ລັດຖະບານ ສປປ ລາວ ແລະ ທະນາຄານພັດທະນາອາຊີ ( ADB ) ໄດ້ຮ່ວມລົງນາມໃນສັນຍາການສະໜອງທຶນ ສຳລັບໂຄງການລະບົບອາຫານກະສິກຳແບບຍືນຍົງຢູ່ ສປປ ລາວ ໃນວັນທີ 23 ກໍລະກົດຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ລົງນາມໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ນາງ ແຊນນີ ແຄມເບວ ຫົວໜ້າຫ້ອງການ ADB ປະຈໍາ ສປປ ລາວໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສຸລິວັດ ສຸວັນນະຈູມຄໍາ ໄດ້ກ່າວວ່າ: “ ໂຄງການດັ່ງກ່າວ ຈະສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການເລັ່ງຂະຫຍາຍຕົວຂອງຂະແໜງກະສິກຳ ແລະ ສ້າງຜົນປະໂຫຍດໃຫ້ແກ່ບັນດາຄົວເຮືອນ ແລະ ທຸລະກິດກະສິກຳ.
ໂຄງການດັ່ງກ່າວຈະຊ່ວຍປັບປຸງຄວາມທົນທານຕໍ່ສະພາບດິນຟ້າອາກາດ, ຄວາມໝັ້ນຄົງດ້ານສະບຽງອາຫານ ໂພຊະນາການ ແລະ ລາຍຮັບຂອງຄົວເຮືອນໃນ ສປປ ລາວ. ໂຄງການຍັງຈະເສີມຂະຫຍາຍລະບົບອາຫານກະສິກຳທີ່ມຸ່ງອອກສູ່ຕະຫຼາດພາຍໃນ ແລະ ສົ່ງອອກທີ່ມີມູນຄ່າສູງ. ການລົງທຶນໃນດ້ານການເງິນ ເພື່ອການຄ້າ, ການບໍລິການດ້ານວິຊາການເປັນລາຍບຸກຄົນ, ພື້ນຖານໂຄງລ່າງຂະໜາດນ້ອຍ ແລະ ຄວາມປອດໄພດ້ານອາຫານ ຈະໄດ້ຮັບການສະໜອງ ເພື່ອສະໜັບສະໜູນບັນດາຈຸດປະສົງເຫຼົ່ານີ້ ໃຫ້ບັນລຸຕາມຄາດໝາຍ.
ການບໍລິການດ້ານການເງິນ ຈະໃຫ້ບໍລິການຜ່ານທະນາຄານ ແລະ ສະຖາບັນການເງິນຈຸລະພາກໃນທົ່ວປະເທດ, ໃນຂະນະທີ່ການບໍລິການໃຫ້ຄໍາປຶກສາທາງດ້ານເຕັກນິກວິຊາການ ແລະ ພື້ນຖານໂຄງລ່າງ ແມ່ນຈະມີຢູ່ບັນດາແຂວງທາງພາກໃຕ້ ເຊັ່ນ: ຈໍາປາສັກ, ສາລະວັນ ແລະ ເຊກອງ ແລະ ແຂວງທາງພາກເໜືອ ເຊັ່ນ: ຫົວພັນ, ຜົ້ງສາລີ ແລະ ໄຊຍະບູລີ. ສິນຄ້າຍຸດທະສາດທີ່ມີມູນຄ່າສູງ ເຊັ່ນ: ໄມ້ໄຜ່, ກາເຟ, ຖຸລຽນ ມັນຕົ້ນປູກແບບຍືນຍົງ ແລະ ຊາ ຈະໄດ້ຮັບການສະໜັບສະໜູນເພີ່ມຕື່ມ ເພື່ອເພີ່ມມູນຄ່າກ່ອນທີ່ຈະສົ່ງອອກ.
ທ່ານ ນາງ ແຄມເບວ ໄດ້ໃຫ້ຮູ້ວ່າ: “ ໂດຍການສະໜັບສະໜູນ ຄວາມພະຍາຍາມແຫ່ງຊາດ ໃນການຫັນປ່ຽນລະບົບກະສິກຳ, ໂຄງການດັ່ງກ່າວ ຈະສົ່ງຜົນດີຕໍ່ຊຸມຊົນ ແລະ ວິສາຫະກິດ ພ້ອມທັງເປັນການປະກອບສ່ວນຊຸກຍູ້ໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ “.