ຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ: ໃນຄັ້ງວັນທີ 18 ມີຖຸນາ 2025 ເວລາ 8:00 ໂມງ ໄດ້ມີຄົນຮ້າຍ ຈຳນວນ 1 ຄົນ ຂັບຂີ່ລົດຈັກ ຍີ່ຫໍ້ເວບຈີນ ສີແດງ-ດຳ ບໍ່ຕິດປ້າຍທະບຽນ ມາຈອດຢູ່ໜ້າຮ້ານ ແລ້ວຍ່າງເຂົ້າມາສອບຖາມກ່ຽວກັບລາຄາຮັບຊື້ເຫຼັກ ພ້ອມທັງຂໍຢືມໂທລະສັບຜູ້ເສຍຫາຍໂທຫາໝູ່ ເພື່ອໃຫ້ນຳເອົາເຫຼັກມາຂາຍໃຫ້. ຈາກນັ້ນ, ຄົນຮ້າຍກໍໄດ້ຈົກປືນສັ້ນສີດຳ (ບໍ່ຮູ້ຊະນິດ) ເຂົ້າມານາບຂູ່ຜູ້ເສຍຫາຍ ພ້ອມໄດ້ເວົ້າວ່າ: ເອົາເງິນອອກມາ. ໃນຂະນະດຽວກັນ, ຜູ້ເສຍຫາຍ ໄດ້ສັງເກດເຫັນວ່າ ໃນມື ຄົນຮ້າຍເປັນປືນປອມ ຈຶ່ງໄດ້ໃຊ້ມືປັດອອກ ເພື່ອຈະຕໍ່ສູ້. ແຕ່ວ່າ ຄົນຮ້າຍໄດ້ເອົາມືຊຸກຜູ້ເສຍຫາຍ ລົ້ມລົງ ພ້ອມຈັບຫົວທຸບໃສ່ກັບພື້ນດິນຈຳນວນຫຼາຍຄັ້ງ ແລ້ວໃຊ້ກຳປັ້ນເບື້ອງຂວາຕີໃສ່ບໍລິເວນຫົວ ແລະ ໃບໜ້າຈຳນວນ 3 ຄັ້ງ ແລະ ໃຊ້ມືທັງສອງເບື້ອງບີບຄໍ ເຮັດໃຫ້ຜູ້ເສຍ ຫາຍໄດ້ຮັບບາດເຈັບສົມຄວນ ເຮັດໃຫ້ຜູ່ເສຍຫາຍ ຢ້ານກົວຈຶ່ງໄດ້ຈົງເອົາເງິນຢູ່ຖົງໂສ້ງໃຫ້ຄົນຮ້າຍ ຈຳນວນ 2,045,000 ກີບ. ຈາກນັ້ນ, ຄົນຮ້າຍກໍໄດ້ແລ່ນຂື້ນລົດຈັກ ແລ້ວຂັບຂີ່ເອົາຕົວຫຼົບໜີ.

ຕໍ່ກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ຮີບຮ້ອນປະສານສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງລົງເກັບກຳຂໍ້ມູນຫຼັກຖານໃນສະຖານທີ່ເກີດເຫດ ພ້ອມເອົາຄຳໃຫ້ການພະຍານບຸກຄົນ ແລ້ວຂຶ້ນບັນຊີເປົ້າໝາຍໄດ້ຢ່າງຊັດເຈນ ແລະ ໄດ້ຈັດວາງກຳລັງລົງຕິດຕາມຢ່າງໃກ້ຊິດ. ຮອດເວລາ 14:30 ໂມງຂອງວັນດຽວກັນ, ເຈົ້າໜ້າທີ່ຕຳຫຼວດ ຈຶ່ງເຂົ້າກັກຕົວຜູ້ກໍ່ເຫດຢູ່ເຮືອນຂອງຜູ້ກ່ຽວ ພ້ອມເຄື່ອງຂອງກາງ ອາວຸດປືນ (ປືນປອມ) ແລະ ລົດຈັກເວບຈີນ ສີແດງດຳ (ບໍ່ຕິດປ້າຍທະບຽນ) ທີ່ໃຊ້ກໍ່ເຫດມາດຳເນີນຄະດີ.
ຜ່ານການສອບສວນຂອງເຈົ້າໜ້າທີ່, ຜູ້ຖືກຫາ ໄດ້ໃຫ້ການຮັບຄຳສາລະພາບວ່າ ຜູ້ກ່ຽວໄດ້ລົງມືກໍ່ເຫດໃຊ້ອາວຸດປືນ (ປືນປອມ) ປຸ້ນເອົາເງິນ ແລະ ທຳຮ້າຍຮ່າງກາຍຜູ້ເສຍຫາຍແທ້; ພາຍຫຼັງໄດ້ເງິນ ຈຳນວນ 2,045,000 ກີບ ໄດ້ເອົາມາຊຸກເຊື່ອງໄວ້ຢູ່ເຮືອນ ເພື່ອຈະເອົາໄປຊື້ຢາເສບຕິດມາເສບ. ແຕ່ກໍຖືກເຈົ້າໜ້າທີ່ ເຂົ້າກັກຕົວ.
ເຫດການດັ່ງກ່າວເກີດຂຶ້ນ ຢູ່ຮ້ານຮັບຊື້ເຫຼັກເສດເຂດບ້ານນາບວບ ເມືອງທ່າແຂກ ແຂວງຄຳມ່ວນ ຜູ້ຖືກຫາຊື່ ທ້າວ ທອງສອນ ພັນໂນ (ປານ) ອາຍຸ 30 ປີ ອາຊີບປະຊາຊົນ ບ້ານໂພນເຍຍນ້ອຍ ເມືອງທ່າແຂກ ແຂວງຄຳມ່ວນ,ວັນທີ 31 ກໍລະກົດ 2025 ນີ້, ເຈົ້າໜ້າທີ່ ໜ່ວຍງານສືບສວນ-ສອບສວນຄະດີອາຍາເສດຖະກິດ ປກສ ເມືອງທ່າແຂກແຂວງຄຳມ່ວນ ໄດ້ນຳຕົວງໄດ້ນຳຕົວຜູ້ກ່ຽວມາເຮັດແຜນປະກອບຄຳຮັບສາລະພາບເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ຂ່າວ: ປກສ ແຂວງຄໍາມ່ວນ