ໃນວັນທີ 14 ສິງຫາ 2025 Kokkok Station ສູນລວມສິນຄ້າຊີວິດປະຈໍາວັນ ແລະ ການຄ້າຂາຍຍ່ອຍ ປະກາດເປີດສາຂາ ທີ 2 ຢ່າງເປັນທາງການ ທີ່ຕະຫຼາດລາວ ບ້ານສະພັງເມີກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສະທ້ອນເຖິງການເຕີບໂຕຢ່າງແຂງແກ່ນ ຂອງບໍລິສັດ ແລະ ຄວາມເຊື່ອໝັ້ນ ໃນດ້ານສັກກະຍະພາບ ທາງເສດຖະກິດຂອງນະຄອນຫຼວງວຽງຈັນ.

Kokkok Station ສາຂາຕະຫຼາດລາວ ເປັນການລົງທຶນເພື່ອພັດທະນາ ພື້ນທີ່ໃຫ້ເປັນສູນກາງ ໄລສໄຕ ແຫ່ງໃໝ່ ທີ່ລວມເອົາ 4 ແບຣນ ພັນທະມິດຊັ້ນນໍາ ເຊິ່ງໄດ້ຮັບການຍອມຮັບຈາກຜູ້ບໍລິໂພກ ຢ່າງກວ້າງຂວາງ ໄດ້ແກ່: No Brand (ສາຂາທີ 3), Joah (ສາຂາທີ 3), Bonchon (ສາຂາທີ 4), ແລະ Fresh Me (ສາຂາທີ 4).

ການຂະຫຍາຍສາຂາ ຢ່າງຕໍ່ເນື່ອງຂອງແບຣນພັນທະມິດ ເຫຼົ່ານີ້ ພາຍໃຕ້ Kokkok Station ເປັນສິ່ງພິສູດ ຄວາມສໍາເລັດຂອງທຸລະກິດ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກທີ່ເພີ່ມສູງຂຶ້ນ. ການເປີດສາຂາໃໝ່ນີ້ບໍ່ພຽງແຕ່ ສ້າງປະສົບການຄ້າຂາຍຍ່ອຍທີ່ທັນສະໄໝ ແລະ ຄົບວົງຈອນ ໃຫ້ກັບຜູ້ບໍລິໂພກ ໃນບໍລິເວນຕະຫຼາດລາວ ແຕ່ຍັງສົ່ງຜົນຕໍ່ເສດຖະກິດ ໃນລະດັບຊຸມຊົນ ຜ່ານການສ້າງງານ ແລະ ສົ່ງເສີມໃຫ້ເກີດກິດຈະກໍາ ທາງເສດຖະກິດໃນພື້ນທີ່.

ໃນວັນເປີດໂຕ Kokkok Station ສາຂາຕະຫຼາດລາວ ຍັງໄດ້ຈັດກຽມກິດຈະກໍາ ແລະ ໂປຣໂມຊັນສົ່ງເສີມການຂາຍທີ່ຫຼາກຫຼາຍ ເພື່ອກະຕຸ້ນການໃຊ້ຈ່າຍ ສ້າງຄວາມສໍາພັນທີ່ດີກັບລູກຄ້າ ກຸ່ມທໍາອິດ ເຊິ່ງຄາດວ່າຈະໄດ້ຮັບການຕອບຮັບເປັນຢ່າງດີ.

Kokkok Station: ແມ່ນສູນລວມ ໄລສໄຕການຄ້າຍ່ອຍ ທີ່ເນັ້ນໃນການສ້າງສັນພື້ນທີ່ ແຫ່ງຄວາມສຸກ ແລະ ມອບຄວາມສະດວກສະບາຍ ຄົບວົງຈອນ ຜ່ານການຄັດສັນແບຣນຊັ້ນນໍາ ແລະ ບໍລິການທີ່ຕອບສະໜອງຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກຍຸກໃໝ່.