ຊຸບຜັກຮາກ ທີ່ຫຼາຍຄົນຍັງບໍ່ເຄີຍກິນ

22 Aug 2025

ຄລິກແຊຣ໌ 0 Facebook WhatsApp

ຜັກຮາກ ເປັນຜັກຊະນິດໜຶ່ງທີ່ມີກິ່ນສະເພາະ ( ຂິວເໝັນ ຄ້າຍຄືຜັກນາງເລີດ ຫຼື ຜັກຂະ ) ມີລົດຊາດມັນໆ, ສ່ວນຫຼາຍຄົນຈະນິຍົມນຳເອົາມາປຸງແຕ່ງອາຫານ ເຊັ່ນ: ຊຸບສະເພາະແຕ່ຜັກຮາກ, ຊຸບປະສົມກັບຜັກຊະນິດອື່ນ, ຊຸບປະສົມໃສ່ກັບໜໍ່ໄມ້, ແກງໃສ່ເຫັດ ຫຼື ແກງໃສ່ໜໍ່ໄມ້ກໍແຊບ. ມື້ນີ້ເຮົາຈະພາທ່ານມາທົດລອງເຮັດຊຸບຜັກຮາກໄວ້ກິນເອງ.

■ ວັດຖຸດິບ: ຜັກຮາກ, ຂີງ ຫຼື ຫົວຂ່າ ( ໃສ່ຢ່າງດຽວລະຫວ່າງ ຂິງ ກັບ ຂ່າ ), ຫົວຫອມບົ່ວ, ຫົວຜັກທຽມ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ, ນໍ້າປາ, ປາແດກສຸກ ( ຖ້າທ່ານໃດບໍ່ກິນປາແດກໃສ່ເກືອ ກັບ ນໍ້າປາແທນໄດ້ ), ຫອມປ້ອມ, ຫອມບົ່ວ, ແປ້ງນົວ, ເກືອ, ໝາກງາ.

■ ຂັ້ນຕອນເຮັດ: ເດັດ ຫຼື ສ້ອມຜັກຮາກ ເອົາໂຕທີ່ອ່ອນແລ້ວລ້າງນໍ້າໃຫ້ສະອາດ, ຈີ່ຫົວຂີງ ແລະ ຫົວຜັກທຽມພໍໝາດໆຈະຫອມ ( ຖ້າໃຜໝັກສຸກກໍຈີ່ໃຫ້ສຸກໄດ້ ), ຈີ່ຫົວຫອມບົ່ວ, ໝາກເຜັດ. ເມື່ອທຸກຢ່າງສຸກໄດ້ຕາມທີ່ມັກແລ້ວ ໃຫ້ນຳມາຕຳໃສ່ກັນ ຕື່ມເກືອ ແລະ ແປ້ງນົວລົງໄປພ້ອມ ຕຳໃຫ້ລະອຽດ ຕັກໃສ່ຈານໄວ້, ຂົ້ວໝາກງາໃຫ້ຫອມແລ້ວນຳມາຕຳໃຫ້ເກືອບລະອຽດ ພ້ອມຕັກໃສ່ຈານໄວ້.

ຈາກນັ້ນ, ມາຄ້າງໝໍ້ໃຫ້ນໍ້າຝົດດີ ເອົາເກືອໃສ່ລົງໄປເລັກໜ້ອຍ ແລ້ວລວກຜັກຮາກໃຫ້ສຸກ, ຈາກນັ້ນຕັກຜັກຮາກອອກໃສ່ຊາມ ຫຼື ພາຊະນະທີ່ຈະຊາວຊຸບຜັກ. ຈາກນັ້ນ, ກໍເອົາເຄື່ອງທີ່ຕຳໄວ້ນັ້ນມາເທລົງໃສ່ຜັກໃຫ້ຄົບແລ້ວຊາວບາດດຽວ ຈາກນັ້ນກໍປຸງລົດຊາດຕາມໃຈມັກ ຫຼັງຈາກໄດ້ລົດຊາດທີ່ພໍໃຈແລ້ວ ຂັ້ນຕອນສຸດທ້າຍກໍຊອຍຜັກຫອມປ້ອມ ແລະ ຫອມບົ່ວລົງ ເທົ່ານີ້ກໍສຳເລັດແລ້ວ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ