ການສົ່ງອອກມາເລເຊຍ ເພີ່ມຂຶ້ນ 6.8%

22 Aug 2025

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຂໍ້ມູນຂອງລັດຖະບານມາເລເຊຍ ທີ່ເປີດເຜີຍໃນວັນທີ 19 ສິງຫາ ຜ່ານມາ ສະແດງໃຫ້ເຫັນວ່າ ການສົ່ງອອກໃນເດືອນກໍລະກົດຜ່ານມາເພີ່ມຂຶ້ນຢ່າງເຂັ້ມແຂງກວ່າທີ່ຄາດຄະເນໄວ້ເຖິງ 6.8% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບການຊຸກຍູ້ຢ່າງຫຼວງຫຼາຍຈາກການຂົນສົ່ງສິນຄ້າໃນໝວດເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ. ໂຕ​ເລກດັ່ງກ່າວ​ກົງກັນຂ້າມ​ກັບ​ການ​ຄາດ​ຄະ​ເນ​ຂອງ​ນັກ​ເສດ​ຖະ​ສາດ ຊຶ່ງໄດ້​ຄາດ​ຄະ​ເນ​ວ່າ​ການ​ສົ່ງ​ອອກ​ຈະ​ຫຼຸດ​ລົງ 3.9% ເມື່ອປຽບທຽບປີຕໍ່ປີ.

ທ່ານ ໂມຮາມມັດ ອູຊີ ມາຮີດິນ ຫົວໜ້າຫ້ອງການສະຖິຕິແຫ່ງຊາດມາເລເຊຍ ໃຫ້ຮູ້ວ່າ: ການຂະຫຍາຍຕົວໃນເດືອນກໍລະກົດ ແມ່ນສອດຄ່ອງກັບການສົ່ງອອກຄືນໃໝ່ (re-export) ທີ່ເພີ່ມສູງຂຶ້ນ ເຊັ່ນດຽວກັບການຂົນສົ່ງສິນຄ້າ ເຄື່ອງຈັກ, ຜະລິດຕະພັນນ້ຳມັນປາມ ແລະ ອຸປະກອນທາງວິທະຍາສາດ.

ຂໍ້ມູນຈາກກົມສະຖິຕິ ແລະ ກະຊວງການຄ້າ ລະບຸວ່າ: ການສົ່ງອອກໄປສິງກະໂປ ຊຶ່ງເປັນຄູ່ຮ່ວມມືການຄ້າສຳຄັນໄດ້ເພີ່ມຂຶ້ນເຖິງ 22.2%, ໃນຂະນະທີ່ການສົ່ງອອກໄປຈີນເພີ່ມຂຶ້ນ 6.8%. ການຂົນສົ່ງໄປ ສະຫະລັດ ອາເມຣິກາເພີ່ມຂຶ້ນ 3.8%.

ສ່ວນການນໍາເຂົ້າ ເພີ່ມຂຶ້ນ 0.6% ຈາກປີຜ່ານມາ, ກົງກັນຂ້າມກັບການຄາດຄະເນຂອງນັກເສດຖະສາດທີ່ຄາດວ່າຈະຫຼຸດລົງ 2.9%.

ທັງນີ້, ການນຳເຂົ້າສິນຄ້າທຶນເພີ່ມຂຶ້ນເຖິງ 20.6%, ແຕ່ການນຳເຂົ້າສິນຄ້າລະດັບກາງ ແລະ ເຄື່ອງອຸປະໂພກບໍລິໂພກຫຼຸດລົງ 17.8% ແລະ 5% ຕາມລຳດັບ.

ດ້ວຍເຫດຜົນດັ່ງກ່າວ, ເຮັດໃຫ້ໃນເດືອນກໍລະກົດ ຜ່ານມາ ມາເລເຊຍມີຍອດມູນຄ່າການຄ້າເກີນດຸນ 15 ຕື້ຣິງກິດ (3.55 ຕື້ໂດລາ) ສູງກວ່າໂຕເລກທີ່ຜົນສຳຫຼວດຄາດຄະເນໄວ້ທີ່ 5.4 ຕື້ຣິງກິດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ