ວິທະຍຸສາກົນ ແຫ່ງ ສປ ຈີນ ລາຍງານວ່າ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ອາເມຣິກາ ກ່າວວ່າ: ສະຫະລັດອາເມຣິກາ ໄດ້ບັນລຸສັນຍາການຄ້າກັບສະຫະພາບເອີຣົບ ໂດຍ ອາເມຣິກາ ຈະເກັບພາສີຕໍ່ສິນຄ້າທີ່ນຳເຂົ້າຈາກສະຫະພາບເອີຣົບ ໃນລະດັບ 15%.

ທ່ານ ໂດນັນ ທຣຳ ກ່າວຕື່ມວ່າ: ສະຫະພາບເອີຣົບ ຈະລົງທຶນຢູ່ ອາເມຣິກາ ເພີ່ມອີກ 600 ຕື້ໂດລາສະຫະລັດ ແລະ ຈະຈັດຊື້ອາວຸດຍຸດໂທປະກອນຈາກ ອາເມຣິກາ ລວມເຖິງຈະຈັດຊື້ຜະລິດຕະພັນພະລັງງານຈາກ ອາເມຣິກາ ມູນຄ່າ 750 ຕື້ໂດລາສະຫະລັດ.
ທ່ານ ໂດນັນ ທຣຳ ກ່າວຕື່ມວ່າ: ສຳລັບພາສີນຳເຂົ້າເຫຼັກກ້າ ແລະ ອາລູມີນຽມ ຈະຮັກສາຢູ່ໃນລະດັບປັດຈຸບັນ 50%, ພະລັງງານແມ່ນສ່ວນສຳຄັນຍິ່ງ ໃນສັນຍາສະບັບນີ້, ສັນຍາສະບັບນີ້ ຈະມີຜົນດີຕໍ່ອຸດສາຫະກຳລົດ ແລະ ມີບົດບາດຢ່າງໃຫຍ່ຕໍ່ຂົງເຂດກະສິກຳເຊັ່ນດຽວກັນ, ອາເມຣິກາ ຈະສຸມກຳລັງໃສ່ຂົງເຂດແຜ່ນຊິບ.