ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາການຄ້າ ແລະ ປົກປ້ອງຜູ້ຊົມໃຊ້ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025 ຂຶ້ນທີ່ພະແນກດັ່ງກ່າວ ມີທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນວ ທ່ານ ນາງ ວັນພະນີ ພິມມະສອນ ຫົວໜ້າພະແນກ ອຄ ນວ ທ່ານ ໄຊທິເດດ ອິນທະສອນ ຮອງຫົວໜ້າກົມການຄ້າພາຍໃນ ກະຊວງ ອຄ ບັນດາຮອງຫົວໜ້າພະແນກ ຮອງເຈົ້າເມືອງ ຫົວໜ້າຮອງຫົວໜ້າຂະແໜງ ຫ້ອງການ ແລະ ເຈົ້າໜ້າທີ່ກວດກາ ແລະ ປົກປ້ອງການຄ້າຂັ້ນ ນວ ແລະ ຂັ້ນເມືອງເຂົ້າຮ່ວມ.

ໃນກອງປະຊຸມທ່ານ ມະໂນສັກ ໄຊສີລິກຸນ ຮອງຫົວໜ້າຂະແໜງການຄ້າພາຍໃນ ພະແນກ ອຄ ນວ ໄດ້ຂຶ້ນຜ່ານບົດສະຫຼຸບວ່າ: ໃນ 6 ເດືອນຜ່ານມາ ຂັ້ນພະແນກໄດ້ກວດກາການດຳເນີນທຸລະກິດທັງໝົດ 98 ຫົວໜ່ວຍ ໄດ້ປັບໃໝ 13 ຫົວໜ່ວຍ ລວມມູນຄ່າປັບໃໝ 290 ລ້ານກີບ ກໍລະນີລະເມີດຫຼາຍກວ່າໝູ່ແມ່ນ ດຳເນີນທຸລະກິດທີ່ບໍ່ມີໃບທະບຽນວິສາຫະກິດ 6 ຫົວໜ່ວຍ ຫຼຸດລົງມາແມ່ນການຄ້າສິນຄ້າ ແລະ ລາຄາທີ່ລະເມີດລະບຽບການຄຸ້ມຄອງການຄ້າ 4 ຫົວໜ່ວຍ ແລະ ບໍ່ຕິດສະຫຼາກເປັນພາສາລາວ 3 ຫົວໜ່ວຍ ໃນນີ້ໄດ້ກັກ ຢຶດ ຊິ້ນສ່ວນໝູແຊ່ແຂງນຳເຂົ້າບໍ່ຖືກຕ້ອງ 25 ໂຕນ ຢາສູບນອກລະບົບ 437 ຕຸດ ແລະ 45 ກະປອງ ເຫຼົ້າ ເບຍນໍາເຂົ້າບໍ່ຖືກຕ້ອງ 36 ແກັດ ແລະ 358 ແກ້ວ ຄິດເປັນມູນຄ່າຢຶດ 379,986,000 ກີບ

ແລະ ສົ່ງແຈ້ງການປັບຂື້ນ ລົງລາຄານ້ຳມັນເຊື້ອໄຟທີ່ກະຊວງໄດ້ແຈ້ງອອກເປັນແຕ່ລະໄລຍະ ໃຫ້ເຈົ້າໜ້າທີ່ການຄ້າເມືອງຕິດຕາມກວດກາທັງໝົດ 22 ຄັ້ງ ປັບຂື້ນ 10 ຄັ້ງ ປັບລົງ 5 ຄັ້ງ ແລະ ປັບຂື້ນລົງ 7 ຄັ້ງ ແລະ ອື່ນໆ.
ຂັ້ນເມືອງ:ໄດ້ກວດກາການດຳເນີນທຸລະກິດທັງໝົດ 477 ຫົວໜ່ວຍ ແລະ 10 ຕະຫຼາດພົບເຫັນຜູ້ລະເມີດ 39 ຫົວໜ່ວຍໄດ້ປັບໃໝລວມມູນຄ່າປັບໃໝ 48,700,000 ກີບ ກໍລະນີລະເມີດຫຼາຍກວ່າໝູ່ແມ່ນ ດຳເນີນທຸລະກິດທີ່ບໍ່ມີໃບທະບຽນວິສາຫະກິດ 36 ຫົວໜ່ວຍ ຫຼຸດລົງມາແມ່ນບໍ່ຕິດສະຫຼາກເປັນພາສາລາວ 2 ຫົວໜ່ວຍ ແລະ ອື່ນໆ.