ໃນຍຸກທີ່ສື່ສັງຄົມອອນລາຍຂະຫຍາຍຕົວຢ່າງກວ້າງຂວາງ ແລະປະຊາຊົນຕ້ອງການຮັບຂໍ້ມູນຂ່າວສານທີ່ວ່ອງໄວທັນເວລາ ສື່ມວນຊົນທີ່ເປັນກະບອກສຽງຂອງພັກ-ລັດ, ເປັນຂົວຕໍ່ລະຫວ່າງປະຊາຊົນກັບລັດຖະບານກໍ່ຕ້ອງປັບຕົນເອງໃຫ້ກ້າວທັນຍຸກທັນສະໄໝ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ ໃນວັນທີ 5 ສິງຫາ 2025 ນີ້ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຊຸດຝຶກອົບຮົມໃຫ້ສື່ມວນຊົນລາວຈໍານວນ 25 ທ່ານ ທັງຢູ່ສູນກາງ ແລະທ້ອງຖິ່ນໃນຫົວຂໍ້ “ການຫັນໄປສູ່ດີຈີຕອນ”.
ເຂົ້າຮ່ວມພິທີດັ່ງກ່າວ ມີທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ວັນໄຊ ຕະວິນຍານ ຮອງຫົວຫນ້າຄະນະ ໂຄສະນາອົບ ຮົມສູນກາງພັກ ປະຊາຊົນປະຕິວັດລາວ, ທ່ານ ນາງ Megan Jones ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງປະເທດ ອົດສະຕຣາລີ
ປະຈໍາ ສປປ ລາວ.

ທ່ານ ວັນໄຊ ຕະວິນຍານ ໄດ້ກ່າວໃນພິທີເປີດຊຸດຝຶກອົບຮົມວ່າ: ງານສໍາມະນາຄັ້ງນີ້ແມ່ນມີຄວາມສໍາຄັນ ແລະ ສອດຄ່ອງກັບຍຸກສະໄຫມ ບັນດາຜູ້ເຂົ້າຮ່ວມກໍ່ຄືນັກຂ່າວຜູ້ທີ່ຜະລິດຂ່າວ ວີດີໂອໃສ່ເວັບໄຊ ແລະ ສື່ອອນລາຍ ຈໍານວນ 25 ຄົນຈາກອົງການສື່ຕ່າງໆທັງພາກລັດ ແລະ ພາກສັງຄົມ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆ ຈະໄດ້ຮຽນຮູ້ ແລະແລກປ່ຽນບົດຮຽນນໍາວິທະຍາກອນທີ່ເປັນ ຊ່ຽວຊານສະເພາະດ້ານຈາກປະເທດອົດສະຕຣາລີ, ລາວ ແລະ ໄທ ຕະຫຼອດ 3 ວັນ.
ທ່ານ ວັນໄຊ ຍັງກ່າວອີກວ່າ: ປະເທດອົດສະຕ

າລີ ແລະ ລາວ ແມ່ນມີຄວາມສໍາພັນກັນຢ່າງເຂັ້ມແຂງ ແລະ ພັດທະນາຢ່າງຕໍ່ເນື່ອງ, ໂດຍມີ ການຮ່ວມມືແບບຄູ່ຮ່ວມງານທີ່ຄົບຖ້ວນ ແລະ ການຮ່ວມມືທີ່ເພີ່ມຂຶ້ນໃນຫຼາຍຂະແຫນງການ. ຄູ່ຮ່ວມງານນີ້, ໄດ້ສ້າງຂຶ້ນ ດ້ວຍຄວາມໄວ້ວາງໃຈ ແລະ ຄວາມເຄົາລົບ, ປະກອບມີການຮ່ວມມືດ້ານການພັດທະນາເສດຖະກິດ, ຄວາມສະຫງົບ, ຄວາມຫມັ້ນຄົງ, ແລະ ນະໂຍບາຍການຕ່າງປະເທດ, ໂດຍສຸມໃສ່ການພັດທະນາຊັບພະຍາກອນມະນຸດ.
ນອກນັ້ນ, ລັດຖະບານອົດສະຕາລີຍັງໄດ້ໃຫ້ຄໍາຫມັ້ນສັນຍາທີ່ຈະສືບຕໍ່ສະຫນັບສະຫນູນການພັດທະນາຊັບພະຍາ ກອນມະນຸດໃນລາວ, ໂດຍໃຫ້ທຶນການສຶກສາ, ຝຶກອົບຮົມໃນໄລຍະສັ້ນ ແລະ ໄລຍະຍາວ, ຝຶກອົບຮົມໃນຄັ້ງນີ້ກໍມີ ຫຼາຍຫົວຂໍ້ມາເປັນບົດຮຽນໃຫ້ແກ່ນັກຂ່າວລາວເປັນຕົ້ນ: ການຫັນໄປສູ່ດິຈິຕອນ, ຄວາມຍືນຍົງຂອງສື່ມວນຊົນ, ການ ຜະລິດເນື້ອໃນດີຈິຕອນ ແລະ ການເຮັດຂ່າວຢູ່ໂທລະສັບມືຖື, ການຕ້ານຂ່າວປອມ, ການສ້າງຄວາມຮູ້ດ້ານປັນຍາປະດິດ ແລະ ການວິເຄາະສື່ສັງຄົມອອນລາຍ ແລະ ສື່ຊະນິດອື່ນໆ.

ພ້ອມນັ້ນ, ທີມງານຈັດຝຶກອົບຮົມຍັງນໍາເອົາອຸປະກອນຈໍານວນຫນຶ່ງມາໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ໄດ້ນໍາເອົາໄປ ປະຕິບັດຕົວຈິງໃນໄລຍະຝຶກ ແລະ ເອົາໄປໃຊ້ເຂົ້າໃນວິຊາສະເພາະຢູ່ອົງການສື່ຂອງຕົນທີ່ສັງກັດຢູ່, ເຊິ່ງຈະຊ່ວຍໃຫ້ນັກ ຂ່າວໄດ້ຍົກທັງລະດັບຄວາມຮູ້ຄວາມສາມາດກ້າວຂຶ້ນໄປທັນກັບຍຸກທັນສະໄຫມ ແລະ ອອກຂ່າວຕາມການເວລາ.
ທ່ານ ຮອງຫົວຫນ້າຄະນະ ໂຄສະນາອົບ ຮົມສູນກາງພັກຍັງກ່າວເນັ້ນອີກວ່າ: ການເປັນນັກຂ່າວຕ້ອງເປັນຜູ້ຮອບຮູ້, ເປັນຄົນສະດຸ້ງໄວ, ເປັນຄົນຮິ່ນຕອງບັນຫາຢ່າງຮອບຄອບ, ເພາະວ່າເປັນ ຜູ້ນໍາເອົາຂໍ້ມູນຂ່າວສານທີ່ເກີດຂຶ້ນໃນແຕ່ລະວັນທັງຢູ່ໃນລາວ ແລະ ຕ່າງປະເທດ ທີ່ຖືກຕ້ອງຊັດເຈນ, ທັນກັບກາລະເວລາ ມາເຜີຍແຜ່ຜ່ານຫຼາຍຊ່ອງທາງ ແລະ ຫຼາຍລະບົບສື່ສານໃຫ້ທຸກໆຊັ້ນຄົນໃນສັງຄົມໄດ້ບໍລິໂພກ.