວກຮົາໃນການພັດ ທະນາບຸກຄະລາກອນອາຊີວະສຶກສາທີ່ມີຄຸນນະພາບ ອອກສູ່ຕະຫຼາດແຮງງານຢ່າງແທ້ຈິງ ໂດຍການສະໜັບສະໜູນ ຈາກເພື່ອນມິດຮ່ວມອຸດົມການ, ບັນດາບໍລິສັດ, ຄູ່ຮ່ວມພັດທະນາ ທັງພາຍໃນ ແລະ ຕ່າງປະເທດ.

   ສໍາລັບ ການມອບ-ຮັບໃບປະກາສະນີຍະບັດສຳລັບນັກສຶກສາທີ່ ສຳເລັດການສຶກສາວິຊາຊີບລະດັບຊັ້ນກາງ, ຊັ້ນສູງ ແລະ ຊັ້ນສູງຕໍ່ເນື່ອງ ປະຈໍາສົກຮຽນ 2024-2025 ຈຳນວນທັງໝົດ 497 ຄົນ. ນອກນັ້ນ ໃນພິທີຍັງມີການມອບໃບຍ້ອງຍໍດີເດັ່ນປະເພດຕ່າງໆອີກດ້ວຍ.

ຂ່າວ-ຮູບ:​ Larh Creators

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ