สำเนาของ ປົເວັນໄຊ ຂ່າວເສດຖະກິດ ການຄ້າ (18)

ກະຊວງໂຍທາ ປະກາດຕຳແໜ່ງຮອງລັດຖະມົນຕີຜູ້ໃໝ່

12 Aug 2025

ຄລິກແຊຣ໌ 0 Facebook WhatsApp

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ເມື່ອບໍ່ດົນມາມານີ້ ແລະ ໄດ້ຍົກຍ້າຍ ທ່ານ ໄຊສົງຄາມ ມະໂນທຳ ຮອງລັດຖະມົນຕີກະຊວງຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ຢູ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ.

531800019 1199364895553309 8157894221787088513 n

ໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ມີຄໍາເຫັນຊີ້ນໍາ ໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ທັງສອງທ່ານ ຈົ່ງເສີມຂະຫຍາຍບັນດາບົດຮຽນ ປະສົບການວຽກງານຕົວຈິງ ແລະ ກຳສະພາບວຽກງານຮອບດ້ານ ຂອງໜ້າທີ່ຮັບຜິດຊອບໃໝ່ໃຫ້ເລິກເຊິ່ງ, ສືບຕໍ່ພັດທະນາວຽກງານໃນຂະແໜງການທີ່ຕົນຮັບຜິດຊອບຕາມພາລະບົດບາດ ໃຫ້ໄດ້ຮັບໝາກຜົນຕາມແຜນການທີ່ວາງໄວ້ ທັງໃຫ້ເປັນເຈົ້າການນໍາພາ-ຊີ້ນຳ, ສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກໍາລັງແຮງ ໃນການສຸມໃສ່ປະຕິບັດພາລະບົດບາດ-ໜ້າທີ່ວຽກງານ ໃຫ້ມີຄວາມໂລ່ງລ່ຽນ ແລະ ວ່ອງໄວ ບົນພື້ນຖານຍຶດໝັ້ນຫລັກການລວມສູນປະຊາທິປະໄຕ ນໍາພາປຶກສາຫາລືບັນຫາສໍາຄັນຕ່າງໆເປັນໝູ່ຄະນະ ພ້ອມກັນປະຕິບັດລະບອບແບບແຜນນໍາພາ ແລະ ວິທີເຮັດວຽກ ທີ່ໄດ້ກໍານົດໄວ້ ຢ່າງຖືກຕ້ອງ ແລະ ເຂັ້ມງວດ.

532115501 1199364858886646 7439455148790518028 n
 

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ