ທຸກບໍລິສັດ ຢາສູບ ຕ້ອງປ່ຽນຄໍາເຕືອນສຸຂະພາບ ແລະ ສະຫຼາກ ຜະລິດຕະພັນຢາສູບ ຮູບແບບໃໝ່

31 Jul 2025

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 31 ກໍລະກົດ 2025 ທີ່ກະຊວງສາທາລະນະສຸກ, ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທັງເປັນຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ໄດ້ໃຫ້ຖະແຫຼງຂ່າວ ກ່ຽວ​ກັບ​ ຂໍ້ຕົກລົງວ່າດ້ວຍ ການບັນຈຸ, ການຫຸ້ມຫໍ່, ການພິມຄໍາເຕືອນສຸຂະພາບ ແລະ ສະຫຼາກ ຜະລິດຕະພັນຢາສູບ ຮູບແບບໃໝ່ ໂດຍໄດ້ກໍານົດ 10 ຮູບພາບຄໍາເຕືອນສຸຂະພາບ ພ້ອມດ້ວຍ 10 ຄູ່ສະຫຼາກຄໍາເຕືອນ.

ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ: ການສູບຢາ ແລະ ການໄດ້ຮັບຄວັນຢາສູບ ເປັນສາເຫດຂອງການເຈັບປ່ວຍທີ່ຮ້າຍແຮງ, ການພິການ ແລະ ກ້າວໄປເຖີງ ການຕາຍກ່ອນໄວອັນຄວນ.  ຕາມຂໍ້ມູນໃນໄລຍະຜ່ານມາ ສາເຫດການເສຍຊີວິດ ຂອງພົນລະເມືອງຄົນລາວ ທີ່ຕິດພັນກັບຢາສູບ ມີເຖິງ  6,700 ຄົນຕໍ່ປີ ຫຼື ສະເລ່ຍ ປະມານ 18 ຄົນຕໍ່ມື້ ຊຶ່ງກວມເອົາ 15% ຂອງການເສຍຊີວິດທັງໝົດໃນ ສປປ ລາວ. ການເສຍຊີວິດຍ້ອນສາເຫດນີ້ ສາມາດປ້ອງກັນໄດ້ ຖ້າມີການປະຕິບັດ ມາດຕະການຄວບຄຸມຢາສູບຢ່າງເຂັ້ມງວດ, ເຊິ່ງໜຶ່ງໃນບັນດາມາດຕະການດັ່ງກ່າວ ແມ່ນການສື່ສານ ກ່ຽວກັບ ຜົນຮ້າຍທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບ ໃຫ້ສັງຄົມໄດ້ຮັບຮູ້ ຜ່ານຄໍາເຕືອນສຸຂະພາບທີ່ເປັນຮູບພາບຂະໜາດໃຫຍ່ຢູ່ຊອງ ແລະ ຕຸດຢາສູບ, ການພິມຄໍາເຕືອນນີ້ ແມ່ນໜ້າທີ່ຂອງຜູ້ຜະລິດຢາສູບ ທີ່ຕ້ອງໄດ້ແຈ້ງເຕືອນໃຫ້ທຸກຄົນຮູ້ ແລະ ເຂົ້າໃຈວ່າ ການສູບຢາ ແລະ ການໄດ້ຮັບຄວັນຢາສູບ ມີຄວາມສ່ຽງສູງທີ່ຈະເປັນພະຍາດແບບດຽວກັບຮູບພາບຄໍາເຕືອນຂອງ ຊອງ ແລະ ຕຸດຢາສູບ ພ້ອມທັງ ສາມາດຊ່ວຍ ປ້ອງກັນການລິເລີ່ມສູບຢາ ໃນເດັກ​ ແລະ ເຍົາວະຊົນ, ຊຸກຍູ້ ສົ່ງເສີມໃຫ້ຄົນອອກຢາສູບໄດ້ ແລະ ຍັງເປັນອີກວິທີ​ໜຶ່ງ ທີ່ຈະຊ່ວຍໃນການຕິດຕາມກວດກາ ແລະ ​ສະ​ກັດ​ກັ້ນຢາ​ສູບ​ເຖື່ອນ​ ຄຽງ​ຄູ່​ໄປກັບ​​ການ​ ຕິດ​ສະ​ແຕມ ພາສີ-ອາ​ກອນ.

ຜ່ານການຈັດຕັ້ງປະຕິບັດ ຂໍ້ຕົກລົງ ກົດໝາຍວ່າດ້ວຍ ການຄວບຄຸມຢາສູບ ທີ່ກຳນົດໃຫ້ການພິມຄໍາເຕືອນກ່ຽວກັບສຸຂະພາບ ທີ່ເປັນຮູບພາບ ມີຂະໜາດ 75 ສ່ວນຮ້ອຍ ທີ່ອອກໃນປີ 2016 ຊຶ່ງມີຈໍານວນ 6 ຮູບ, ແຕ່ໃນການປະຕິບັດຕົວຈິງ ບາງບໍລິສັດຢາສູບບໍ່ໄດ້ມີການ ພິມຮູບພາບ ແລະ ຄໍາເຕືອນ ຄົບຕາມ ຈຳນວນທີ່ກຳນົດໄວ້.   ດັ່ງນັ້ນ ເພື່ອໃຫ້ສອດຄ່ອງກັບ ກົດໝາຍວ່າດ້ວຍການຄວບຄຸມຢາສູບ (ສະບັບປັບປຸງ)  ເລກທີ 09/ສພຊ ລົງວັນທີ 16 ພະຈິກ 2021, ກະຊວງສາທາລະນະສຸກ ຈຶ່ງໄດ້ອອກ ຂໍ້ຕົກລົງວ່າດ້ວຍ ການພິມຄໍາເຕືອນກ່ຽວກັບສຸຂະພາບ ແລະ ສະຫຼາກ ຜະລິດຕະພັນຢາສູບ ສະບັບເລກທີ 1090/ສທ ລົງວັນທີ 13 ພຶດສະພາ 2024, ເຊິ່ງໃນຂໍ້ຕົກລົງ ສະບັບດັ່ັ່ງກ່າວ ແມ່ນໄດ້ກໍານົດ 10 ຮູບພາບຄໍາເຕືອນສຸຂະພາບ ພ້ອມດ້ວຍ 10 ຄູ່ສະຫຼາກຄໍາເຕືອນ ຊຶ່ງ ບໍລິສັດ​ຜະ​ລິດຢາສູບ ທັງ​ພາຍ​ໃນ ແລະ ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ ຕ້ອງໄດ້ພິມໃສ່ ທຸກຊອງ ແລະ ຕຸດຢາສູບ ທີ່ຈໍາໜ່າຍ ຊື້-ຂາຍ ໃນທົ່ວ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ.

ພາຍຫຼັງລົງຈົດໝາຍເຫດທາງລັດຖະການ ຂໍ້ຕົກລົງ ມີຜົນສັກສິດໂດຍໃຫ້ເວລາແກ່ບໍລິສັດຢາສູບ 180 ວັນ ໃນການກະກຽມການພິມຄໍາເຕືອນແບບໃໝ່ ພ້ອມທັງຢຸດເຊົາການຜະລິດ ແລະ ສະສາງຊອງ ແລະ ຕຸດຢາສູບເກົ່າ  ເຊິ່ງກຳນົດເວລາການຈັດຕັ້ງປະຕີບັດ ແມ່ນ ວັນທີ 5 ທັນວາ 2024,  ແຕ່ບໍລິສັດຢາສູບ ກໍໄດ້ມີການສະເໜີຂໍເລື່ອນເວລາ ໃນການຈັດຕັ້ງປະຕິບັດອອກໄປຕື່ມ ຍ້ອນຊອງ ແລະ ຕຸດຢາສູບ ຮູບແບບເກົ່າ ຍັງມີຈໍານວນຫຼວງຫຼາຍຢູ່ໃນສາງ.

ຕໍ່ກັບການສະເໜີຂອງບໍລິສັດ, ຄະນະສະເພາະກິດໃນການຕິດຕາມກວດກາຊອງ ແລະ ຕຸດຢາສູບ ໄດ້ລົງຕິດຕາມກວດກາຈໍານວນຊອງ ແລະ ຕຸດຢາສູບ ຕົວຈິງຢູ່ 02 ບໍລິສັດຜະລິດຢາສູບພາຍໃນທີ່ສະເໜີມາ ໃນເດືອນກຸມພາ 2025 ຊຶ່ງບໍລິສັດມີຄວາມພ້ອມຈໍາໜ່າຍຢາສູບທີ່ ຊອງ ແລະ ຕຸດຢາສູບ ຮູບແບບໃໝ່.

 ສະນັ້ນ ພາຍຫຼັງວັນທີ 15 ສິງຫາ 2025 ຊອງ ແລະ ຕຸດຢາສູບ ທຸກຍີ່ຫໍ້ ທີ່ຈໍາໜ່າຍໃນທ້ອງຕະຫຼາດ ລວມທັງໃນຮ້ານຄ້າປອດພາສີທຸກແຫ່ງ ຈະ​ຕ້ອງແມ່ນຄຳ​ເຕືອນ​ສຸ​ຂະ​ພາບເປັນຮູບພາບ​ ແລະ ສະຫຼາກ ຮູບແບບໃໝ່, ທັງນີ້ ກໍເພື່ອຫຼຸດຜ່ອນ ພາລະຄ່າໃຊ້ຈ່າຍ ທາງດ້ານສຸຂະພາບ ແລະ ເສດຖະກິດ ອັນເນື່ອງມາຈາກການສູບຢາ ແລະ ເພື່ອສຸຂະພາບທີ່ດີທຸກຖ້ວນໜ້າຂອງປະຊາຊົນລາວ.  

​ຫຼັງວັນທີ 15 ສິງຫາ 2025 ຊອງ ແລະ ຕຸດຢາສຸບ ທຸກຍີ່ຫໍ້ ທີ່ຈໍາໜ່າຍໃນທ້ອງຕະຫຼາດ ລວມທັງໃນຮ້ານຄ້າປອດພາສີທຸກແຫ່ງ ຈະ​ຕ້ອງແມ່ນຄຳ​ເຕືອນ​ສຸ​ຂະ​ພາບເປັນຮູບພາບ​ ແລະ ສະຫຼາກ ຮູບແບບໃໝ່. ຖ້າບໍລັດສັດຢາສູບ ບໍ່ປະຕິບັດຕາມກົດໝາຍ ຈະຖືກປັບໄໝດັ່ງນີ້:

-ກະທຳຜິດຄັ້ງທີ 1 ຈະຖືກປັບໃໝ 10 ລ້ານກີບ.

-ກະທຳຜິດຄັ້ງທີ 2 ປັບໃໝ 20 ລ້ານກີບ.

-ກະທຳຜິດຄັ້ງທີ 3 ຂຶ້ນໄປແມ່ນປັບໃໝຄັ້ງລະ 50 ລ້ານກີບ (ພ້ອມໂຈະ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດ)

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ