ອີກໜຶ່ງທາງເລືອກ! ວິທະຍາໄລເຕັກນິກລາວ-ເຢຍລະມັນ ເປີດຮັບສະໝັກນັກສຶກສາ ສົກຮຽນ 2025-2026, ມີຫຼາກຫຼາຍສາຂາວິຊາຮຽນ ທີ່ຄວາມຕ້ອງການແຮງງານມີສູງ

20 Aug 2025

ຄລິກແຊຣ໌ 0 Facebook WhatsApp

ວິທະຍາໄລເຕັກນິກລາວ-ເຢຍລະມັນ ເປີດຮັບນັກຮຽນ, ນັກສຶກສາໃໝ່ ລະດັບຊັ້ນກາງ ແລະ ຊັ້ນສູງ ປະຈໍາສົກຮຽນ 2025-2026 ໂດຍເລີ່ມເປີດຮັບສະໝັກຕັ້ງແຕ່ເດືອນກໍລະກົດ 2025 ແລະ ຈະປິດຮັບສະໝັກໃນວັນທີ 12 ກັນຍາ 2025.

ທ່ານ ນາງ ເບ ແພງສຸພີ ຮອງຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ ເປີດເຜີຍວ່າ: ວິທະຍາໄລເຕັກນິກລາວ-ເຢຍລະມັນ ເປີດຮັບນັກຮຽນ, ນັກສຶກສາໃໝ່ ລະດັບຊັ້ນກາງ ແລະ ຊັ້ນສູງ ປະຈໍາສົກຮຽນ 2025-2026 ໂດຍສົກຮຽນນີ້ໄດ້ມີການຄັດເລືອກນັກສຶກສາດ້ວຍເຂົ້າຮຽນ 2 ຮູບແບບຄື: ສາຂາວິຊາທີ່ຄັດເລືອກເຂົ້າຮຽນດ້ວຍການສໍາພາດ ໂດຍຮູບແບບນີ້ຈະສໍາພາດຄັດເອົານັກສຶກສາເລີຍ ແລະ ສາຂາວິຊາທີ່ຄັດເລືອກເຂົ້າຮຽນດ້ວຍການສອບເສັງ ໂດຍໄດ້ເປີດຮັບສະໝັກມາແຕ່ເດືອນກໍລະກົດ ຈົນເຖິງວັນທີ 12 ກັນຍາ 2025 ກ່ອນທີ່ຈະສອບເສັງໃນວັນທີ 17 ກັນຍາ 2025.

   ສໍາລັບການຄັດເລືອກນັກສຶກສາຂອງ ວິທະຍາໄລເຕັກນິກລາວ-ເຢຍລະມັນ ໃນສົກຮຽນນີ້ມີ 2 ຮູບແບບລະອຽດດັ່ງນີ້:

1.ສາຂາວິຊາທີ່ຄັດເລືອກເຂົ້າຮຽນດ້ວຍການສໍາພາດປະກອບມີ:

+ຫຼັກສູດຊັ້ນກາງ 9+3

ສໍາລັບຜູ້ທີ່ຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ

1. ສາຂາ ໂລຫະກໍາວິທະຍາ (ຊ່າງຈອດ ແລະ ທໍ່ນໍ້າ)

2. ສາຂາ ຈັກກົນໂຮງງານ

3. ສາຂາ ໄຟຟ້າເຕັກນິກ

4. ສາຂາ ກົນຈັກກະສິກຳ

5. ສາຂາ ເຕັກໂນໂລຊີລົດຍົນ

+ຫຼັກສູດຊັ້ນກາງ 12+2

ສໍາລັບຜູ້ທີ່ຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ

1. ສາຂາ ຊ່າງສ້ອມແປງກົນຈັກກະສິກຳ

+ຫຼັກສູດຊັ້ນສູງ 12+3

ສໍາລັບຜູ້ທີ່ຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ

1. ສາຂາ ໂລຫະກຳວິທະຍາ (ຊ່າງຈອດ ແລະ ທໍ່ນໍ້າ)

2. ສາຂາ ຈັກກົນໂຮງງານ

3. ສາຂາ ຊ່າງສ້ອມແປງເຄື່ອງຈັກກົນ

4. ສາຂາ ການຕິດຕັ້ງໄຟຟ້າ ສໍາລັບອາຄານ

5. ສາຂາ ການຕິດຕັ້ງ, ສ້ອມແປງເຄື່ອງເຮັດຄວາມເຢັນ-ເຄື່ອງປັບອາກາດ

6. ສາຂາ ການຕິດຕັ້ງ ແລະ ບໍລິການໄຟຟ້າອຸດສາຫະກຳ

7. ສາຂາ ເມຄາໂຕຣນິກ

8. ສາຂາ ສ້ອມແປງກົນຈັກໜັກ

ສໍາພາດວັນຈັນ-ສຸກ

ຕອນເຊົ້າເລີ່ມເວລາ 9:00-11:30 ແລະ ຕອນບ່າຍ ເວລາ 13:30-16:00 ໝາຍເຫດ: ໃຫ້ແຕ່ງຊຸດນັກຮຽນມາເພື່ອກຽມເຂົ້າສໍາພາດພ້ອມ

2.ສາຂາວິຊາທີ່ຄັດເລືອກເຂົ້າຮຽນດ້ວຍການສອບເສັງປະກອບມີ:

+ຫຼັກສູດຊັ້ນສູງ ລະບົບ 12+3

ສໍາລັບຜູ້ທີ່ຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ

1. ສາຂາ ສ້ອມແປງເຄື່ອງຈັກລົດຍົນ

2. ສາຂາ ສ້ອມແປງຕົວຖັງແລະສີລົດຍົນ

3. ສາຂາ ສ້ອມແປງໄຟຟ້າລົດຍົນ

4. ສາຂາ ສ້ອມແປງຊ່ວງລ່າງລົດຍົນ

   ໂດຍຈະສອບເສັງວັນທີ 17/9/2025 ເວລາ 8:00-12:00 ໂມງ ວິຊາສອບເສັງ: ຄະນິດສາດ-ຟີຊິກສາດ+ພາສາລາວ-ວັນນະຄະດີ +ຄວາມຮູ້ທົ່ວໄປ-ພາສາອັງກິດ.

ສໍາລັບ ນັກສຶກສາທີ່ຈົບຈາກ ວິທະຍາໄລ ເຕັກນິກລາວ-ເຢຍລະມັນ ສາມາດປະກອບອາຊີບໄດ້ຫຼາກຫຼາຍ ໂດຍສະເພາະໃນບໍລິສັດ, ໂຮງຈັກໂຮງງານ, ຮ້ານສ້ອມແອງ ແລະ ອື່ນໆ, ສ່ວນຜົນງານຫຼ້າສຸດຂອງນັກສຶກສາຂອງ ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ເຂົ້າຮ່ວມງານແຂ່ງຂັນສີມືແຮງງານແຫ່ງຊາດຄັ້ງທີ 4 ການແຂ່ງຂັນມີທັງໜົດ 5ຫົວຂໍ້. ວຕລຢ ໄດ້ສົ່ງເຂົ້າແຂ່ງຂັນຈຳນວນ 1 ຫົວຂໍ້ຄື ຫົວຂໍ້ ຕິດຕັ້ງໄຟຟ້າໃນອາຄານ(Electrical Installation) ເຊິ່ງງານແຂ່ງຂັນໄດ້ຈັດຂື້ນໃນລະຫວ່າງວັນທີ 28-30 ເມສາ 2025 ທີສະຖາບັນພັດທະນາສີມືແຮງງານ ໂດຍມີນັກແຂ່ງຂັນເຂົ້າຮ່ວມທັງໜົດ 12ຄົນ ມາຈາກ 8 ສະຖາບັນ,ໃນນັ້ນ ວິທະຍາໄລເຕັກນິກລາວ-ເຢຍລະມັນໄດ້ເຂົ້າແຂ່ງຂັນຈຳນວນ 2 ຄົນຄື: ທ. ຄຳຮັກ ພູມມະວັນ ແລະ ນ. ສຸລິກອນ ຮຸ່ງເຮືອງສີ ຄູຝຶກໂດຍ ຄູ ຄຸດ ຈັນສຸວັນ ຄູສອນພາກວີຊາໄຟຟ້າເອເລັກໂຕຣນິກ ເຊິ່ງສາມາດຍາດໄດ້ ລາງວັນຮອງຊະນະເລີດ ອັນດັບທີ 2 ແລະ ອັນດັບທີ 6ຂອງການແຂ່ງຂັນສີມືແຮງງານຄັ້ງທີ 4.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ