ໃນວັນທີ 28 ສິງຫາ 2025 ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທະນາຄານໂລກ World Bank ຈັດ ກອງປະຊຸມສຳມະນາ ກ່ຽວກັບ ຜົນການສືກສາ ຄວາມຕ້ອງການດ້ານງົບປະມານເພື່ອການພັດທະນາ ແລະ ປົກປັກຮັກສາຕານ່າງເສັ້ນທາງ ໃນ ສປປ ລາວ (Lao Road Sector Financing Review Workshop) ຂຶ້ນ, ທີ່ໂຮງແຮມລາວພາຊາ, ໂດຍການເປັນປະທານຂອງ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ຍທຂ ແລະ ການເປັນປະທານຮ່ວມຂອງ ທ່ານ ຄວີມາ ເອັນທາຣາ ຫົວໜ້າຫ້ອງການທະນາຄານໂລກປະຈໍາ ສປປ ລາວ ພ້ອມມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມໃນຫ້ອງປະຊຸມ ແລະ ຜ່ານຊ່ອງທາງອອນລາຍ.

ກອງປະຊຸມສຳມະນາຄັ້ງນີ້ ມີຈຸດປະສົງຕົ້ນຕໍເພື່ອ ເປັນຜັນຂະຫຍາຍ ມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 165/ສພຊ, ລົງວັນທີ 26 ມິຖຸນາ 2025 ວ່າດ້ວຍການຮັບຮອງເອົານະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ໃນໄລຍະໃໝ່. ໃນໂອກາດນີ້ ກອງປະຊຸມໄດ້ຮັບຟັງ 1). ການນໍາສະເໜີໂດຍຫຍໍ້ຜົນການສຶກສາ ຄວາມຕ້ອງການດ້ານງົບປະມານເພື່ອການພັດທະນາ ແລະ ປົກປັກຮັກສາຕາໜ່າງເສັ້ນທາງ ໃນ ສປປ ລາວ ທີ່ ທະນາຄານໂລກໄດ້ສຳເລັດການສຶກສາໃນກາງປີ 2024 ແລະ 2). ການນໍາສະເໜີ ທາງເລືອກຮູບແບບການຮ່ວມມືພາກລັດ-ເອກະຊົນ (PPP) ແລະ ນະໂຍບາຍການເກັບຄ່າຜ່ານທາງ ສໍາລັບ ສປປ ລາວ.

ຫຼັງຈາກນັ້ນ ກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ແຜນການໃນການຈັດຕັ້ງປະຕິບັດຜັນຂະຫາຍ ຂະຫຍາຍ ມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 165/ສພຊ ໃຫ້ປາກົດຜົນເປັນຈິງ.

ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ຍທຂ ໄດ້ມີຄໍາເຫັນບາງຕອນວ່າ: ປະຈຸບັນພວກເຮົາກໍາລັງປະເຊີນກັບ ຄວາມທ້າທາຍ ກັບ ໂຄງລ່າງພື້ນຖານທີ່ໄດ້ຮັບການກໍ່ສ້າງມາດົນແມ່ນໝົດອາຍຸການໃຊ້ງານ ແລະ ເສື່ອມໂຊມ, ງົບປະມານບູລະນະສ້ອມແປງມີຈໍາກັດ ແລະ ຜົນກະທົບທີ່ນັບມື້ນັບເພີ່ມຂຶ້ນຈາກໄພພິພັດທາງທຳມະຊາດ.

ແຕ່ພ້ອມກັນນັ້ນ ພວກເຮົາກໍ່ຍັງມີກາລະໂອກາດ ຈາກຜົນການສຶກສາທີ່ນໍາສະເໜີໃນມື້ນີ້ ໄດ້ຊີ້ໃຫ້ເຫັນວ່າ ການລົງທຶນບູລະນະຮັກສາເສັ້ນທາງ ແມ່ນໜຶ່ງໃນນະໂຍບາຍທີ່ຄຸ້ມຄ່າທີ່ສຸດ ທີ່ພວກເຮົາສາມາດເຮັດໄດ້ ເພື່ອຮັກສາຊັບສິນທີ່ມີມູນຄ່າເທົ່າກັບ 40% ຂອງ GDP ຂອງພວກເຮົາ.
