ບໍລິສັດ ດີພີເອັຈ ຮຸ້ນສ່ວນ ສາກົນ ຈຳກັດ ໄດ້ເລີ່ມສົ່ງອອກຜະລິດຕະພັນນໍ້ານົມສົ້ມ ໄປ ຫວຽດນາມ 14,400 ແກັດ ໂດຍຄາດວ່າໝົດປີຈະສົ່ງອອກຜະລິດຕະພັນຕ່າງໆຂອງໂຮງງານ ບໍ່ຕໍ່າກວ່າ 200,000 ແກັດ.
ທ່ານ ສີສຸກ ວົງພັກດີ ຜູ້ອໍານວຍການ ບໍລິສັດ ດີພີເອັຈ ຮຸ້ນສ່ວນ ສາກົນ ຈຳກັດ ໄດ້ປະກອບຄໍາເຫັນ ແລະ ລາຍງານໃຫ້ຮູ້ກ່ຽວກັບການເຄື່ອນໄຫວຂອງ ບໍລິສັດ ດີພີເອັຈ ຕໍ່ກອງປະຊຸມພົບປະ ລະຫວ່າງ ພາກລັດ ແລະ ທຸລະກິດ ທີ່ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ເຊິ່ງຈັດຂຶ້ນໃນທ້າຍເດືອນກໍລະກົດ 2025 ວ່າ: ຂ້າພະເຈົ້າ ໄດ້ມີໂອກາດຮ່ວມເຄື່ອນໄຫວຕິດຕາມການນໍາຂອງແຂວງຈໍາປາສັກ ໄປທັດສະນະສຶກສາ – ແລກປ່ຽນຮຽນຮູ້ຢູ່ ຫວຽດນາມ ຫຼາຍຄັ້ງ, ສາມາດຖອດຖອນບົດຮຽນໄດ້ຫຼາຍດ້ານ ເຊັ່ນ: ການພັດທະນາທີ່ມີແບບແຜນລະອຽດຈະແຈ້ງ, ເຫັນໄດ້ບົດຮຽນສະເພາະວຽກງານການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ( ສອຈ ) ໃນໄລຍະໃໝ່ຂອງ ຫວຽດນາມ ແລະ ເຫັນໄດ້ເຖິງທ່າແຮງດ້ານການຕະຫຼາດ ກໍຄືຄວາມຕ້ອງການຊົມໃຊ້ສິນຄ້າອັນມະຫາສານຂອງ ຫວຽດນາມ ຈຶ່ງເຮັດໃຫ້ຂ້າພະເຈົ້າ ຕັດສິນໃຈສ້າງຕັ້ງໂຮງງານຜະລິດເຄື່ອງດື່ມຂຶ້ນ ເຊິ່ງມີການຮ່ວມມືກັບນັກທຸລະກິດຫວຽດນາມ.

ທ່ານ ສີສຸກ ວົງພັກດີ ໃຫ້ຮູ້ຕື່ມວ່າ: ພາຍຫຼັງເຊັນສັນຍາຮ່ວມມືກັນ ກໍໄດ້ດໍາເນີນການຍື່ນບັນດາເອກະສານ ຜ່ານພະແນກອຸດສາຫະກໍາ ແລະ ການຄ້າແຂວງ ເຫັນວ່າມີຄວາມວ່ອງໄວຫຼາຍ ເຮັດໃຫ້ຄູ່ຮ່ວມທຸລະກິດມີຄວາມເຊື່ອໝັ້ນຍິ່ງຂຶ້ນ ແລະ ໝັ້ນໃຈໃນການຕັດສິນໃຈຮ່ວມລົງທຶນໃນຄັ້ງນີ້.
ພາຍຫຼັງສຳເລັດດ້ານເອກະສານ ກໍໄດ້ເລີ່ມລົງມືກໍ່ສ້າງໂຮງງານ ໂດຍສັ່ງເຄື່ອງຈັກອຸປະກອນ, ການຕິດຕັ້ງເຄື່ອງຈັກ, ການເລີ່ມທົດລອງຜະລິດຈົນຮອດຂັ້ນຕອນເລີ່ມຕົ້ນສົ່ງຜະລິດຕະພັນສໍາເລັດຮູບອອກ ໃຊ້ເວລາລວມ 8 ເດືອນ.
ປັດຈຸບັນ ພວກເຮົາເລີ່ມທົດລອງຜະລິດ ແລະ ສົ່ງອອກພຽງແຕ່ຜະລິດຕະພັນນໍ້ານົມສົ້ມ, ໃນໄລຍະອັນໃກ້ນີ້ ຕາມແຜນງານຈະຜະລິດເຄື່ອງດື່ມຊູກໍາລັງ, ນໍ້າດື່ມບໍລິສຸດທີ່ເປັນນໍ້າດ່າງ, ກາເຟກະປ໋ອງ ແລະ ກະຕຸກສໍາເລັດຮູບ, ນໍ້າໝາກໜອດ ເຊິ່ງຈະນໍາໃຊ້ໝາກໜອດ ທີ່ປະຊາຊົນປູກໃນຂອບເຂດເມືອງປາກຊ່ອງ ເປັນບຸລິມະສິດຕົ້ນຕໍ ເພື່ອເປັນການສົ່ງເສີມຊາວສວນ.
ມາຮອດທ້າຍເດືອນກໍລະກົດ ພວກເຮົາໄດ້ສົ່ງອອກຜະລິດຕະພັນໄປ ສສ ຫວຽດນາມ 14,400 ແກັດ ເຊິ່ງຍັງມີຍອດຄ້າງສົ່ງມອບສິນຄ້າພາຍໃນປີນີ້ ລວມທັງໝົດແມ່ນ 150,000 ແກັດ ສະເພາະຜະລິດຕະພັນ ນີ້, ຄາດວ່າປີໜຶ່ງເຮົາຈະສົ່ງອອກຜະລິດຕະພັນຕ່າງໆຂອງໂຮງງານບໍ່ຕໍ່າກວ່າ 200,000 ແກັດ.
ໃນປີ 2025 – 2026 ຍັງເປັນການທົດລອງເຄື່ອງຈັກ ແລະ ການດັດປັບດ້ານເຕັກນິກ, ຄາດວ່າເດືອນກັນຍາ 2025 ເປັນຕົ້ນໄປ ຈະສາມາດດໍາເນີນການຜະລິດໄດ້ເຕັມຮູບແບບ ພ້ອມທັງສາມາດຂະຫຍາຍລາຍການຜະລິດ ແລະ ບັນດາຜະລິດຕະພັນຊະນິດອື່ນຫຼາກຫຼາຍ ຕາມແຜນງານທີ່ວາງໄວ້.

ທ່ານ ສີສຸກ ວົງພັກດີ ກ່າວຕອນທ້າຍອີກວ່າ: ຄຽງຄູ່ກັບຜົນງານດ້ານດີ ແລະ ຂໍ້ສະດວກທີ່ກ່າວມານັ້ນ, ບໍລິສັດພວກເຮົາ ກໍຍັງມີສິ່ງທ້າທາຍ ແລະ ຢາກຂໍສະເໜີຕໍ່ການນໍາແຂວງ ເພື່ອພິຈາລະນາຊຸກຍູ້ແກ້ໄຂຊ່ວຍເຫຼືອ ເປັນຕົ້ນບັນດາວັດຖຸດິບບາງປະເພດ ທີ່ພາຍໃນບໍ່ສາມາດຕອບສະໜອງຕາມເງື່ອນໄຂມາດຕະຖານຂອງບໍລິສັດ, ຈໍາເປັນຕ້ອງໄດ້ນໍາເຂົ້າຈາກຕ່າງປະເທດ ເພື່ອມາຜະລິດແລ້ວຈຶ່ງສົ່ງອອກເປັນສິນຄ້າສໍາເລັດຮູບ, ເວລານໍາເຂົ້າບັນດາວັດຖຸດິບ ເຖິງວ່າເຮົາຈະມີມາສເຕີລິສ ຍົກເວັ້ນພາສີທັງໝົດກໍຕາມ ແຕ່ບໍ່ໄດ້ຖືກຍົກເວັ້ນອາກອນມູນຄ່າເພີ່ມ ( ອມພ ) 10% ຈຶ່ງຈໍາເປັນຕ້ອງໄດ້ຈ່າຍເງິນຄໍ້າປະກັນອາກອນມູນຄ່າເພີ່ມ 10% ຢູ່ດ່ານຂາເຂົ້າ ແລ້ວຈຶ່ງໄປຫັກສົ້ນອອກຂອງບັນຊີ ເພື່ອຂໍເງິນຄືນຈາກພາກລັດ ພາຍຫຼັງທີ່ພວກເຮົາສົ່ງສິນຄ້າອອກ ເຮັດໃຫ້ຕົ້ນທຶນຂອງວັດຖຸດິບສູງຂຶ້ນ, ຖ້າສາມາດຍົກເວັ້ນເງິນຄໍ້າປະກັນ ອມພ ຈະສ້າງໃຫ້ມີທ່າແຮງແຂ່ງຂັນກັບບັນດາຜະລິດຕະພັນຂອງປະເທດອ້ອມຂ້າງ ສປປ ລາວ, ເຮັດໃຫ້ຜະລິດຕະພັນຂອງພວກເຮົາມີຕົ້ນທຶນຫຼຸດລົງ ຂ່າວ – ຮູບ: ທູນທອງໃຈ