ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມ ທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ສະໄໝທີ VI (ຄັ້ງທີ II) ຂຶ້ນ, ທີ່ສູນ ICTC. ໂດຍການເປັນປະທານຂອງສະຫາຍ ເຫຼັກໄຫຼ ສີວິໄລ ເລຂາຄະນະບໍລິຫານງານ ພັກ ກະຊວງ ຍທຂ, ລັດຖະມົນຕີກະຊວງ ຍທຂ, ມີບັນດາສະຫາຍ ຄະນະປະຈໍາພັກກະຊວງ, ກໍາມະການພັກກະຊວງ ຍທຂ, ຄະນະໜ່ວຍພັກຮາກຖານ ແລະ ບັນດາຜູ້ແທນສົມບູນ ແລະ ສຳຮອງ ອ້ອມຂ້າງກະຊວງເຂົ້າຮ່ວມ.

ໃນກອງປະຊຸມໄດ້ມີການຜ່ານ ບົດລາຍງານການເມືອງຂອງອົງຄະນະພັກະຊວງ ຍທຂ; ຮ່າງແຜນພັດທະນາຂະແໜງການ ຍທຂ; ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ V; ປະກອບຄຳເຫັນໃສ່ເນື້ອໃນ 3 ເອກະສານ; ຜ່ານມາດຕະຖານຄະນະບໍລິຫານງານພັກກະຊວງ ແລະ ມາດຕະຖານຄະນະປະຈຳເລຂາ, ຮອງເລຂາປະທານ ແລະ ຮອງປະທານຄະນະກວດກາພັກກະຊວງ. ຈາກນັ້ນກໍໄດ້ມີການປ່ອນບັດເລືອກຕັ້ງ.

ສະຫາຍ ເຫຼັກໄຫຼ ສີວິໄລ ເລຂາຄະນະບໍລິຫານງານ ພັກ ກະຊວງ ຍທຂ, ລັດຖະມົນຕີກະຊວງ ຍທຂ ໄດ້ກ່າວບາງຕອນວ່າ: ປັດຈຸບັນອົງຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ປະກອບມີ: 19 ໜ່ວຍພັກຮາກຖານ, ມີຈຳນວນສະມາຊິກພັກທັງໝົດ 741 ສະຫາຍ, ຍິງ 205 ສະຫາຍ, ສຳຮອງ 65 ສະຫາຍ, ຍິງ 26 ສະຫາຍ; ຄະນະບໍລິຫານງານພັກກະຊວງ ທັງໝົດ 12 ສະຫາຍ, ຄະນະປະຈຳພັກກະຊວງ 04 ສະຫາຍ, ແລະ ມີຄະນະໜ່ວຍພັກຮາກຖານ ຈຳນວນ 73 ສະຫາຍ, ຍິງ 15 ສະຫາຍ.

ຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນນອົງຄະນະພັກກະຊວງ ຍທຂ ຄັ້ງທີ V ໃນໄລຍະ 5 ປີ (2021-2025) ດ້ານວິຊາສະເພາະແມ່ນໄດ້ນຳພາວຽກງານຂົວທາງ, ວຽກງານຂົນສົ່ງ, ວຽກງານທາງນໍ້າ, ວຽກທາງລົດໄຟ, ວຽກການບິນພົນລະເຮືອນ, ວຽກເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ, ນຳພາລັດວິສາຫະກິດ, ວຽກງານ 3 ສ້າງ, ວຽກຄຸ້ມຄອງລັດ, ການຈັດຕັ້ງມະຫາຊົນ, ວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ວຽກພົວພັນຮ່ວມມືກັບຕ່າງປະເທດ, ວຽກກວດກາເປັນຕົ້ນ.

ຕະຫຼອດໄລຍະ 5 ປີມະຕິກອງປະຊຸມໃຫຍ່ຜູ້ແທນນອົງຄະນະພັກກະຊວງ ຍທຂ ຄັ້ງທີ V ໃນໄລຍະ 5 ປີ ບົດຮຽນທີຖອດຖອນໄດ້. ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແຕ່ລະຄັ້ງເປັນແຜນການ, ເປັນໂຄງການ ລະອຽດຂອງຂະແໜງ ໂຍທາທິການ ແລະ ຂົນສົ່ງ. ຕ້ອງເພີ່ມທະວີການນຳພາຊີ້ນຳບັນດາຮາກຖານພັກ ໃຫ້ເອົາໃຈໃສ່ວຽກງານການເມືອງ-ແນວຄິດໃຫ້ເລິກເຊິ່ງ ທົ່ວເຖິງ, ໜັກແໜ້ນ ແລະ ຖືເອົາວຽກງານການເມືອງ-ແນວຄິດເປັນບັນຫາກົກ, ໂດຍຕິດພັນກັບວຽກງານ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ວຽກງານແຂ່ງຂັນ-ຍ້ອງຍໍ ໃຫ້ເປັນປົກກະຕິຕໍ່ເນື່ອງເຮັດ ໃຫ້ວຽກງານນີ້ເປັນໃຈກາງ ເພື່ອປັບປຸງການຈັດຕັ້ງພັກ, ສະມາຊິກພັກ ແລະ ຂະບວນການອື່ນໆ ໃຫ້ແຂງແຮງ. ຖືສຳຄັນການເຮັດວຽກ 5 ໜ້າທີ່ມະຫາພາກ, ໃນນັ້ນແມ່ນການສ້າງ ແລະ ປັບປຸງນິຕິກຳ ທີ່ເປັນບ່ອນອີງໃຫ້ແກ່ ການຈັດຕັ້ງປະຕິບັດວຽກງານຂອງຂະແໜງການໃຫ້ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານ ເສດຖະກິດໃນແຕ່ລະໄລຍະ ແລະ ເຜີຍແຜ່ບັນດານິຕິກຳດັ່ງກ່າວໃຫ້ກວ້າງຂວາງ ແລະ ທົ່ວເຖິງຮາກຖານຢູ່ ທ້ອງຖິ່ນ ເພື່ອພ້ອມກັນຈັດຕັ້ງປະຕິບັດ. ສືບຕໍ່ຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານ-ສະມາຊິກພັກ ເພື່ອຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງວຽກງານ. ເອົາໃຈໃສ່ຊີ້ນຳບັນດາກົມ, ສະຖາບັນ, ກອງ ແລະ ຫົວໜ່ວຍຕ່າງໆ ອ້ອມຂ້າງກະຊວງ ແລະ ພະແນກ ຍທຂ ເປັນເຈົ້າການເພີ່ມທະວີຄວາມຮັບຜິດຊອບ ຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ ທີ່ນອນໃນຄວາມຮັບຜິດຊອບຂອງຕົນ ເພື່ອໃຫ້ສຳເລັດຕາມແຜນທີ່ວາງໄວ້.
