ປະລິມານເກັບຊື້ເຂົ້າເປືອກຈາກຊາວນາ ແຂວງບໍລິຄໍາໄຊ 1,000 ກວ່າໂຕນ ຈະກະຕຸ້ນໃຫ້ມີການຜະລິດເຂົ້າທີ່ມີຄຸນນະພາບເພີ່ມຂຶ້ນ ເພື່ອເປັນທ່າແຮງໃຫ້ ບໍລິສັດ ຈໍາປາຫອມການຄ້າ ສົ່ງເຂົ້າລາວອອກສູ່ຕະຫຼາດສາກົນ ດຶງເງິນຕາເຂົ້າມາພັດທະນາປະເທດຊາດຫຼາຍຂຶ້ນ.
ຫຼ້າສຸດໃນວັນທີ 25 ກໍລະກົດ 2025 ທີ່ໂຮງແຮມດອກຈໍາປາ ແຂວງບໍລິຄໍາໄຊ ໄດ້ມີພິທີເຊັນສັນຍາຊື້ – ຂາຍເຂົ້າເປືອກ ເພື່ອສົ່ງເສີມຊາວນາ ຜະລິດເຂົ້າຄຸນນະພາບເປັນສິນຄ້າ ລະຫວ່າງ ບໍລິສັດ ຈໍາປາຫອມການຄ້າ ຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ ກັບ ສະພາການຄ້າ ແລະ ອຸດສາຫະກໍາແຂວງບໍລິຄໍາໄຊ.
ເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນແຂວງບໍລິຄໍາໄຊ, ທ່ານ ນາງ ບຸນຮຽງ ພົມມີໄຊ ຮອງປະທານສະມາຄົມທຸລະກິດກະສິກໍາລາວ, ຜູ້ຊີ້ນໍາວຽກງານສົ່ງເສີມການປູກເຂົ້າ, ປະທານບໍລິສັດ ຈໍາປາຫອມການຄ້າ ຂາອອກ – ຂາເຂົ້າຈໍາກັດຜູ້ດຽວ, ທ່ານ ສົມສັກ ໄຊຍະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງບໍລິຄໍາໄຊ, ເຂົ້າຮ່ວມມີຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຕາງໜ້າກຸ່ມຊາວນາຜູ້ປູກເຂົ້າ ແລະ ພາກທຸລະກິດເຂົ້າຮ່ວມ.
ຈຸດປະສົງຂອງສັນຍາຄັ້ງນີ້ ກໍເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດຂອງແຂວງ ວ່າດ້ວຍການສົ່ງເສີມການຜະລິດດ້ານກະສິກໍາໃຫ້ກາຍເປັນສິນຄ້າ. ຮ່ວມມືພັດທະນາດ້ານການຄ້າ ແລະ ບໍລິການ, ສະໜັບສະໜູນໃຫ້ຊາວກະສິກອນປູກເຂົ້າໃຫ້ມີຜົນກໍາໄລ, ນໍາເອົາເຕັກນິກດ້ານການປູກເຂົ້າ, ສະໜອງປຸ໋ຍ, ແນວພັນເຂົ້າທີ່ມີຄຸນນະພາບ ເພື່ອສົ່ງເສີມການປູກໃຫ້ໄດ້ທັງຄຸນນະພາບ ແລະ ປະລິມານ, ຝຶກອົບຮົມສະເພາະດ້ານໄລຍະສັ້ນ ໃຫ້ກັບຜູ້ປູກເຂົ້າ.
ເປົ້າໝາຍໃນການຮ່ວມມືຄັ້ງນີ້ ແມ່ນຈະຊຸກຍູ້ສົ່ງເສີມຊາວນາໃນເນື້ອທີ່ 446 ເຮັກຕາ ຄາດໝາຍເກັບຊື້ເຂົ້າເປືອກ 1,000 ໂຕນ, ໃນນັ້ນມີເຂົ້າເປືອກຈ້າວ 700 ໂຕນ ແລະ ເຂົ້າເປືອກໜຽວ 300 ໂຕນ ເຊິ່ງປີນີ້ເປັນປີທໍາອິດທີ່ໄດ້ຮ່ວມມືກັນ. ເປົ້າໝາຍໃນຕໍ່ໜ້າ ກໍຈະຮ່ວມມືໃນການເພີ່ມເນື້ອທີ່ການຜະລິດ ແລະ ປະລິມານໃນການເກັບຊື້ຂຶ້ນຕື່ມ. ສໍາລັບມາດຖານການເກັບຊື້ເຂົ້າເປືອກ ແມ່ນຕ້ອງຮັບປະກັນຄຸນນະພາບຂອງເຂົ້າມີ ຄວາມຊຸ່ມ ບໍ່ເກີນ 16%, ມີສິ່ງປະປົນ ບໍ່ເກີນ 3 – 5%, ບໍ່ມີກິ່ນສາບເໝັນ, ບໍ່ເນົ່າເປື່ອຍ, ບໍ່ດຳ ແລະ ບໍ່ມີເຊື້ອລາ. ບໍລິສັດ ຈຳປາຫອມການຄ້າ ຂາອອກ – ຂາເຂົ້າ ຈຳກັດຜູ້ດຽວ ຊຸກຍູ້ສົ່ງເສີມຊາວກະສິກອນ ກໍຄືຊາວນາລາວເຮົາ ໃນການຜະລິດເຂົ້າຄຸນນະພາບ ໂດຍມີບໍລິສັດຂອງພວກເຮົາເປັນຫຼັກປະກັນທາງດ້ານຕະຫຼາດ ໃຫ້ກັບປະຊາຊົນລາວເຮົາ ການເຊັນສັນຍາຄັ້ງນີ້ ກໍຖືວ່າເປັນແຮງຜັກດັນໜຶ່ງໃຫ້ບໍລິສັດພວກເຮົາເອງ ໄດ້ຜັກດັນການພັດທະນາຍີ່ຫໍ້ສິນຄ້າ ແລະ ຜະລິດຕະພັນເຂົ້າກາຈໍາປາຫອມ ໃຫ້ກ້າວໄກຂຶ້ນເລື້ອຍໆ.