6 ເດືອນຕົ້ນປີນີ້, ການຄ້າການບໍລິການຂອງຈີນ ໄດ້ເຕີບໂຕຢ່າງໝັ້ນທ່ຽງ ຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກດ້ານການບໍລິການ ບັນລຸເຖິງ 3,887 ຕື້ຢວນ ເພີ່ມຂຶ້ນ 8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ໃນນັ້ນ, ການສົ່ງອອກມີເຖິງ 1,688 ຕື້ຢວນ ເພີ່ມຂຶ້ນ 15%; ການນໍາເຂົ້າມີເຖິງ 2,198 ຕື້ຢວນ ເພີ່ມຂຶ້ນ 3.2%, ມູນຄ່າການຄ້າການບໍລິການຂາດດຸນ 510 ຕື້ຢວນ ຫຼຸດລົງ 152 ຕື້ຢວນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

6 ເດືອນຕົ້ນປີນີ້, ສະເພາະຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກດ້ານການບໍລິການແບບລວມສູນ ຄວາມຮູ້ມີເຖິງ 1,502 ຕື້ຢວນ ເພີ່ມຂຶ້ນ 6%. ໃນນັ້ນ, ການສົ່ງອອກມີເຖິງ 865 ຕື້ຢວນ ເພີ່ມຂຶ້ນ 7.8%; ການນໍາເຂົ້າ 637 ຕື້ຢວນ ເພີ່ມຂຶ້ນ 3.6%.
ນອກນີ້, ໃນ 6 ເດືອນຕົ້ນປີ ການບໍລິການການທ່ອງທ່ຽວ ໄດ້ເຕີບໂຕຢ່າງວ່ອງໄວ, ຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກ ດ້ານການບໍລິການການທ່ອງທ່ຽວ ມີເຖິງ 1,080 ຕື້ຢວນ ເພີ່ມຂຶ້ນ 12.3%, ກາຍເປັນຂົງເຂດໃຫຍ່ອັນດັບໜຶ່ງ ຂອງການຄ້າການບໍລິການ. ໃນນັ້ນ, ການສົ່ງອອກເພີ່ມຂຶ້ນ 68.7% ແລະ ການນໍາເຂົ້າ ເພີ່ມຂຶ້ນ 5.5%.