ກະຊວງການທ່ອງທ່ຽວ ມາເລເຊຍ ເປີດເຜີຍວ່າ: ໃນລະຫວ່າງ ເດືອນມັງກອນ ຫາເດືອນ ພຶດສະພານີ້ ມາເລເຊຍ ມີນັກທ່ອງທ່ຽວ ຕ່າງປະເທດ ເດີນທາງເຂົ້າປະເທດທັງໝົດ 16.9 ລ້ານເທື່ອຄົນ ເພີ່ມຂຶ້ນ 20%ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ.

ສ່ວນໃຫຍ່ ມາຈາກສິງກະໂປ 8.24 ລ້ານເທື່ອຄົນ ຕາມມາດ້ວຍ ອິນໂດເນເຊຍ 1.82 ລ້ານເທື່ອຄົນ, ສປ ຈີນ 1.81 ລ້ານເທື່ອຄົນ ແລະ ປະເທດໄທ 1.06 ລ້ານເທື່ອຄົນ.
ນອກຈາກນີ້ ນັກທ່ອງທ່ຽວ ທີ່ມາຈາກ ຕະຫລາດ ທີ່ຕ້ອງເດີນທາງ ໄລຍະໄກ ເຊັ່ນ: ອົດສະຕຣາລີ ແລະ ອັງກິດ ເພີ່ມຂຶ້ນ 16.6% ແລະ 8.7% ຕາມລຳດັບ.