ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງທ່າໂທມ ແຂວງໄຊສົມບູນໄດ້ອອກແຈ້ງການ ສະບັບເລກທີ 285/ຫອຄ ລົງວັນທີ 18 ສິງຫາ 2025 ເຖິງ ຜູ້ປະກອບການ ຂ້າສັດ – ຂາຍຊີ້ນ ພາຍໃນເມືອງເລື່ອງ: ປັບລົງ ໂຄງສ້າງລາຄາຊີ້ນຫມູ.
ໃນແຈ້ງການລະບຸວ່າ:
ອີງຕາມ ດໍາລັດ ເລກທີ 474/ນຍ ວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສີນຄ້າ ແລະ ຄ່າບໍລິການ. ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0982/ອຄ, ລົງວັນທີ 10 ມິຖຸນາ 2024 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງການອຸດສາຫະກໍາ ແລະ ການຄ້າເມືອງ. ອີງຕາມ ການຄົ້ນຄວ້າ ເຫັນດີຈາກຫ້ອງການ ອຸດສາຫະກໍາ ແລະ ການຄ້າເມືອງຄັ້ງວັນທີ 15 ສິງຫາ 2025.
ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ຂໍຖືເປັນກຽດ ແຈ້ງ ມາຍັງ ຜູ່ປະກອບການ ຂ້າສັດ – ຂາຍ ຊີ້ນ ຮັບຊາບດັ່ງນີ້; ເນື່ອງຈາກລາຄາຊີ້ນຫມູເປັນໂຕພາຍໃນເມືອງ ລາຄາເກົ່າແມ່ນ 64,000 ກີບ/1kg ປະຈຸບັນ ແມ່ນ ຫຼຸດລົງເປັນ 54,000 ກີບ/1kg ທາງຫ້ອງການ ອຸດສາຫະກໍາ ແລະ ການຄ້າ ແມ່ນຈະໄດ້ປັບ ໂຄງສ້າງ ລາຄາ ຊີ້ນຫມູລົງ 5,000 ກີບ/1kg ລາຍລະອຽດມີດັ່ງນີ້

ປະເພດຊີ້ນຫມູລາຄາ 90,000 ກີບ/1kg ໃຫ້ຫຼຸດລົງ 85,000 ກີບ/1kg, ເຄື່ອງໃນລາຄາ 90,000 ກີບ/1kg ຫຼຸດລົງ 85,000 ກີບ/1kg
ຫົວຕີນ ລາຄາ 50,000 ກີບ/1kg ຫຼຸດລົງ 45,000 ກີບ/1kg ແລະ ນ້ໍາມັນຟູ ລາຄາ 30,000 ກີບ/1kg ຫຼຸດລົງ 25,000 ກີບ/1kg.
ກໍລະນີ ລາຄາຊີ້ນຫມູເປັນໂຕ ພາຍໃນເມືອງ ເພີ່ມຂື້ນ ຫຼື ຫຼຸດລົງ ແມ່ນທາງຫ້ອງການ ອຸດສາຫະກໍາ
ແລະ ການຄ້າ ຈະເຮັດແຈ້ງການອອກໃໝ່ເປັນແຕ່ລະໄລຍະ.
Cr: ຂ່າວເມືອງທ່າໂທມ ແຂວງໄຊສົມບູນ