5232 (20)

ການນຳເມືອງໂຂງ ຊຸກຍູ້ກຸ່ມຜະລິດກະສິກຳປູກຜັກໃນເຮືອນຮົ່ມ ຢູ່ບ້ານດອນຫວດ

15 Aug 2025

ຄລິກແຊຣ໌ 0 Facebook WhatsApp

ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງໂຂງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຜະລິດກະສິກຳ ປູກພືດຜັກໃນເຮືອນຮົ່ມຂອງປະຊາຊົນ ຢູ່ບ້ານດອນຫວດ ເມືອງໂຂງ ແຂວງ ຈຳປາສັກ ໃນວັນທີ 12 ສິງຫາ 2025.

ທ່ານ ສອນໄຊ ພົມມະວົງ ປະທານ ບໍລິສັດ ແມ່ຂອງສົ່ງເສີມກະສິກຳ ແລະ ການຄ້າ ຂາອອກ – ຂາເຂົ້າຈຳກັດ ໄດ້ລາຍງານວ່າ: ການປູກຝັງແມ່ນນອນໃນຮູບແບບ 2 + 3 ຄື: ປະຊາຊົນເປັນແຮງງານ ແລະ ເນື້ອທີ່ ພາກລັດສົ່ງເສີມດ້ານເຕັກນິກວິຊາການ ແລະ ບໍລິສັດແມ່ນສະໜອງທຶນ ແລະ ຕະຫຼາດຈຳໜ່າຍ.

5232 (21)

ສະເພາະການຕະຫຼາດເບື້ອງຕົ້ນ ແມ່ນເພື່ອສະໜອງຕະຫຼາດພາຍໃນເມືອງໃຫ້ພຽງພໍ ແລະ ສົ່ງອອກ ເຊິ່ງຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ.

ປັດຈຸບັນການປູກຜັກເຮືອນຮົ່ມ ມີ 3 ຈຸດ ຄື: ຈຸດບ້ານເຕົ້າປຸງ ມີສະມາຊິກ 8 ຄອບຄົວ; ຈຸດບ້ານດອນພະເພັງ ມີ 12 ຄອບຄົວ ແລະ ຈຸດບ້ານດອນຫວດ ມີ 3 ຈຸດ ມີເຮືອນຮົ່ມ 8 ຫຼັງ ມີສະມາຊິກ 9 ຄອບຄົວ ເຊິ່ງໃນຕໍ່ໜ້າພາຍຫຼັງສຳເລັດການປັກດຳເຂົ້ານາປີແລ້ວ ແມ່ນຈະສືບຕໍ່ປຸກລະດົມຮັບສະມາຊິກເຂົ້າຕື່ມອີກ.

5232 (19)

ທ່ານ ສອນໄຊ ພົມມະວົງ ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າທາງອຳນາດການປົກຄອງເມືອງ ຍັງຈະສືບຕໍ່ສົ່ງເສີມການປູກເຂົ້າປອດສານພິດແບບເປັນກຸ່ມການຜະລິດ ເຊິ່ງປະກອບມີເຂດບ້ານນາແສນພັນ, ບ້ານເຕົ້າປຸງ ໃນເນື້ອທີ່ 100 ເຮັກຕາ ແລະ ການຂະຫຍາຍ ແມ່ນຈະໄດ້ເນັ້ນໃສ່ບ້ານທີ່ມີຫົວງານຊົນລະປະທານແລ້ວ ແຕ່ບໍ່ມີປ້ຳນ້ຳ ລວມທັງເຂດບ້ານເກາະດອນ, ສະເພາະໃນປີ 2025 ເມືອງໂຂງ ຈະສູ້ຊົນໃຫ້ໄດ້ 1,200 ເຮັກຕາ ຕາມແຜນການທີ່ວາງໄວ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ