ສິ່ງຄວນຮູ້ ກ່ຽວກັບພັນ ແລະ ລັກສະນະໝາກຖຸລຽນ

22 Aug 2025

ຄລິກແຊຣ໌ 0 Facebook WhatsApp

ໝາກຖຸລຽນ ເປັນໝາກໄມ້ຊະນິດໜຶ່ງທີ່ມີຕະຫຼາດມີ ຄວາມຕ້ອງການຫຼາຍ ທີ່ສຳຄັນລາຄາສູງອີກ, ສຳລັບໃນປະເທດລາວ ການປູກໝາກຖຸລຽນ ແມ່ນຍັງບໍ່ທັນເປັນທີ່ນິຍົມ ແລະ ແຜ່ຫຼາຍ, ສ່ວນຫຼາຍພື້ນທີ່ປູກໃນໄລຍະຜ່ານມາ ກໍມີຢູ່ເຂດພາກໃຕ້ຂອງລາວ ແລະ ກໍເປັນແບບພັນພື້ນເມືອງ ທີ່ມີແກ່ນໃຫຍ່ – ນວນ ຫຼື ເນື້ອໜ້ອຍ ເຖິງຈະມີບາງສວນທີ່ປູກແນວພັນໝອນທອງ ກໍຍັງມີບໍ່ຫຼາຍ ແລະ ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນໄດ້.

ໝາກຖຸລຽນ ທີ່ມີພື້ນທີ່ປູກຫຼາຍຢູ່ປະເທດອ້ອມຂ້າງ ລາວ ໂດຍສະເພາະແມ່ນມີປະເທດໄທ ແລະ ຫວຽດນາມ. ດັ່ງນັ້ນມື້ນີ້ ພວກເຮົາໄດ້ນຳເອົາບາງຄວາມຮູ້ກ່ຽວກັບໝາກຖຸລຽນ ເພື່ອໃຫ້ຊາວສວນທີ່ສົນໃຈຢາກລອງປູກ ໄດ້ສຶກສາຂໍ້ມູນເບື້ອງຕົ້ນກ່ອນລົງມືປູກ.

+ ສຳລັບຢູ່ປະເທດໄທ ແນວພັນໝາກຖຸລຽນ ແບ່ງອອກເປັນ 6 ກຸ່ມ ຕາມຮູບຮ່າງຂອງໃບ, ປາຍໃບ, ກົກໃບ, ຮູບຮ່າງຂອງໝາກ ແລະ ຮູບຮ່າງ.

* ກຸ່ມກົບ ຈຳແນກພັນໄດ້ 46 ພັນ ເຊັ່ນ: ກົບຕາຂຳ, ກົບທອງຄຳ, ກົບວັດເພງ ແລະ ກົບກ້ານເຫຼືອງ.

* ກຸ່ມລວງ ມີ 12 ພັນ ເຊັ່ນ: ລວງທອງ, ຊະນີ, ສາຍຍຸດ ແລະ ສະນີກ້ານຍາວ.

* ກຸ່ມກ້ານຍາວ ມີ 8 ສາຍພັນ ເຊັ່ນ: ກ້ານຍາວ, ກ້ານຍາວວັດສັກ, ການຍາວພວງ.

* ກຸ່ມກຳປັ່ນ ມີ 13 ພັນ ເຊັ່ນ: ກໍາປັ່ນເຫຼືອງ, ກຳປັ່ນແດງ, ປິ່ນທອງ, ໝອນທອງ.

* ກຸ່ມທອງຍ້ອຍ ມີ 14 ພັນ ເຊັ່ນ: ທອງຍ້ອຍເດີມ, ທອງຍ້ອຍສັດ, ທອງໃໝ່.

* ກຸ່ມເບັດເຕລັດ ເປັນຖຸລຽນ ທີ່ຈຳແນກລັກສະນະພັນໄດ້ບໍ່ແນ່ນອນມີຢູ່ 81 ພັນ ເຊັ່ນ: ກະດຸມທອງ, ບາງຂົນນົນ.

+ ພັນທີ່ນິຍົມປູກຫຼາຍໃນປະເທດເທດໄທ ມີ 4 ສາຍພັນ ຄື: ໝອນທອງ, ຊະນີ, ກ້ານຍາວ ແລະ ກະດຸມທອງ. ແນວພັນເຫຼົ່ານີ້ມີລັກສະນະດັ່ງຕໍ່ໄປນີ້:

+ ພັນກະດຸມ: ໝາກຖຸລຽນ ຈະມີຂະໜາດຂ້ອນຂ້າງນ້ອຍ ມີນໍ້າໜັກປະມານ 1  – 1 ກິໂລປາຍ ໝາກແມ່ນຂ້ອນຂ້າງກົມຢູ່ດ້ານຫົວ ແລະ ດ້ານກົ້ນໜ່ວຍຂ້ອນຂ້າງປ້ານ ກົ້ນບຸ໋ມເລັກໜ້ອຍ, ໜາມນ້ອຍ ແລະ ຖີ່, ກ້ານ ຫຼື ກວ້ານແມ່ນນ້ອຍ ແລະ ສັ້ນ. ລັກສະນະຂອງພູແມ່ນເຕັມສົມບູນ, ຮ່ອງພູຂ້ອນຂ້າງເລິກ ເນື້ອລະອຽດອ່ອນນຸ້ມ ເປັນສີເຫຼືອງອ່ອນ, ເນື້ອຂ້ອນຂ້າງບາງ ລົດຊາດຫວານບໍ່ຄ່ອຍມັນ, ເລະງ່າຍ ເມື່ອສຸກຫຼາຍ ແລະ ມີແກ່ນຂ້ອນຂ້າງໃຫຍ່.

+ ພັນຊະນີ: ໝາກ ມີຂະໜາດກາງ ຫາ ໃຫຍ່, ນ້ຳໜັກປະມານ 2.5 – 3 ກິໂລຕໍ່ໜ່າຍ. ໝາກມີຮູບຊົງຄ້າຍຄືໄຫໜຶ້ງເຂົ້າ ເຊັ່ນ: ກາງໜ່ວຍຈະຕື່ງອອກ, ຫົວນ້ອຍເຂົ້າ ແລະ ກົ້ນຕັດ, ຮ່ອງພູຂ້ອນຂ້າງເລິກເຫັນໄດ້ຊັດເຈນ, ຂົ້ວກ້ານຈະໃຫຍ່ ແລະ ສັ້ນ, ເນື້ອລະອຽດ, ສີເຫຼືອງຈັດເກືອບເປັນສີດອກຈຳປາ, ລົດຊາດຫວານມັນ, ເມັດ ຫຼື ແກ່ນຂ້ອນຂ້າງນ້ອຍ.

+ ພັນໝອນທອງ: ໝາກມີຂະໜາດໃຫຍ່ ນໍ້າໜັກປະມານ 3 – 4 ກິໂລ. ຮູບຮ່າງແມ່ນຂ້ອນຂ້າງຍາວກັບບ່າໜ່ວຍ ແລະ ປາຍແຫຼມ. ແສກໃບມັກຈະບໍ່ເຕັມໄປເຕັມທີ່. ພູບໍ່ຄ່ອຍເຕັມທຸກພູ, ໝາມແຫຼມສູງ, ຖານໜາມເປັນຫຼ່ຽມ, ລະຫວ່າງໜາມໃຫຍ່ ຈະມີໜາມນ້ອຍແຊມຢູ່ທົ່ວໄປ ເຊິ່ງຈະເອີ້ນໜາມນີ້ວ່າ: ແຂ້ວງູ. ກ້ານໝາກຈະໃຫຍ່ ແລະ ແຂງແຮງຊ່ວງກາງກ້ານຈົນເຖິງຂວັ້ນຈະໃຫຍ່ເປັນຊົງກະບອກ, ເນື້ອໜາ ສີເຫຼືອງອ່ອນລະອຽດ ເນື້ອຂ້ອນຂ້າງແຫ້ງບໍ່ຊຸ່ມຕິດ ມື, ລົດຊາດຫວານມັນ, ເມັດຈະນ້ອຍ ແລະ ແກ່ນຈະລີບ.

+ ພັນກ້ານຍາວ: ໝາກມີຂະໜາດປານກາງ ນໍ້າໜັກປະມານ 3 ກິໂລ ຊົງໜ່ວຍກົມ ເຫັນພູບໍ່ຊັດເຈນ, ພູເຕັມທຸກ ພູ, ໜາມນ້ອຍ, ຖີ່, ສັ້ນສະໝໍ່າສະເໝີທັງໜ່ວຍ, ກ້ານຈະ   ໃຫຍ່ ແແລະ ຍາວກວ່າພັນອື່ນໆ, ເນື້ອລະອຽດ, ສີເຫຼືອງ, ເນື້ອໜາປານກາງ, ລົດຊາດຫວານມັນ ແລະ ມີແກ່ນຂ້ອນຂ້າງໃຫຍ່.

ຂໍ້ມູນ: ໂຊຕັສ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ