5232 (12)

ຄວາມຮູ້ກ່ຽວກັບ ພະຍາດປາກເປື່ອຍລົງເລັບ

15 Aug 2025

ຄລິກແຊຣ໌ 0 Facebook WhatsApp

ພະຍາດປາກເປື່ອຍລົງເລັບ ແມ່ນພະຍາດຕິດແປດ ສໍາລັບສັດເລັບຄູ່ທຸກຊະນິດ ແຜ່ຂະຫຍາຍເປັນວົງກວ້າງໄວ ເຮັດໃຫ້ສັດປາກໂພງ, ມີຕຸ່ມເປື່ອຍ ແລະ ກົກເລັບເປື່ອຍ; ເຊື້ອພະຍາດນີ້ ແມ່ນເຊື້ອກາລະໂລກ/ໄວຣັສ ປະກອບດ້ວຍ 7 ຊະນິດ ຄື: ຊະນິດ C, ຊະນິດ 0, ຊະນິດ A, ຊະນິດ A1, ຊະນິດ SAT1, SAT2, SAT3.

ເຊື້ອພະຍາດທົນຕໍ່ອາກາດໜາວໄດ້ດີ ອຸນນະພູມ -15 C ຢູ່ໄດ້ 13 ເດືອນ, ຢູ່ໃນເຟືອງ/ຫຍ້າແຫ້ງ 100 ວັນ, ຕີນລົດ/ເກີບ 102 ວັນ, ທົ່ງຫຍ້າຍາມໜາວ 30 ວັນ ແລະ ຍາມແລ້ງ 3 ວັນ, ຢອດນໍ້າຈາກໝັກຝຸ່ນ ຫຼື ກອງຂີ້ສັດ 90 ວັນ, ແສງແດດໃນໄລຍະເວລາ 14:30 – 15:00 ໂມງ ແມ່ນສາມາດຂ້າເຊື້ອໄດ້.

5232 (14)

ພະຍາດປາກເປື່ອຍລົງເລັບ ເປັນຊະນິດທີ່ເຮັດໃຫ້ໝູ ເປັນພະຍາດທີ່ຮ້າຍແຮງທີ່ສຸດ ສາມາດຕິດກັບສັດຫຼາຍຊະນິດ ລວມທັງຄົນ. ສ່ວນແກະ ແລະ ແບ້ ທີ່ຕິດພະຍາດນີ້ ຈະສະແດງອາການໄຂ້ 2 – 3 ວັນ ແລ້ວກໍຫາຍ ແລະ ບໍ່ສະແດງປາກົດການໃດໆຂອງພະຍາດອອກມາ.

▶ ການຕິດເຊື້ອ ຄື: ສັດທີ່ປ່ວຍຈະລະບາຍພະຍາດອອກທາງນໍ້າຢາງເຫຼືອງ, ຈາກຕຸ່ມຕີນ, ນໍ້າລາຍ, ອາຈົມ ແລະ ຍ່ຽວ, ລະບາຍອອກທາງນໍ້ານົມ. ທາງລະບົບຫາຍໃຈ ແລະ ມີໄລຍະພັກເຊື້ອ 2 – 7 ວັນ ເຊິ່ງພະຍາດເຂົ້າຮ່າງກາຍສັດທາງລະບົບຫາຍໃຈ, ທາງອາຫານ ແລະ ບາດແຜ ທີ່ສໍາຜັດກັບພະຍາດ, ເຊື້ອພະຍາດສາມາດຜ່ານສາຍແຮ່ເຂົ້າໄປຫາລູກ.

5232 (13)

■ ອາການສະແດງອອກກັບສັດ:

– ໄຂ້ສູງ 40 – 41 ອົງສາ   1 – 2 ວັນ

– ສັດຫຍໍ້ປາກ ມີນໍ້າລາຍເປັນຝອດສີຂາວ

– ໝູຈະຄັນດັງ ແລະ ມີຕຸ່ມໃສໆຢູ່ດັງ

– ໜ້າລີ້ນ ແລະ ເຟັນແຂ້ວ ເປັນຕຸ່ມໂພງ, ແຕກ ແລະ ລອກອອກ

– ສັດຖົກຕີນ, ກົກເລັບ, ບ່ອນຕໍ່ເລັບ ແລະ ໜັງ ຈະມີຕຸ່ມນ້ອຍໆໃສໆແຕກເປັນບາດ

– ຂວັ້ນນົມເປັນຕຸ່ມ

– ດັງໝູ, ຂວັ້ນນົມ ແລະ ກົກເລັບເປັນບາດ ເຮັດໃຫ້ພະຍາດອື່ນແຊກຊ້ອນ ສາມາດເຮັດໃຫ້ເລັບລ່ອນ

– ສັດຕາຍຍ້ອນພະຍາດອື່ນແຊກຊ້ອນ, ກິນອາຫານບໍ່ໄດ້ຍ້ອນເຈັບປາກ ແລະ ໄປຫາກິນບໍ່ໄດ້ເພາະເຈັບປວດຕີນ ຍ້ອນເລັບລ່ອນ

5232 (16)

■ ການປິ່ນປົວ

– ນຳໃຊ້ສະເປ Bleu Methylene, Oxytetracycline bleu ໃສ່ບາດແຜ ຫຼື ໃສ່ປາກສັດ

– ສັກຢາຕ້ານເຊື້ອ ຕ້ານການແຊກຊ້ອນຂອງແບັກທີເລຍ

– ໃຊ້ຢາຂ້າໜອນ ໃສ່ບາດກັນແມງວັນ

– ສ່ວນປະສົມຂອງນໍ້າຢາລ້າງບາດແຜ ແລະ ປາກສັດ: ຫີນສົ້ມ 100 ກຣາມ, ນໍ້າສະອາດ 10 ລິດ, ອາຊິດອາເຊຕິກ 750 ມິນລີລິດ, ຢາຕ້ານເຊື້ອ 1 ເມັດ ເມື່ອປະສົມແລ້ວໃຫ້ລ້າງບາດແຜ ແລະ ປາກສັດ ເຊົ້າ – ແລງ ແຍກສັດອອກຈາກໝູ່, ບໍ່ໃຫ້ສັດເຄື່ອນໄຫວຫຼາຍ, ໃຫ້ອາຫານອ່ອນ ແລະ ມີຄຸນນະພາບໃຫ້ສັດກິນ ສໍາລັບຄວາຍ ອາຍຸ 2 ປີ ນໍ້າໜັກ 150 ກິໂລກຣາມ.

ຂໍ້ມູນ: Botstiber FOUNDATION

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ