ນັກຮຽນຢູ່ແຂວງອຸດົມໄຊ 6 ນ້ອງ ໄດ້ຮັບທຶນການສຶກສາ ຈາກໂຄງການໄຟຟ້າແສງຕາເວັນ

31 Jul 2025

ຄລິກແຊຣ໌ 0 Facebook WhatsApp

ພິທີເຊັນສັນຍາ ມອບ-ຮັບ ທຶນການສຶກສາ ຈາກໂຄງການໄຟຟ້າແສງຕາເວັນ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ຈໍານວນ 6 ທຶນ ລະຫວ່າງ ຫ້ອງການກະຊວງ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ຮ່ວມກັບ ບໍລິສັດ ໄຟຟ້າ ຊີຈີເອັນລາວຕາເວັນ ຈໍາກັດຜູ້ດຽວ ແລະ ຜູ້ປົກຄອງ ພ້ອມດ້ວຍນ້ອງນັກຮຽນ ທີ່ໄດ້ຮັບທຶນການສຶກສາ ທີ່ ສປ ຈີນ. (ພາຍໃຕ້ພັນທະເອກະສານຊ້ອນທ້າຍ ກ່ຽວກັບການໃຫ້ທຶນນັກຮຽນທີ່ຢູ່ພາຍໃນບ້ານຖືກຜົນກະທົບ ຂອງໂຄງການໄຟຟ້າແສງຕາເວັນ) ເມືອງໄຊ, ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນວັນທີ 30 ກໍລະກົດ 2025 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງອຸດົມໄຊໂດຍການເປັນປະທານຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆອຸດົມໄຊ; ມີ ທ່ານ ນາງ ມາລີວັນ ພົມແສງສະຫວັນ, ຮອງຫົວໜ້າຫ້ອງການ, ກະຊວງ ອຄ, ມີຮອງຜູ້ອໍານວຍການ ບໍລິສັດ ຊີຈີເອັນລາວຕາເວັນ ຈໍາກັດຜູ້ດຽວ; ຜູ້ຕາງໜ້າພະແນກສຶກສາທິການ ແລະ ກີລາ, ພະແນກ ອຄ, ຄະນະຮັບຜິດຊອບ ແລະ ພໍ່ແມ່ຜູ້ປົກຄອງນັກສຶກສາ ເຂົ້້າຮ່ວມ.

ທ່ານ ນາງ ມາລີວັນ ພົມແສງສະຫວັນ ກ່າວວ່າ: ໂຄງການໄຟຟ້າແສງຕາເວັນ ພັດທະນາ ໂດຍ: ບໍລິິສັດ ຊີຈີເອັນ ຊື່ງຕັ້ງຢູ່ເມືອງໄຊ ແລະ ເມືອງນາໝໍ້, ແຂວງອຸດົມໄຊ, ເປັນໂຄງການໜື່ງທີ່ໃຫ້ຜົນປະໂຫຍດທາງກົງ ກໍຄື ປະເທດຊາດໄດ້ຮັບການພັດທະນາ ແລະ ຍັງໃຫ້ຜົນປະໂຫຍດທາງອ້ອມ ກໍຄື ການມອບທຶນການສຶກສາໃຫ້ລູກຫລານນັກຮຽນທີ່ຈົບ ມໍປາຍ ໂດຍເງື່ອນໄຂຂອງຜູ້ທີ່ຈະໄດ້ຮັບທຶນການສຶກສາ ຕ້ອງເປັນຜູ້ທີ່ຕັ້ງໃຈຮໍ່າຮຽນ ແລະ ມີຜົນການຮຽນທີ່ດີ ຫຼື  ຜູ້ທີ່ບໍ່ມີເງື່ອນໄຂດ້ານທືນຮອນໃຫ້ໄດ້ຮັບໂອກາດສືບຕໍ່ຮໍ່າຮຽນຕາມຄວາມມຸ້ງຫວັງຂອງຕົນ ແລະ ຄອບຄົວ ໃນມາດຖານຜູ້ທີ່ຮ່ວມສອບເສັງແມ່ນເນັ້ນໃສ່ຜູ້ທີ່ມີຄະແນນດີເດັ່ນ, ຕັ້ງໃຈຮໍ່າຮຽນ ເຊິ່ງລວມມີ 2 ເມືອງ 7 ບ້ານຄື: ເມືອງນາໝໍ້ 5 ບ້ານ: ບ້ານຫ້ວຍຊອຍ, ກີ່ວແຈບ, ນໍ້າບໍ່ຕາໄກ່, ນາຖົ່ວ ແລະ ບ້ານໝາກຈຸກ ແລະ ເມືອງໄຊ 2 ບ້ານ: ບ້ານຈອມອອງ ແລະ ບ້ານກີ່ວຈະລຸ. ເຊິ່ງການຄັດເລືອກແບ່ງອອກເປັນ 2 ໄລຍະ ໄລຍະທີ 1: ໄດ້ມີການສັງລວມຄະແນນ ພາກຮຽນ I ສົກປີ 2024-2025, ຫຼັງຈາກນັ້ນ ໃນວັນທີ 10/05/2025 ໄດ້ມີການຈັດສອບເສັງ-ສຳພາດ ເຊິ່ງການດຳເນີນການສອບ 1 ວັນ ໂດຍແບ່ງອອກເປັນ 2 ພາກ ຄື: ພາກຄິດໄລ່: ວິຊາຄະນິດສາດ, ຟີຊິກສາດ ແລະ ພາກສຳພາດໂດຍເຂົ້າສຳພາດໄປເທື່ອລະຄົນ. ເຊິ່ງມີນັກຮຽນທີ່ມີໜ້າເຂົ້າຮ່ວມທັງໝົດ 20 ຄົນ, ຍິງ 9 ຄົນ ເພື່ອຄັດເລືອກເອົານ້ອງນັກຮຽນ ຈໍານວນ 6 ທຶນ ພາຍຫຼັງຈາກການສອບ ເສັງສໍາພາດ. ໄລຍະທີ 2: ແມ່ນໄດ້ມີການປະສານສົມທົບ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ເພື່ອນຳເອົາຄະແນນສອບເສັງພາກ II ມາເຂົ້າໃນການຕັດສິນ ເຊິ່ງຜ່ານການຄົ້ນຄວ້າ ແລະ ປຶກສາຫາລື ສາມາດຄັດເລືອກຜູ້ໄດ້ຮັບທຶນການສືກສາໂດຍມີ ນາງ ອາເສົາຈິ່ງ ລາວເຊິນ ມສ ແຂວງ, ທ້າວ ປຽນ ວັນນາທອງ ມສ ນໍ້າແຫງ, ທ້າວ ໂມ ຟັງເຂັມ ມສ ຊົນເຜົ່າ, ນາງ ສຸນີວັນ ອຸ່ນສະຫວັນ ມສ ດອນໄຊ, ນາງ ນິລະພອນ ອິນທະຈັກ ມສ ແຂວງ ແລະ ທ້າວ ຄໍາດີ ມົວ ມສ ຊົນເຜົ່າ; ຈໍານວນ 6 ນ້ອງ ແມ່ນຈະໄດ້ທຶນການສຶກສາໃນລະດັບປະລິນຍາຕີ ທີ່ ສປ ຈີນ ແຕ່ກ່ອນຈະເດີນທາງຕ້ອງໄດ້ມີການກະກຽມ ພາສາຈີນ ໄລຍະເດືອນ 07/2025 ຫາ 04/2026 ເປັນເວລາ 10 ເດືອນ ທີ່ ມສ ສຸພານຸວົງ, ຫຼັງຈາກນັ້ນ ຈະມີການສອບເສັງ ເພື່ອຄັດເລືອກສາຂາວິຊາຮຽນຕາມຄາດໝາຍຂອງ ມະຫາວິທະຍາໄລ ສປ ຈີນໃນໂອກາດດັ່ງກ່າວ, ທ່ານ ຮອງເຈົ້້່ແຂວງ ມີຄຳເຫັນໂອ້ລົມວ່າ: ປະຕິບັດຕາມນະໂຍາບາຍຂອງພັກ, ລັດຖະບານ. ອຳນາດການປົກຄອງແຂວງ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຍາດແຍ່ງທຶນການສຶກສາ ເພື່ອເປີດໂອກາດໃຫ້ສະມາຊິກຂອງຄອບຄົວຢູ່ເຂດພື້ນທີ່ຕັ້ງຂອງໂຄງການ ໂດຍສະເພາະຢູ່ 2 ເມືອງຂອງແຂວງອຸດົມໄຊ ໄດ້ມີໂອກາດຍົກລະດັບການສຶກສາ ໂດຍໃຫ້ທຶນໄປສຶກສາຮ່ຳຮຽນຢູ່ ສປ ຈີນ ລະດັບປລິນຍາຕີ ເພື່ອສຶກສາຮ່ຳຮຽນເອົາບົດຮຽນທີ່ດີຂອງ ສປ ຈີນ ແລ້ວກັບມາພັດທະນາແຂວງອຸດົມໄຊ ໃນອະນາຄົດ.

ຂໍຖືໂອກາດນີ້, ສະແດງຄວາມຂອບໃຈ ມາຍັງຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຜູ້ພັດທະນາໂຄງການໄຟຟ້າແສງຕາເວັນ ທີ່ໄດ້ສ້າງເງື່ອນໄຂ ແລະ ໃຫ້ທຶນການສຶກສາແກ່ແຂວງອຸດົມໄຊ.

ພາບ ແລະ ແຫຼ່ງຂໍ້ມູນ: ອຄ ແຂວງອຸດົມໄຊ
ຂ່າວ: ຄຳແສງ ແກ້ວປະເສີດ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ