5232 (18)

ຊຸບໝາກລີ້ນໄມ້ ໃສ່ຫອຍ

15 Aug 2025

ຄລິກແຊຣ໌ 0 Facebook WhatsApp

ໝາກລີ້ນໄມ້ ເປັນອາຫານຊະນິດໜຶ່ງທີ່ສາມາດກິນທັງດິບ ແລະ ສຸກໄດ້ ເຊິ່ງສາມາດປຸງແຕ່ງໄດ້ຫຼາຍເມນູ, ມີລົດຊາດທີ່ຂົມ ແລະ ເຜັດຮ້ອນໃນຕົວ ແຕ່ຖ້າຄົນມັກກິນຂົມຈຶ່ງຈະຮູ້ວ່າໝາກລີ້ນໄມ້ແຊບ. ມື້ນີ້ຄໍລຳອາຫານ ຈະພາມາເຮັດຊຸບໝາກລີ້ນໄມ້ ໃສ່ຫອຍ ກິນເອງ.

■ ວັດຖຸດິບ: ໝາກລີ້ນໄມ້ເຜົາແລ້ວ, ຫົວຫອຍ, ໝາກງາຂາວ, ຂີງ, ໝາກເຜັດແຫ້ງ, ເກືອ, ແປ້ງນົວ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ, ຫອມເປ, ຫອມບົ່ວ, ນໍ້າປາ ຫຼື ປາແດກສຸກ ( ລ້າງຜັກໃຫ້ສະອາດ ).

5232 (15)

■ ຂັ້ນຕອນເຮັດ: ຊອຍໝາກລີ້ນໄມ້ເປັນຕ່ອນບາງໆໄວ້, ຕົ້ມຫົວຫອຍໃຫ້ສຸກ; ຈາກນັ້ນມາຈີ່ໝາກເຜັດ, ຫົວຫອມບົ່ວ, ຫົວຜັກທຽມ, ຂີງ ອາດຈະຈີ່ ຫຼື ໃສ່ດິບກໍໄດ້ ແລ້ວມາຕຳໃຫ້ລະອຽດໂດຍໃສ່ເກືອ ແລະ ແປ້ງ ນົວພ້ອມ ຕັກໄວ້ ( ໝາກເຜັດໃສ່ໜ້ອຍໄວ້ກ່ອນ ເພາະໝາກລີ້ນໄມ້ບໍ່ມັກເຜັດ ຫຼື ມີລົດຊາດເຜັດຢູ່ແລ້ວ ). ສ່ວນໝາກງາ ນຳໄປຂົ້ວແລ້ວຕຳໃຫ້ລະອຽດ ຕັກໃສ່ໝາກລີ້ນໄມ້, ຈາກນັ້ນກໍຊາວທຸກຢ່າງເຂົ້າກັນ ຊີມເບິ່ງພ້ອມຕື່ມນໍ້າປາ ຫຼື ປາແດກໃສ່ ປຸງໄດ້ຕາມໃຈມັກແລ້ວໃຫ້ຊອຍຫອມໃສ່ໄດ້ ເທົ່ານີ້ກໍສຳເລັດແລ້ວ.

5232 (17)

ໂດຍ: ນົກແຕນແວນ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ