ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ຫວຽດນາມ ແລະ ສ.ເກົາຫຼີ ຈະສູ້ຊົນໃຫ້ວົງເງິນການຄ້າສອງຝ່າຍ ບັນລຸ 100 ຕື້ໂດລາສະຫະລັດ ໃນປີ 2025 ແລະ 150 ຕື້ໂດລາສະຫະລັດ ພາຍໃນປີ 2030 ພ້ອມທັງສືບຕໍ່ເພີ່ມເງິນລົງທຶນໜູນຊ່ວຍການພັດທະນາຢ່າງເປັນທາງການ ( ODA ).

ພາຍຫຼັງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສ ເສດຖະກິດ ຫວຽດນາມ – ສ.ເກົາຫຼີ ດ້ວຍຫົວຂໍ້ “ ຮ່ວມມືພັດທະນາລະບົບການຜະລິດໃນສັງກາດໃໝ່! ”. ພ້ອມທັງສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ສສ ຫວຽດນາມ ເພີ່ມທະວີການສົນທະນາ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ແກ່ບັນດານັກລົງທຶນ ສ.ເກົາຫຼີ ຢູ່ ສສ ຫວຽດນາມ, ກະກຽມບັນດາເງື່ອນໄຂ ເພື່ອດຶງດູດນັກລົງທຶນ ແລະ ປາດຖະໜາວ່າ ສ.ເກົາຫຼີ ສືບຕໍ່ໜູນຊ່ວຍ, ຊຸກຍູ້ການເຄື່ອນໄຫວສົນທະນາ, ເຊື່ອມຕໍ່ການລົງທຶນ; ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເປີດກວ້າງການລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ ສ.ເກົາຫຼີ, ສິນຄ້າຂອງ ສສ ຫວຽດນາມ ເພື່ອເຂົ້າເຖິງຕະຫຼາດ ສ.ເກົາຫຼີ.
ຂະນະທີ່ ສສ ຫວຽດນາມ ແລະ ສ.ເກົາຫຼີ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດຮ່ວມມືໃໝ່ເລິກເຊິ່ງກວ່າເກົ່າ, ຮອບດ້ານ ແລະ ຍຸດທະສາດຫຼາຍຂຶ້ນ.

ນອກນີ້, ຍັງເຊື່ອໝັ້ນວ່າ ດ້ວຍພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການເສີມສ້າງໃຫ້ກັນໃນດ້ານເສດຖະກິດ ແລະ ຄວາມຄາດຫວັງ ພັດທະນາແບບຍືນຍົງ, ວິສາຫະກິດສອງປະເທດຈະແມ່ນຜູ້ພາທາງ ນຳການພົວພັນ ຫວຽດນາມ – ສ.ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່.
ປັດຈຸບັນ ສສ ຫວຽດນາມ ຍາມໃດກໍສະໜັບສະໜູນ ແລະ ຮ່ວມເດີນທາງ ພ້ອມກັບບັນດາວິສາຫະກິດ ສ.ເກົາຫຼີ, ໃນຄຳໝັ້ນສັນຍາສ້າງສະພາບແວດລ້ອມ ລົງທຶນຍຸຕິທຳ, ໂປ່ງໃສ, ມີສະຖຽນລະພາບ ແລະ ສະດວກຫຼາຍຂຶ້ນ ພ້ອມກັນເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈ, ພ້ອມກັນຜ່ານຜ່າສິ່ງທ້າທາຍ, ພ້ອມກັນແບ່ງປັນຜົນງານພັດທະນາ ແລະ ພ້ອມກັນສ້າງສັງກາດໃໝ່ຂອງການຮ່ວມມື ສສ ຫວຽດນາມ – ສ.ເກົາຫຼີ ”.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Kim Min Seok, ພ້ອມດ້ວຍຜູ້ແທນຂັ້ນສູງສອງປະເທດ ໄດ້ເປັນສັກຂີພິຍານ ພິທີມອບ – ຮັບບັນດາຂໍ້ຕົກລົງຮ່ວມມືລະຫວ່າງ ຫວຽດນາມ – ສ.ເກົາຫຼີ.