ຂ່າວ ຊີອາໄອ ລາຍງານວ່າ: ຕົວເລກຂໍ້ມູນຈາກອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນ ສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນກໍລະກົດປີ 2025 ຄັງສຳຮອງເງິນຕາຕ່າງປະເທດຂອງຈີນ ມີ 3,292 ຕື້ 200 ລ້ານໂດລາ, ຫຼຸດລົງ 25 ຕື້ 200 ລ້ານໂດລາ ເທົ່າກັບ 0.76% ເມື່ອທຽບໃສ່ທ້າຍເດືອນມິຖຸນາປີ 2025.

ເດືອນກໍລະກົດຜ່ານມານີ້, ຍ້ອນໄດ້ຮັບຜົນກະທົບຈາກປັດໄຈຕ່າງໆ ເປັນຕົ້ນ: ຕົວເລກຂໍ້ມູນເສດຖະກິດມະຫາພາກຂອງກຸ່ມເສດຖະກິດຕົ້ນຕໍ, ນະໂຍບາຍເງິນຕາ ພ້ອມດ້ວຍຄາດໝາຍ ແລະ ອື່ນໆ, ເຮັດໃຫ້ດັດຊະນີເງິນໂດລາເພີ່ມຂຶ້ນ, ລາຄາຊັບສິນການເງິນໃນທົ່ວໂລກມີການເໜັງຕີງ.
ຍ້ອນອັດຕາແລກປ່ຽນເງິນຕາ, ການປ່ຽນແປງຂອງລາຄາຊັບສິນ ແລະ ປັດໄຈອື່ນໆ, ເຮັດໃຫ້ຄັງສຳຮອງເງິນຕາຕ່າງປະເທດຂອງຈີນ ໃນເດືອນກໍລະກົດຫຼຸດລົງ.