ປົກເວັບໄຊ ຂ່າວເສດຖະກິດ ການຄ້າ (4)

ໄລຟ ຟຸດບອນ ອຸປະຖຳ ບີໄອເອັສ ມູນຄ່າ 400 ລ້ານກີບ ລຸຍບານເຕະ ເປບຊີ ລາວລີກ 1

15 Aug 2025

ຄລິກແຊຣ໌ 0 Facebook WhatsApp

ຮ້ານຂາຍເຄື່ອງກິລາພິມລາຍ ໄລຟ ຟຸດບອນ ( Life Football Store) ໃຫ້ການສະໜັບສະໜູນ ສະໂມສອນ ບີໄອເອັສ ມາສເຕີ ເອັຟຊີ ເປັນເຄື່ອງກິລາພິມລາຍຫຼາຍລາຍການ ລວມມູນຄ່າ 400 ລ້ານກີບ ເພື່ອເຂົ້າຮ່ວມແຂ່ງຂັນບານເຕະລາຍການຕ່າງໆໃນສປປ ລາວ ໂດຍສະເພາະແມ່ນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ທີ່ຈະເປີດສາກຂຶ້ນ ໃນວັນທີ 17 ສິງຫາ 2025.

ພິທີເປີດໂຕສະໂມສອນ ບີໄອເອັສ ມາສເຕີ ເອັຟຊີ ຢ່າງເປັນທາງການ ພ້ອມທັງພິທີເຊັນສັນຍາການສະໜັບສະໜູນເຄື່ອງກິລາພິມລາຍ ຂອງຮ້ານຂາຍເຄື່ອງກິລາພິມລາຍ ໄລຟ ຟຸດບອນ ຫຼາຍລາຍການ ລວມມູນຄ່າ 400 ລ້ານກີບ ໃຫ້ແກ່ສະໂມສອນດັ່ງກ່າວ ຈັດຂຶ້ນ ໃນວັນທີ 14 ສິງຫາ 2025 ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນເກີດ ສີສຸພນທອງ ປະທານສະໂມສອນ ບີໄອເອັສ ມາສເຕີ ເອັຟຊີ ທັງເປັນປະທານກຸ່ມສະຖາບັນບຸນເກີດສຶກສາ, ທ່ານ ທິດຕະວັນ ວັນນະຈັກ ເຈົ້າຂອງຮ້ານຂາຍເຄື່ອງກິລາພິມລາຍ ໄລຟ ຟຸດບອນ ຫຼື Life Football Store ແລະ ທ່ານ ສີພັນດອນ ແກ້ວທຽມຈັນ ຜູ້ຈັດການສະໂມສອນ ບີໄອເອັສ ມາສເຕີ ເອັຟຊີ ພ້ອມດ້ວຍບັນດາຄູຝຶກ, ນັກກິລາ ແລະ ນັກຮຽນ ຕະຫຼອດຮອດຜູ້ປົກຄອງເຂົ້າຮ່ວມ.

ສຳລັບການສະໜັບສະໜູນ ຂອງຮ້ານຂາຍເຄື່ອງກິລາພິມລາຍ ໄລຟ ຟຸດບອນ ໃຫ້ ບີໄອເອັສ ມາສເຕີ ປະກອບມີຊຸດວອມ, ຊຸດແຂ່ງຂັນ, ຊຸດຝືກຊ້ອມ, ຖົງຕີນ ແລະ ອື່ນໆອີກຫຼາຍລາຍການ ລວມມູນຄ່າ 400 ລ້ານກີບ.

ໃນການປະເດີມສະໜາມນັດທຳອິດຂອງ ບີໄອເອັສ ມາສເຕີ ເອັບຊີ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ທີ່ຈະເປີດສາກຂຶ້ນ ໃນວັນອາທິດນີ້ (17 ສິງຫາ) ບີໄອເອັສ ມາສເຕີ ຈະລົງສະໜາມພົບກັບ ສະໂມສອນ ຈຳປາສັກ ອາເວເນຍ ເອັຟຊີ (Champasak Avenir FC) ທີມຈາກແຂວງພາກໃຕ້ ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ສະໜາມນອກ ເລີ່ມເວລາ 16:00 ໂມງ ເປັນຕົ້ນໄປ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ