ປະທານ ວີພີຊີ ເອັຟຊີ ແຊ້ມ ຟຸດຊໍ ລາວລີກ 2025 ພ້ອມສືບຕໍ່ສົ່ງເສີມ ແລະ ພັດທະນາທີມ ຫວັງພາທີມໄປຮ່ວມແຂ່ງຂັນລະດັບພາກພື້ນ ແລະ ສາກົນ

07 Aug 2025

ຄລິກແຊຣ໌ 0 Facebook WhatsApp

ທ່ານ ພິທັກ ແສນທໍາມະວົງ ປະທານສະໂມສອນຟຸດຊໍລ ວີພີຊີ ໄດ້ໃຫ້ສຳພາດວ່າ: ພາຍຫລັງປະສົບຜົນສຳເລັດ ພາທີມສ້າງປະຫວັດສາດຄວ້າແຊ້ມ ຟຸດຊໍ ລີກສູງສຸດຂອງລາວ ໃນປີ 2025 ນີ້, ເປົ້າໝາຍຕໍ່ໄປຂອງສະໂມສອນ ຈະສືບຕໍ່ສົ່ງເສີມການສ້າງນັກກິລາລະດັບເຍົາວະຊົນ-ຊາວໜຸ່ມ ເພື່ອເປັນລຸ້ນສືບທອດຂອງທີມ ແລະ ຈະຍົກລະດັບ-ພັດທະນາທີມຊຸດໃຫຍ່ ໃຫ້ແຂງແກ່ນກວ່າເກົ່າ ດ້ວຍການຝຶກຊ້ອມເປັນລະບົບ, ມີເວທີແຂ່ງຂັນໃຫ້ຫລາກຫລາຍ ແລະ ຕໍ່ເນື່ອງ ໂດຍຄະນະບໍລິຫານສະໂມສອນ ຈະຊອກຫາແຫລ່ງທຶນ ຜູ້ຮ່ວມໃຫ້ການສະໜັບສະໜູນ, ໃຫ້ນັກກິລາມີລາຍໄດ້ຢ່າງຕໍ່ເນື່ອງ ແລະ ເປັນມືອາຊີບກວ່າເກົ່າ, ຊື່ງປະທານສະໂມສອນ ຈະຫາໂອກາດ ແລະ ເງື່ອນໄຂທີ່ດີ ເພື່ອຫວັງພາທີມໄປຮ່ວມແຂ່ງຂັນລະດັບພາກພື້ນ ແລະ ສາກົນ.

ທ່ານ ພິທັກ ແສນທໍາມະວົງ ໃຫ້ສໍາພາດວ່າ: ການຕັດສິນໃຈສົ່ງທີມເຂົ້າຮ່ວມຟຸດຊໍລ ລີກສູງສຸດຂອງລາວຄັ້ງນີ້ ຍ້ອນຄວາມມັກຮັກ ແລະ ຫລົງໄຫລ ໃນການແຂ່ງຂັນຟຸດຊໍລ ແລະ ຢາກຂຽນປະຫວັດສາດໜ້າໃໝ່ໃນວົງການຟຸດຊໍລລາວ ເຊິ່ງກວ່າຈະສານຝັນຄວາມສຳເລັດຄັ້ງນີ້ໄດ້ ບໍ່ແມ່ນເລື່ອງງ່າຍ ເພາະຍັງຂາດປະສົບການ, ຂາດບຸກຄະລາກອນ ແຕ່ໄດ້ການແນະນຳທີ່ດີຈາກນັກກິລາລຸ້ນອ້າຍທີ່ມີບົດຮຽນ ແລະ ປະສົບການມາກ່ອນ ໂດຍສະເພາະ ບຸນທະວີ ສີປະສົງ ນັກກິລາສາລະພັດປະໂຫຍດ ຈຶ່ງຊ່ວຍກັນສ້າງທີມຂຶ້ນມາ ແລະ ເສີມທັບດ້ວຍນັກກິລາທີ່ມີປະສົບການຫລາຍຄົນ ຜ່ານຜ່າອຸປະສັກ ບັນຫາຫລາຍຢ່າງຮ່ວມກັນ ຈຶ່ງຍາດໄດ້ຜົນສຳເລັດຄັ້ງນີ້.

ໃນຕໍ່ໜ້າ ປະທານສະໂມສອນ ວີພີຊີ ຍັງມີແຜນຈະສ້າງທີມເຕະບານ 7 ຄົນ ແລະ 11 ຄົນ ເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ທີມເຕະບານ 11 ຄົນ ຈະດັນເຂົ້າຮ່ວມລາວລີກ 2, ສ່ວນ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ທ້າຍປີນີ້ ທີ່ນະຄອນຫລວງວຽງຈັນ ຍັງບໍ່ມີພາກສ່ວນໃດທາບທາມເຂົ້າມາ ແຕ່ຄະນະພາຍໃນທີມພ້ອມເຂົ້າຮ່ວມ ເພື່ອສ້າງຜົນງານອັນໃໝ່ ຈາລຶກໄວ້ໃນງານກິລາທີ່ໃຫຍ່ສຸດຂອງປະເທດ.

ສໍາລັບ ຜົນງານງານຂອງສະໂມສອນຟຸດຊໍລ ວີພີຊີ ພົ້ນເດັ່ນປະຈັກຕາສົມຄວນ ໃນສັງວຽນ ຟຸດຊໍລ ລີກສູງສຸດຂອງປະເທດປີນີ້ ກາຍເປັນອີກໜຶ່ງສະໂມສອນທີ່ເປັນແຊ້ມ ດ້ວຍຜົນງານໄຮ້ປະລາໄຊ ຕໍ່ຈາກ ເບສະຫວັນ ເອັຟຊີ 13 ນັດ ຊະນະ 12 ສະເໝີ 1, ໄຊຊະນະ ອິນທະວົງ ຄູຝຶກຂອງທີມ ຄວ້າລາງວັນຄູຝຶກດີເດັ່ນ ແລະ ບຸນທະວີ ສີປະສົງ ໄດ້ລາງວັນນັກກິລາດີເດັ່ນ.

ຂ່າວ: ເອກະສັນ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ